Homeຂ່າວຕ່າງປະເທດອະດີດນາຍົກຯອັງກິດຍອມຮັບ ຜິດພາດທີ່ສົ່ງທະຫານ ເຮັດສົງຄາມຢູ່ອີຣັກ ເມື່ອ 13 ປີກ່ອນ!

ອະດີດນາຍົກຯອັງກິດຍອມຮັບ ຜິດພາດທີ່ສົ່ງທະຫານ ເຮັດສົງຄາມຢູ່ອີຣັກ ເມື່ອ 13 ປີກ່ອນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກໍລະກົດນີ້ວ່າ ທ່ານ ໂທນີ ແບຣ໌ ອະດີດນາຍົກລັດຖະມົນຕີອັງກິດ ໄດ້ກ່າວຖະແຫລງ ໃນວັນພຸດທີ 6 ກໍລະກົດຜ່ານມານີ້ ຍອມຮັບຄວາມຜິດພາດຂອງຕົນ ໃນການສົ່ງກອງທັບອັງກິດ ເຂົ້າໄປເຮັດສົງຄາມຢູ່ປະເທດອີຣັກ ຮ່ວມກັບສະຫະລັດອາເມຣິກາ ເມື່ອ 13 ປີຜ່ານມາ, ແນວໃດກໍຕາມ ທ່ານຍັງຄົງຢືນຢັນວ່າ ໂລກນີ້ປອດໄພຂຶ້ນເມື່ອບໍ່ມີ ຊັດດຳ ຮຸສແຊນ.

ການອອກມາຖະແຫລງ ຂອງອະດີດຜູ້ນຳອັງກິດຄົນດັ່ງກ່າວ ໄດ້ເກີດຂຶ້ນພາຍຫລັງທີ່ມີບົດລາຍງານ ທີ່ມີການກວດສອບດົນເຖິງ 7 ປີໄດ້ລະບຸວ່າ ສົງຄາມດັ່ງກ່າວນີ້ ອີງໃສ່ຂໍ້ມູນການສືບຂ່າວທີ່ຜິດພາດ ຂາດການກຽມພ້ອມສຳລັບການສູ້ຮົບ ອີກທັງຍັງບໍ່ມີການວາງແຜນຮອງຮັບ ສະຖານະການຫລັງຈາກຈົບສົງຄາມ ທີ່ສຳຄັນແມ່ນລັດຖະບານອັງກິດເວລານັ້ນ ເລືອກໃຊ້ກຳລັງຮຸນແຮງ ທັງທີ່ຍັງມີຊ່ອງທາງການທູດ ແລະ ຜູ້ນຳອີຣັກໃນເວລານັ້ນ ກໍບໍ່ໄດ້ເປັນໄພຄຸກຄານຮີບດ່ວນ ແຕ່ປະການໃດ.

ປັດຈຸບັນນີ້ ພາຍຫລັງ 13 ປີ ທີ່ກອງທັບອັງກິດ ສົ່ງທະຫານ 45,000 ຄົນ ເຂົ້າໄປອີຣັກ ຮ່ວມກັບທະຫານອາເມຣິກາ ບໍ່ໄດ້ເຮັດໃຫ້ປະເທດອີຣັກ ມີສັນຕິພາບຂຶ້ນແຕ່ປະການໃດ ຊ້ຳບໍ່ໜຳສະຖານະການໃນອີຣັກ ແມ່ນຍັງເຕັມໄປດ້ວຍຄວາມວຸ້ນວາຍ ແລະ ຄວາມຮຸນແຮງ ຈົນກາຍເປັນບ່ອນຂະຫາຍຕົວ ຂອງລັດທິກໍ່ການຮ້າຍຫົວຮຸນແຮງ ດັ່ງກຸ່ມລັດອິດສະລາມ ຫລື ໄອເອັສ.

ທັງນີ້ ສົງຄາມອີຣັກ ເກີດຂຶ້ນເນື່ອງຈາກ ສະຫະລັດອາເມຣິກາ ໄດ້ອ້າງຂໍ້ມູນວ່າ ທ່ານ ຊັດດຳ ຮຸສແຊນ ປະທານາທິບໍດີອີຣັກ ໃນເວລານັ້ນ ມີການຄອບຄອງອາວຸດທຳລາຍລ້າງສູງ, ແຕ່ຈົນຮອດທຸກມື້ນີ້ ທັງອາເມຣິກາ ແລະ ອັງກິດເອງ ກໍຍັງຊອກຫາອາວຸດດັ່ງກ່າວບໍ່ພົບ ແລະ ສຸດທ້າຍກໍຕ້ອງຍົກເລີກສົມມຸດຕິຖານດັ່ງກ່າວນີ້ຖິ້ມ.

ແນວໃດກໍຕາມ ທ່ານ ໂທນີ ແບຣ໌ ຍັງໄດ້ເວົ້າວ່າ ຖ້າຫາກຍ້ອນເວລາກັບຄືນໄປໄດ້ ຕົນເອງກໍຈະຕັດສິນໃຈແບບເດີມ ແລະ ເຊື່ອໝັ້ນວ່າ ການບຸກອີຣັກ ບໍ່ແມ່ນຕົ້ນເຫດກໍ່ໃຫ້ເກີດລັດທິກໍ່ການຮ້າຍ ທີ່ກຳລັງແຜ່ລາມໃນປັດຈຸບັນ ແຕ່ທ່ານໄດ້ກ່າວໂທດວ່າ ເປັນຍ້ອນກອງກຳລັງພາຍນອກ ເປັນຕົວການທີ່ເຮັດໃຫ້ສະຖານະການຢູ່ອີຣັກ ຍັງຄົງຮຸນແຮງຍືດເຍື້ອ ແລະ ເຫດການອາຣັບສະປຣິງ ຄືຕົ້ນກຳເນີດທີ່ແທ້ຈິງຂອງກຸ່ມໄອເອັສ.

ດ້ານນາຍົກລັດຖະມົນຕີອັງກິດຄົນປັດຈຸບັນ ທ່ານ ເດວິດ ຄາເມຣອນ ໄດ້ສະແດງຄວາມເຫັນວ່າ ອັງກິດບໍ່ສາມາດຍ້ອນເວລາກັບຄືນໄປໄດ້ ແຕ່ສາມາດຮັບປະກັນໄດ້ວ່າ ຈະຮຽນຮູ້ຈາກບັນຫານີ້ ແລະ ນຳເອົາບົດຮຽນນີ້ໄປໃຊ້.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...