HomeມູມໄອທີລາວMoto Z Play ໂພ່ເທິງ AnTuTu ມາພ້ອມກັບຊິບ Snapdragon 625

Moto Z Play ໂພ່ເທິງ AnTuTu ມາພ້ອມກັບຊິບ Snapdragon 625

Published on

​Motorola ໄດ້ເປີດໂຕໂທລະສັບລຸ້ນໃໝ່ໃນຊີຣີ Moto Z ພ້ອມກັບອຸປະກອນເສີມທີ່ມີຊື່ວ່າ Moto Mods ໄປແລ້ວເມື່ອເດືອນກ່ອນນີ້. ຫຼ້າສຸດນີ້ເອງກໍມີຂໍ້ມູນມາຈາກປະເທດຈີນວ່າມີໂທລະສັບລຸ້ນ Moto Z Play ເຜີຍອອກມາຜ່ານແອັບ AnTuTu benchmark ໂດຍມີທັງຂໍ້ມູນທາງດ້ານສະເປັກແລະຄະແນນຂອງເຄື່ອງອອກມານຳ.

ສຳລັບລູ້ນ Moto Z Play ແມ່ນຈະເປັນລຸ້ນນ້ອຍສຸດຂອງຊີຣີ ທີ່ມີຄະແນນ AnTuTu ຢູ່ທີ່ 59000,  ເຊິ່ງມີໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ), ໃຊ້ງານຊິບປະມວນຜົນ Snapdragon 625, RAM 2GB / 3GB ແລະ ROM 32GB ROM.

ສຳລັບກ້ອງຫຼັງແມ່ນຕິດຕັ້ງມາ 16 ລ້ານພິກເຊວ ແລະກ້ອງໜ້າ 5 ລ້ານພິກເຊວ. ໃຊ້ງານລະບົບ Android 6.0.1. ໂດຍລາຄາຂອງໂຕເຄື່ອງຄາດວ່າ 1699 ຢວນ ແຕ່ລາຄາໃນລະດັບນີ້ຄົງຈະຂາຍຍາກໃນຈີນ ເພາະສາມາດຊື້ໄດ້ທັງ Xiaomi Mi5 ແລະ ZUK Z2 ທີ່ໃຊ້ຊິບເຮືອທຸງແບບ Snapdragon 820 ເລີຍ.

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...