Homeມູມໄອທີລາວຫຼຸດສະເປັກ Meizu MX6 ຜ່ານ AnTuTu ພ້ອມເປີດໂຕວັນທີ 19 ນີ້

ຫຼຸດສະເປັກ Meizu MX6 ຜ່ານ AnTuTu ພ້ອມເປີດໂຕວັນທີ 19 ນີ້

Published on

​  ເວົ້າໄດ້ວ່າເດືອນນີ້ມີຫຼາຍໆບໍລິສັດກຽມທີ່ຈະເປີດໂຕໂທລະສັບລຸ້ນໃໝ່ອອກມາບຸກຕະຫຼາດກັນຫຼາຍຂຶ້ນເລີຍໃນປີນີ້. ໂດຍຫຼ້າສຸດນີ້ເອງກໍເປັນທາງ Meizu ທີ່ອອກມາຢືນຢັນແລ້ວວ່າຈະເປີດໂຕໂທລະສັບລຸ້ນ Meizu MX6 ໃນວັນທີ 19 ກໍລະກົດນີ້. ແຕ່ການທີ່ອອກມາປະກາດວ່າຈະເປີດໂຕໂທລະສັບກໍບໍ່ໄດ້ເຜີຍຂໍ້ມູນສະເປັກຂອງໂຕເຄື່ອງໃດໆເລີຍ, ແຕ່ເຮົາກໍພໍມີຂໍ້ມູນສະເປັກຂອງ MX6 ແດ່ ໂດຍຂໍ້ມູນນີ້ແມ່ນໄດ້ຈາກ AnTuTu ເຈົ້າເກົ່າເຈົ້າເດີມ.

  ສຳລັບສະເປັກຂອງ Meizu MX6 ຄາດວ່າມາພ້ອມກັບໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) ເວົ້າໄດ້ວ່າຂະໜາດຈໍແລະຄວາມລະອຽດແບບນີ້ຖືເປັນມາດຕະຖານຂອງສະມາດໂຟນຍຸກນີ້ໄປແລ້ວກໍເວົ້າໄດ້. ສ່ວນທາງດ້ານຊິບປະມວນຜົນແມ່ນໃຊ້ຊິບເດກ້າຄໍ Helio X20 ແລະຊິບກຣາບຟິກ Mali-T880, RAM 4GB ແລະ ROM 32GB. 

  ສ່ວນດ້ານຫຼັງແມ່ນຕິດຕັ້ງກ້ອງຄວາມລະອຽດມາ 12 ລ້ານພິກເຊວ, ໃນຂະນະທີ່ກ້ອງໜ້າໃຫ້ມາ 5 ລ້ານພິກເຊວ. ສ່ວນທາງດ້ານຊ໋ອບແວຣ໌ນັ້ນ Meizu MX6 ຈະມາພ້ອມກັບລະບົບ Flyme 5.2.2 ທີ່ສ້າງມາຈາກ Android 6.0 Marshmallow ອີກເທື່ອໜຶ່ງ. ສ່ວນລາຍລະອຽດອື່ນໆກໍຕ້ອງຖ້າມື້ເປີດໂຕຢ່າງເປັນທາງການໃນວັນທີ 19 ກໍລະກົດນີ້.
ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...