Homeຂ່າວຕ່າງປະເທດຄອນ​ໂດ​ສ້າງ​ໃໝ່​ລົ້ນ​ຕະຫລາດ​ກຳປູ​ເຈຍ

ຄອນ​ໂດ​ສ້າງ​ໃໝ່​ລົ້ນ​ຕະຫລາດ​ກຳປູ​ເຈຍ

Published on

ບໍລິສັດ​ອະສັງຫາລິມະ​ຊັບ​ລະດັບ​ໂລກ​ເຕືອນ​ວ່າ ຊ່ວງ​ເຄິ່ງທຳ​ອິດ​ຂອງ​ປີ​ນີ້​ມີ​ຄອນ​ໂດ​ມີ​ນຽມ​ສ້າງ​ໃຫມ່​ເກີດ​ຂຶ້ນ​ເປັນ​ຈຳນວນຫລາຍ​ໃນ​ກຳປູ​ເຈຍ ​ແຕ່​ມີ​ການ​ຊື້ຂາຍ​ຕົວ​ຈິງ​ພຽງ​ແຕ່ 1 ​ໃນ 10 ​ເທົ່າ​ນັ້ນ.

​ເຊັນ​ຈູ​ຣີ 21 ປະຈຳ​ກຳປູ​ເຈຍ​ເຜີຍ​ລາຍ​ງານ​ການ​ວິ​ໄຈ​ໃນ​ມື້​ນີ້​ວ່າ ຊ່ວງ​ເຄິ່ງທຳ​ອິດ​ຂອງ​ປີ​ນີ້​ມີ​ຄອນ​ໂດ​ມີ​ນຽມ​ສ້າງ​ໃຫມ່​ຫລາຍ​ເຖິງ 13.730 ຫ້ອງ ​ເພີ່ມ​ຂຶ້ນ 52% ຈາກ​ຊ່ວງ​ດຽວ​ກັນ​ຂອງ​ປີ​ກ່ອນ ​ແລະ ຖື​ວ່າຫລາຍ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ ຂະນະ​ທີ່​ມີ​ການ​ຊື້​ຂາຍ​ຕົວ​ຈິງ​ພຽງ​ແຕ່ 13% ​ເທົ່າ​ນັ້ນ ​ສາ​ເຫດ​ທີ່​ປະລິມານ​ຄອນ​ໂດ​ມີ​ນຽມ​ໃຫມ່​ລົ້ນ​ຕະຫລາດ​ນອກຈາກ​ເປັນ​ຜົນ​ຈາກ​ບັນຍາກາດ​ໃນ​ຕະຫລາດ​ງຽບ​ເຫງົາ​ຍ້ອນ​ຜົນ​ກະທົບ​ຈາກ​ປັດ​ໄຈ​ເສດຖະກິດ​ພາຍ​ນອກ​ແລ້ວ ຍັງ​ເປັນ​ຜົນ​ຈາກ​ຄວາມ​ບໍ່​ໝັ້ນ​ໃຈ​ໃນ​ຕະຫລາດ​ອະສັງຫາລິມະ​ຊັບ​ຊ່ວງ​ຫລາ​ຍປີ​ຂ້າງ​ໜ້າ​ນຳ​.

ສະ​ເພາະ​ໃນ​ນະຄອນຫລວງ​ພະນົມ​ເປ​ນມີ​ໂຄງການ​ຄອນ​ໂດ​ມີ​ນຽມ​ທັງ​ໝົດ 110 ​ແຫ່ງ ລວມ 36.742 ຫ້​ອງ ​ໃນ​ຈຳນວນ​ນີ້ 24 ​ໂຄງການ 5.014 ຫ້ອງ​ກໍ່ສ້າງ ​ແລະ ສົ່ງ​ມອບ​ໃຫ້​ແກ່​ຜູ້​ຊື້​ແລ້ວ ທີ່​ເຫລື​ອຢູ່​ລະຫວ່າງ​ການ​ກໍ່ສ້າງ ຜູ້​ຊື້ 70% ​ເປັນ​ຊາວ​ຕ່າງ​ຊາດ ສ່ວນ​ໃຫຍ່​ມາ​ຈາກ​ຈີນ ຍີ່ປຸ່ນ ​ແລະ ສິງກະ​ໂປ ຄອນ​ໂດ​ມີ​ນຽມ​ແບບ 1 ຫ້ອງ​ນອນ​ຂະຫນາດ 50 ຕາ​ແມັດ ລາຄາ​ຂາຍ​ສະ​ເລ່ຍທີ່ 89.720 ​ໂດ​ລາ​ສະຫະລັດ ​ແບບ 2 ຫ້ອງ​ນອນ​ຂະໜາດ 85 ຕາ​ແມັດ ສະ​ເລ່ຍທີ່ 153.000 ​ໂດ​ລາ​ສະຫະລັດ​ ​ແລະ ​ແບບ 3 ຫ້ອງ​ນອນ​ຂະຫນາດ 129 ຕາ​ແມັດ​ລາຄາ​ຂາຍ​ສະ​ເລ່ຍ 270.890 ​ໂດ​ລາ​ສະຫະລັດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...