spot_img
Homeຂ່າວເຫດການໄອເຕັກທົນຕໍ່ສຽງຈົ່ມລູກຄ້າບໍ່ໄດ້ ຈຳຕ້ອງຍົກເລີກການເກັບຄ່າຈອດລົດ

ໄອເຕັກທົນຕໍ່ສຽງຈົ່ມລູກຄ້າບໍ່ໄດ້ ຈຳຕ້ອງຍົກເລີກການເກັບຄ່າຈອດລົດ

Published on

ພາຍຫຼັງທີ່ສູນການຄ້າ ໄອເຕັກ ໄດ້ປະກາດເກັບຄ່າຈອດລົດ ໂດຍຈະເລິ່ມຈາກວັນທີ 4 ກໍລະກົດ 2016 ເປັນຕົ້ນໄປນັ້ນ ສື່ສັງຄົມອອນລາຍໄດ້ເຜີຍແພ່ຂ່າວດັ່ງກ່າວຢ່າງກວ້າງຂວາງ ເຊິ່ງໄດ້ສ້າງຄວາມແປກໃຈໃຫ້ກັບລູກຄ້າຫຼາຍພໍສົມຄວນ ເນື່ອງຈາກໃນໄລຍະຫຼາຍປີທີ່ຜ່ານມາ ລູກຄ້າຊາວລາວຮູ້ສຶກດີກັບການເຂົ້າທ່ຽວຊົມ ແລະຊື້-ຂາຍ ສິນຄ້າຢູ່ສູນການຄ້າດັ່ງກ່າວຢ່າງສະບາຍໃຈ ເນື່ອງຈາກສະຖານທີ່ຈອດລົດກວ້າງຂວາງ ແລະທີ່ສຳຄັນແມ່ນບໍ່ມີການເກັບຄ່າຈອດແຕ່ຢ່າງໃດ.

ດັ່ງນັ້ນ, ການປະກາດເກັບຄ່າຈອດລົດດັ່ງກ່າວ ຈຶ່ງເປັນສິ່ງທີ່ແປກໃຈ ແລະຫຼາຍຄົນກໍໃຫ້ຄຳເຫັນວ່າ ຕົນເອງຮູ້ສຶກເສຍຄວາມຮູ້ສຶກດີໆ ທີ່ເຄີຍມີຕໍ່ສູນການຄ້າລາວໄອເຕັກ ເນື່ອງຈາກເປັນຜູ້ທີ່ມັກພາຄອບຄົວເຂົ້າໄປທ່ຽວ ຈັບຈ່າຍຊື້ເຄື່ອງໃນສູນການຄ້າດັ່ງກ່າວເປັນປະຈຳ. ຕໍ່ໄປນີ້ຖ້າມີການເກັບຄ່າຈອດລົດແທ້ ກໍຄົງຕ້ອງໄດ້ພິຈາລະນາກ່ອນ ຖ້າບໍ່ມີຄວາມຈຳເປັນອິຫຼີກໍຈະບໍ່ເຂົ້າໄປ.

ຕໍ່ຫາງສຽງຂ້າງເທິງນັ້ນ, ທາງຄະນະບໍລິຫານສູນການຄ້າດັ່ງກ່າວ ຈຶ່ງໄດ້ພິຈາລະນາແລ້ວເຫັນວ່າ ການເກັບຄ່າຈອດລົດຈະກະທົບກັບລາຍໄດ້ຂອງຊາວຄ້າ-ຂາຍທີ່ມາເຊົ່າສະຖານທີ່ຂາຍເຄື່ອງ ແລະວາງສະແດງສິນຄ້າຕ່າງໆ ເນື່ອງຈາກລູກຄ້າຈະຫຼຸດລົງ. ດັ່ງນັ້ນ, ຈຶ່ງໄດ້ຕັດສິນໃຈຍົກເລີກການເກັບຄ່າຈອດລົດດັ່ງກ່າວ ໃນວັນທີ 5 ກໍລະກົດ 2016 (ໄດ້ເກັບຄ່າຈອດລົດພຽງແຕ່ມື້ດຽວ ຄືວັນທີ 4 ກໍລະກົດ 2016).

ໂດຍແຈ້ງການຍົກເລີກການເກັບເງິນຄ່າຈອດລົດ ມີດັ່ງນີ້:Screenshot (38)

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...