Homeຂ່າວທ້ອງຖິ່ນສະຫວັນນະເຂດ ຂຶ້ນທະບຽນແຮງງານຕ່າງປະເທດ ສໍາເລັດ 2 ພັນກວ່າຄົນ ເຊື່ອຍັງຕົກຄ້າງອີກຫລາຍ!

ສະຫວັນນະເຂດ ຂຶ້ນທະບຽນແຮງງານຕ່າງປະເທດ ສໍາເລັດ 2 ພັນກວ່າຄົນ ເຊື່ອຍັງຕົກຄ້າງອີກຫລາຍ!

Published on

ຂປລ. ແຂວງ​ສະຫວັນ​ນະ​ເຂດ​ ເຊື່ອ​ວ່າ​ຍັງ​ມີ​ແຮງ​ງານ​ຕ່າງ​ປະ​ເທດ​ທີ່ຜິດ​ກົດໝາຍ​ ຕົກ​ຄ້າງ​ຈໍານວນ​ບໍ່​ໜ້ອຍ ​ໃນ​ເຂດ​ຕົວ​ເມືອງ ​ແລະ ​ເຂດ​ຫ່າງ​ໄກ​​ໃນ​ແຂວງ​ຂອງ​ຕົນ ພາຍຫລັງ​ສໍາ​ເລັດ​ການ​ຂຶ້ນ​ທະບຽນ ​ແຮງ​ງານ​ຕ່າງ​ປະ​ເທດ ທັງ​ໝົດ 2.232 ຄົນ ​ໃນ​ເດືອນ​ມິຖຸນາ 2016 ຜ່ານ​ມາ.

ທ່ານ ສິລິ ປາຖະໜາ ຮອງ​ຫົວໜ້າຂະ​ແໜງ​ຄຸ້ມ​ຄອງ​ແຮງ​ງານ, ພະ​ແນ​ກ​ແຮງ​ງານ ​ແລະ ສະ ຫວັດດີ​ການ​ສັງຄົມ​ ໄດ້​ເປີດ​ເຜີຍ​ ໃນ​ວັນ​ທີ 5 ກໍລະກົດ 2016 ນີ້​ ວ່າ: ພາຍຫລັງເຈົ້າ​ໜ້າ​ທີ່​ສະ​ເພາະ​ກິດ​ຂອງ​ຕົນ​ ໄດ້​ກວດກາ ​ແລະ ຂຶ້ນ​ທະບຽນ​ແຮງ​ງານ​ຕ່າງປະ​ເທດ ​ພາຍ​ໃນ​​ແຂວງ ​ນັບ​ແຕ່​ເດືອນ​ພຶດສະພາ 2016 ​ເຖິງ​ປັດຈຸບັນ​ ສາມາດລະ​ບຸ ​ແລະ ​ເກັບ​ກໍາ​ຂໍ້​ມູນ​ທັງ​ໝົດ​ໄດ້ 2.232 ຄົນ ​ໃນ​ນັ້ນ ມີ​ແຮງ​ງານຫວຽດນາມ 2.223 ຄົນ​, ​ໄທ 58 ຄົນ ​ແລະ ​ແຮງ​ງານຈີນ 42 ຄົນ. ສໍາລັບ​ຄ່າ​ຂຶ້ນ​ທະບຽນ​ແຮງ​ງານ​ຕ່າງປະ​ເທດ​ ຈະ​ຕ້ອງ​ຈ່າຍ 300,000 ກີບ​ຕໍ່​ຄົນ​ຕໍ່​ເດືອນ.

ຮອງຫົວໜ້າຂະ​ແໜງ​ຄຸ້ມ​ຄອງ​ແຮງ​ງານ ​ໄດ້ຍັງ​ຢືນຢັນ​ຕື່ມວ່າ: ປັດຈຸບັນ​ນີ້ ​ຍັງ​ປະກົດ​ມີ​ແຮງ​ງານ​ຕ່າງ​ປະ​ເທດ ​ຕົກຄ້າງ ​ແລະ ຖືກ​ປົກ​ປິດ ​ໃນ​ບາງ​ເຂດ​ທ້ອງ​ຖິ່ນ ໂດຍ​ສະ​ເພາະກຸ່ມ​ກໍາມະກອນ​ເຄື່ອນ​ຍ້າຍ ​ເຊິ່ງບັນຫາ​ດັ່ງກ່າວ​, ອາດ​ເກີດ​ປະກົດ​ການ​ຫຍໍ້​ທໍ້ຕາມ​ມາ ​ຖ້າ​ຫາກປ່ອຍປະ​ລະເລີຍ​ດົນ​ໄປ, ​ເນື່ອງ​ຈາກ​ວ່າ​ຜ່າ​ນມາ ​​ໄດ້ເກີດ​ມີ​ສະພາບ​ຂີ້ລັກ​ງັດ​ແງະ ​ແລະ ອື່ນໆ ​ໄດ້​ກ່ຽວຂ້ອງ​ກັບ​ບາງ​ກຸ່ມ​ຄົນດັ່ງກ່າວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...