spot_img
Homeຂ່າວພາຍ​ໃນແຂວງອຸດົມໄຊ ເຂັ້ມຄຳສັ່ງນາຍົກຯ ຕັ້ງດ່ານກວດພົບໄມ້ຂະຍຸງເຖື່ອນ ໜັກກວ່າ 2 ໂຕນເຄິ່ງ ພ້ອມຈັບດຳເນີນຄະດີ!

ແຂວງອຸດົມໄຊ ເຂັ້ມຄຳສັ່ງນາຍົກຯ ຕັ້ງດ່ານກວດພົບໄມ້ຂະຍຸງເຖື່ອນ ໜັກກວ່າ 2 ໂຕນເຄິ່ງ ພ້ອມຈັບດຳເນີນຄະດີ!

Published on

ຂປລ. ກອງບັນຊາການ ປກສ ແຂວງອຸດົມໄຊ ຢຶດ​ໄມ້​ຂະ​ຍຸງ 47 ທ່ອນກັບ 25 ​ແຜ່ນ ຢູ່​​ເສັ້ນທາງ​ເລກທີ 13 ​ເໜືອ​ ລະຫວ່າງ​ແຂວງ​ອຸດົມ​ໄຊ​-ຫລວງ​ພະ​ບາງ ຂະນະ​ລົດກະບະ​ຮຸ​ນ​ໄດ​ ພວມ​ບັນທຸກ​ໄມ້​ຜິດ​ກົດໝາຍ ​ມ่ຸງ​ໜ້າ​ສູ່ ແຂວງ​ອຸດົມ​ໄຊ.

ເຈົ້າໜ້າທີ່ຕໍາຫລວດ ຈາກ​ກອງ​ບັນຊາ​ການ ປກສ ​ແຂວງອຸດົມໄຊ ​ເປີດ​ເຜີຍໃນ​ອາທິດ​ຜ່ານ​ມານີ້ວ່າ: ​ໃນວັນທີ 21 ມິຖຸນາ 2016 ໄດ້ຮັບລາຍງານວ່າ ຈະມີການລັກລອບຂົນສົ່ງໄມ້ຂະຍຸງຜິດ​ກົດໝາຍ ຈຶ່ງໄດ້ຕັ້ງຈຸດກວດກາພາຫະນະ ຢູ່ເຂດຫລັກ 35 ເສັ້ນທາງເລກທີ 13 ເໜືອ ສາມາດພົບເຫັນລົດກະບະຮຸນໄດ 6 ລໍ້ ສີຂາວ ໝາຍເລກທະບຽນ ບຂ 0505 ກຳແພງນະຄອນ ​ແລະ ​ໄດ້​ກວດພົບໄມ້ຕ້ອງຫ້າມ ປະເພດໄມ້ຂະຍຸງທີ່ຊຸກຊ້ອນໄວ້ຢູ່ໃນທ້າຍລົດ ຈຳນວນ 47 ທ່ອນ ກັບ 25 ແຜ່ນ ມີນ້ຳໜັກ 2.534 ກິໂລ, ຈຶ່ງກັກໂຕຜູ້ຂັບລົດ ຊື່ ທ້າວ ວ່າຈາຊົງ ອາຍຸ 20 ປີ ຢູ່ບ້ານຫ້ວຍຕ້ອງ ເມືອງໄຊ ແຂວງອຸດົມໄຊ ​ເຊິ່ງຜູ້ກ່ຽວ​ຮັບສາລະພາບ​ວ່າ: ໃນວັນທີ 20 ພຶດສະພາ 2016 ໄດ້ມີ ທ້າວ ອາມິງ ອາຍຸ 48 ປີ ສັນຊາດຈີນ ປັດຈຸບັນຢູ່ປະເທດຈີນ ເຊິ່ງເປັນ​ເຈົ້າ​ຂອງລົດຄັນດັ່ງກ່າວ ໄດ້ໂທລະສັບ ຫາຕົນໄປຂັບລົດຂົນສົ່ງໄມ້ຂະຍຸງ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເປັນໄມ້ສຳເລັດຮູບ ມີປະມານໂຕນກວ່າໃຫ້ເອົາໄປສົ່ງຢູ່ບ້ານອ່າຍ ເມືອງນາໝໍ້ ແຂວງອຸດົມໄຊ ໂດຍໄດ້ຮັບຄ່າຈ້າງ 1.500.000 ກີບຕໍ່ຖ້ຽວ ມາຮອດວັນທີ 18 ມິຖຸນາ 2016 ທ້າວ ອາມິງ ໄດ້ໂທລະສັບຫາທ້າວ ວ່າຈາຊົງ ໃຫ້ເອົາລົດລົງໄປຂົນເຄື່ອງ ຢູ່ໂຮງງານອາແຈ໋ກ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ທີ່ທ້າວ ອາມິງ ໄດ້ເຊົ່າຢູ່ ແລະ ວັນທີ 20 ມິຖຸນາ 2016 ທ້າວ ວ່າຈາຊົງ ໄດ້ຂັບລົດອອກມາແຕ່ໂຮງງານ ​ແລະ ມານອນຢູ່ກາສີ ເມື່ອໄປຮອດຫລັກ 35 ມີຈຸດຕັ້ງດ່ານກວດ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມໄມ້ທີ່ຜິດກົດໝາຍ ມາດຳເນີນຄະດີ.

ການຈັບ​ກຸມ​ຜູ້​ຄ້າ​ໄມ້​ຂະ​ຍຸງ​ທີ່​ຜິດ​ກົດໝາຍ​ຄັ້ງ​ນີ້ ​ເປັນ​ຜົນ​ມາ​ຈາກການ​ປະຕິບັດ, ຜັນ​ຂະຫຍາຍ ຄໍາ​ສັ່ງ​ເລກທີ 15/ນຍ ຂອງນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ ລົງ​ວັນ​ທີ 13 ພຶດສະພາ 2016 ກ່ຽວກັບການຄຸ້ມຄອງ ການຂຸດຄົ້ນ ແລະ ທຸລະກິດໄມ້.

ແຫລ່ງຂ່າວ:
ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...