spot_img
Homeຂ່າວການພັດທະນາ9 ເດືອນສົກປີນີ້ ແຂວງຫົວພັນເກັບລາຍຮັບ ໄດ້ເກີນແຜນ 16,27 ຕື້ກວ່າກີບ!

9 ເດືອນສົກປີນີ້ ແຂວງຫົວພັນເກັບລາຍຮັບ ໄດ້ເກີນແຜນ 16,27 ຕື້ກວ່າກີບ!

Published on

ຂປລ. ຕາມການລາຍງານຂອງ ທ່ານ ມີຈວນ ພົມເມືອງງາ ຫົວໜ້າພະແນກສວ່ຍສາອາກອນແຂວງຫົວພັນໃຫ້ຮູ້ວ່າ: ໃນໄລຍະ​ 9 ​ເດືອນສົກປີ 2015-2016 ທົ່ວແຂວງສາມາດຈັດເກັບລາຍຮັບສວຍສາອາກອນ ໄດ້ 68,14 ຕື້ກວ່າກີບ ທຽບໃສ່ແຜນການປີທີ່ວາງໄວ້ 51 ຕື້ 872 ລ້ານ​​ກີບແມ່ນສາມາດປະຕິບັດໄດ້ເກີນແຜນ 16,27 ​ກວ່າກີບ, ​ໃນນີ້ລາຍຮັບ​​ສ່ວນໃຫຍ່ແມ່ນໄດ້ມາຈາກການລົງທຶນກໍ່ສ້າງພື້ນຖານໂຄງລ່າງຂອງລັດເຊັ່ນ: ການຄ້າ, ການບໍລິການ, ການຜະລິດແລະ ລາຍຮັບຈາກທີ່ດິນ.

ສຳລັບສາເຫດທີ່ປະຕິບັດລາຍຮັບລື່ນແຜນການ ແມ່ນຍ້ອນງົບປະມານ​​ແຫ່ງລັດ ໄດ້ຈ່າຍເງິນຊຳ​ລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງໃຫ້ບັນດາບໍລິສັດແລະຜູ້ປະກອບການທຸລະກິດໄດ້ມອບພັນທະ​​​ຕາມລະບຽບກົດໝາຍ; ໄດ້ຮັບການຮ່ວມມືຈາກຫລາຍພາກສ່ວນທັງພາກລັດ, ພະນັກງານສ່ວຍສາອາກອນ ແຕ່ແຂວງລົງຮອດທ້ອງຖິ່ນ ​​ເອົາໃຈໃສ່ປະຕິບັດໜ້າທີຂອງຕົນ; ​ໄດ້ຮັບຄວາມເອົາໃຈໃສ່ໃກ້ຊິດຕິດແທດຈາກຂັ້ນເທິງ ຕາມສາຍຕັ້ງແລະ ສາຍຂວາງໃນການຊີ້ນຳຢ່າງເປັນປົກກະຕິຕໍ່ກັບການຈັດເກັບລາຍຮັບສວຍສາອາກອນ.

ສຳລັບສົກ​ງົບປະມານ 2015- 2016 ນີ້ຄາດວ່າ: ພະແນກສວຍສາອາກອນ​​ ແຂວງຫົວພັນ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ທັງໝົດ 77,8 ຕື້ກວ່າກີບ ​​ເມື່ອທຽບໃສ່ແຜນການປີທີ່ວາງໄວ້ 51,8 ຕື້ກວ່າກີບ ເຫັນວ່າຈະສາມາດເກັບໄດ້ເກີນແຜນເກືອບ 26 ຕື້ກີບ ຫລືເທົ່າກັບ 150% ຂອງແຜນການທີ່ວາງໄວ້.

ແຫລ່ງຂ່າວ:
ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...