Homeຂ່າວທ້ອງຖິ່ນອັດຕະປືມີແຮງງານຕ່າງຊາດບໍ່ຖືກກົດໝາຍ 848 ຄົນ ແລະເຂົາເຈົ້າບໍ່ຄ່ອຍໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່

ອັດຕະປືມີແຮງງານຕ່າງຊາດບໍ່ຖືກກົດໝາຍ 848 ຄົນ ແລະເຂົາເຈົ້າບໍ່ຄ່ອຍໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່

Published on

ອີງຕາມການລາຍງານຂອງ ຂ່າວສານປະເທດລາວ ແຂວງອັດຕະປືສາມາດຂຶ້ນທະບຽບແຮງງານຕ່າງປະເທດທີ່ຖືກຕ້ອງຕາມກົດໝາຍໄດ້ພຽງ 469 ຄົນ ຂະນະທີ່ ແຮງງານທີ່ຍັງບໍ່ຖືກຕ້ອງຕາມລະບຽບກົດໝາຍພົບວ່າມີເຖິງ 848 ຄົນ ເກືອບ 2 ເທົ່າຂອງນຳນວນທີ່ຖືກົດໝາຍ.

ຕົວເລກດັ່ງກ່າວຖືກເປີດເຜີຍໃນກອງປະຊຸມກ່ຽວກັບການຕີລາຄາຄືນດ້ານການຈັດຕັ້ງປະຕິບັດ ວຽກງານການກວດກາແຮງງານ ແລະ ຄຸ້ມຄອງແຮງງານໂດຍສະເພາະແມ່ນວຽກງານການອະນຸຍາດຂຶ້ນໃບຊົ່ວຄາວ ໃຫ້ຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງໃນ ແຂວງອັດຕະປື ທີ່ຈັດຂຶ້ນໃນວັນທີ 4 ກໍລະກົດ 2016 ນີ້. ໂດຍໄດ້ເປີດເຜີຍວ່າ: ຈາກການເຄື່ອນໄຫວກວດກາຂອງພາກສ່ວນທີ່ກ່ຽວຂ້ອງ ໄດ້ກວດພົບແຮງງານທີ່ເຂົ້າມາເຄື່ອນໄຫວຢູ່ພາຍໃນແຂວງ ມີຈໍານວນ 1.317 ຄົນ, ໃນນັ້ນແຮງງານຖືກຕ້ອງມີ 469 ຄົນ, ແຮງງານບໍ່ຖືກຕ້ອງມີ 848 ຄົນ.

ການລົງເກັບກຳກວດກາຂອງພາກສ່ວນທີ່ກ່ຽວຂ້ອງ ດຳເນີນໄປດ້ວຍຄວາມຫຍຸ້ງຍາກ ອັນເນື່ອງມາຈາກແຮງງານຕ່າງປະເທດຈຳນວນຫຼາຍບໍ່ໃຫ້ການຮ່ວມື ໂດຍຍັງມີການຫຼົບຫຼີກເຈົ້າໜ້າທີ່ ແລະຜູ້ໃຊ້ແຮງງານກໍບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ເທົ່າທີ່ຄວນ. ໃນຂະນະທີ່ລາຍງານຂ່າວບໍ່ໄດ້ແຈ້ງວ່າ ແຮງງານຕ່າງປະເທດດັ່ງກ່າວ ມີຄົນສັນຊາດໃດແດ່.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...