ສະເທືອນໂລກ! ຝ່າຍຕໍ້ຕ້ານອີຣັກ ເຜີຍແຜ່ພາບສັງຫານທະຫານຝ່າຍລັດຖະບານ

 

ສຳນັກຂ່າວບີບີຊີ ລາຍງານວັນທີ 16 ມິຖຸນາ ວານນີ້ ກອງກຳລັງຕິດອາວຸດນິກາຍສຸນີ່ ເຜີຍແພ່ພາບຂົ່ມຂູ່ຂວັນຝ່າຍກົງກັນຂ້າມໃນໂລກອອນໄລ ເປັນນາທີທີ່ກອງກຳລັງຕິດອາວຸດຈັບທະຫານຝ່າຍລັດຖະບານອີຣັກຢືນລຽນແຖວ ແລະປະຫານຊີວິດເປັນກຸ່ມ ຂະນະທີ່ພົນໂທ ຄວາສຊິມ ອັນ ມຸສຊາວີ ໂຄສົກກອງທັບອີຣັກ ແຈ້ງວ່າກວດສອບແລ້ວເປັນພາບຈິງ ແລະທີ່ເກີດເຫດໜ້າຈະຢູ່ໃນແຂວງຊາລາຮຸດດິນ. ຈິມ ມູ ນັກຂ່າວບີບີຊີປະຈຳອີຣັກ ລາຍງານວ່າ ຖ້າຫາກພາບດັ່ງກ່າວເປັນພາບຈິງ ຈະເປັນການສັງຫານກຸ່ມຄົນຫຼາຍທີ່ສຸດນັບຈາກເກີດສົງຄາມອີຣັກໃນປີ 2003.

ພາບດັ່ງກ່າວຖືກເຜີຍແພ່ໃນໄລຍະທີ່ກຸ່ມຕິດອາວຸດສາຍສຸນີ່ບຸກຍຶດເມືອງຫຼາຍແຫ່ງໃນອີຣັກຢ່າງວ່ອງໄວ ລວມເຖິງໂມຊູລແລະຕິກຣິດ ແຕ່ຫຼາຍເມືອງເລິ່ມຖືກຝ່າຍລັດຖະບານຍຶດເອົາຄືນໄປ.

ດ້ານລັດຖະບານສະຫະລັດໄດ້ອອກມາຖະແຫຼງປະນາມການສັງຫານກຸ່ມດັ່ງກ່າວ ນາງ ເຈນຊາກີ ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ: ຄຳກ່າວອ້າງຂອງກຸ່ມຕິດອາວຸດທີ່ວ່າ ສັງຫານທະຫານນິກາຍຊີອະຂອງອີຣັກໄປແລ້ວ 1,700 ຄົນ ໃນເມືອງຕິກຣີດນັ້ນເປັນເລື່ອງໜ້າຕົກໃຈ ແລະສະແດງໃຫ້ເຫັນເຖິງຄວາມກະຫາຍເລືອດຂອງກຸ່ມຜູ້ກໍ່ການຮ້າຍກຸ່ມນີ້.

ໂຄສົກສະຫະລັດກ່າວອີກວ່າ ບໍ່ສາມາດຢືນຢັນໄດ້ວ່າພາບດັ່ງກ່າວເປັນເຫດການທີ່ເກີດຂຶ້ນຈິງ ເນື່ອງຈາກກຸ່ມດັ່ງກ່າວອາດຈະມີຈຸດປະສົງຕ້ອງການຂົ່ມຂູ່ໃຫ້ຊາວອີຣັກຢ້ານກົວ ແລະສ້າງຄວາມແຕກແຍກລະຫວ່າງຊາວອີຣັກຜູ້ນັບຖືນິກາຍຕ່າງໆ.

242630