Homeຂ່າວທ້ອງຖິ່ນສ່ວຍ​ສາ​ອາ­ກອນ​ຫົວ­ພັນ​ເກັບ​ລາຍ​ຮັບ​ລື່ນ​ແຜນ

ສ່ວຍ​ສາ​ອາ­ກອນ​ຫົວ­ພັນ​ເກັບ​ລາຍ​ຮັບ​ລື່ນ​ແຜນ

Published on

ທ່ານ ມີ​ຈວນ ພົມ​ເມືອງ​ງາ ຫົວ­ໜ້າ​ພະ​ແນກ​ສ່ວຍ​ສາ​ອາ­ກອນ ແຂວງ​ຫົວພັນ​ໃຫ້​ຮູ້​ວ່າ: ພະ​ແນກ​ສ່ວຍ​ສາ​ອາ­ກອນແມ່ນ​ພະ​ແນກ​ໜຶ່ງ​ທີ່​ມີ​ສາຍ​ຕັ້ງ​ຂຶ້ນ​ກັບ ກົມ​ສ່ວຍ​ສາ​ອາ­ກອນ​ໂດຍ​ກົງ, ມີ​ພາ­ລະບົດ­ບາດ​ເປັນ​ເສ­ນາ​ທິ​ການ​ໃຫ້​ກົມ​ສ່ວຍສາ​ອາ­ກອນໃນ​ການ​ປະ­ສານ​ສົມ­ທົບ​ກັບພະ­ແນກ­ການ​ຕ່າງໆຕາມ​ສາຍ​ຕັ້ງ ແລະ​ສາຍ​ຂວາງ ກໍ​ຄື​ອົງການ­ຈັດ­ຕັ້ງ​ຂັ້ນ​ຕ່າງໆ​ທີ່​ຂຶ້ນ​ກັບ​ອົງ­ການປົກ­ຄອງ​ທ້ອງ­ຖິ່ນ, ພົວ­ພັນ​ຮ່ວມ​ມື​ກັບ​ສາກົນ​ພາຍ​ໃນ ແລະ​ພາຍ​ນອກ​ກ່ຽວ​ກັບ​ການຈັດ​ຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ສ່ວຍ​ສາ​ອາ ກອນ​ໃນ​ຂອບ​ເຂດ​ຕົນ​ຮັບ­ຜິດ­ຊອບ ຊຶ່ງໃນ 9 ເດືອນ​ສົກ​ປີ 2015–2016 ພະແນກ​ສ່ວຍ​ສາ​ອາ­ກອນ​ແຂວງ​ຫົວ­ພັນ​ສາມາດ​ຈັດ​ເກັບ​ລາຍ​ຮັບ​ໄດ້​ທັງ​ໝົດ 68 ຕື້​ກວ່າ​ກີບ ຫຼື ເທົ່າ​ກັບ 131,37%, ທຽບໃສ່​ແຜນ­ການ​ທີ່​ວາງ​ໄວ້ 50 ຕື້​ກວ່າ​ກີບ ເຫັນ​ວ່າ​ສາ­ມາດ​ປະ­ຕິ­ບັດ​ໄດ້​ລື່ນ​ແຜນແລ້ວ 16 ຕື້​ກວ່າ​ກີບ ໂດຍ​ລາຍ​ຮັບ​ສ່ວນໃຫຍ່​ແມ່ນ​ໄດ້​ມາ​ຈາກ​ການ​ລົງ­ທຶນ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ຂອງ​ລັດ​ເຊັ່ນ: ການຄ້າ, ການ​ບໍ­ລິ­ການ ແລະ​ການ​ຜະ­ລິດ ລວມ 66,74 ຕື້​ກີບ ທຽບ­ໃສ່​ແຜນ­ການ ປະ­ຕິ­ບັດ​ໄດ້ 133,83% ແລະ ລາຍ​ຮັບຈາກ​ທີ່​ດິນ 1,39 ຕື້​ກີບ ທຽບ­ໃສ່​ແຜນການ​ປະ­ຕິ­ບັດ​ໄດ້ 69,91%.

ທ່ານ​ກ່າວ​ວ່າ­ການ​ຈັດ​ເກັບ​ລາຍ​ຮັບ ໃນ​ປີ​ນີ້​ເຫັນ​ວ່າ​ໄດ້​ລື່ນ​ແຜນ­ທີ່​ວາງ​ໄວ້​ສາເຫດ​ຍ້ອນ​ງົບ­ປະ­ມານ​ແຫ່ງ​ລັດ​ໄດ້​ຈ່າຍເງິນ​ຊຳ­ລະ​ໂຄງ­ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງລ່າງ​ຈຳ­ນວນ​ໜຶ່ງ​ໃຫ້​ບັນ­ດາ​ບໍ­ລິ­ສັດ ແລະ ຜູ້​ປະ­ກອບ​ການ​ທຸ­ລະ​ກິດໄດ້​ມອບ​ພັນ­ທະຕາມ​ລະ­ບຽບ​ກົດ­ໝາຍ, ຍ້ອນ​ໄດ້​ຮັບ​ການ ຮ່ວມ​ມື​ຈາກ​ຫຼາຍ​ພາກ­ສ່ວນ​ທັງ​ພາກ​ລັດ, ພະ­ນັກ­ງານ​ສ່ວຍ​ສາ​ອາ­ກອນລົງ​ຮອດ​ທ້ອງ­ຖິ່ນ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ຕົນ, ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່​ໃກ້­ຊິດ­ຕິດ­ແທດ​ຈາກ​ຂັ້ນ​ເທິງຕາມ​ສາຍ​ຕັ້ງ ແລະ ສາຍ​ຂວາງ​ໃນ​ການ​ຊີ້​ນຳ​ຢ່າງ​ເປັນ​ປົກກະ­ຕິ​ຕໍ່​ກັບ​ການ​ຈັດ​ເກັບ​ລາຍ​ຮັບ​ສ່ວຍສາ​ອາ­ກອນ.

ສຳ­ລັບ​ງົບ­ປະ­ມານ 2015–2016 ນີ້​ ພະ​ແນກ​ສ່ວຍ​ສາ​ອາ­ກອນ​ແຂວງ​ຫົວ­ພັນ​ຈະ​ສູ້​ຊົນ​ເກັບ​ລາຍ​ຮັບ​ໃຫ້​ໄດ້ທັງ​ໝົດ 77 ຕື້​ກວ່າ​ກີບ ເມື່ອ​ທຽບ­ໃສ່​ແຜນ­ການ​ປີ​ທີ່​ວາງ​ໄວ້ 50 ຕື້​ກວ່າ​ກີບ ເຫັນ​ວ່າ​ຈະສາ­ມາດ​ເກັບ​ໄດ້​ລື່ນ​ແຜນ​ເຖິງ 25 ຕື້​ກວ່າ​ກີບ ຫຼື ເທົ່າ​ກັບ 150% ຂອງ​ແຜນ­ການ​ທີ່​ວາງ​ໄວ້.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...