Homeຂ່າວການພັດທະນາເຈົ້າຄອງນະຄອນຫລວງວຽງຈັນ ເລັ່ງພາກສ່ວນກ່ຽວຂ້ອງ ແກ້ບັນຫານ້ຳຖ້ວມຂັງໃນຕົວເມືອງ!

ເຈົ້າຄອງນະຄອນຫລວງວຽງຈັນ ເລັ່ງພາກສ່ວນກ່ຽວຂ້ອງ ແກ້ບັນຫານ້ຳຖ້ວມຂັງໃນຕົວເມືອງ!

Published on

ຫລາຍມື້ຜ່ານມານີ້ ໄດ້ມີສະພາບຝົນຕົກແຮງ ສົ່ງຜົນໃຫ້ເກີດມີສະພາບນ້ຳຖ້ວມຂັງ ຕາມເສັ້ນທາງຕ່າງໆ ໃນຕົວເມືອງນະຄອນຫຼວງວຽງຈັນ ຫຼາຍຈຸດຢ່າງໜ້າເປັນຫ່ວງ, ຕໍ່ສະພາບດັ່ງກ່າວ ຖ້າບໍ່ໄດ້ຮັບການແກ້ໄຂ ກໍຈະເຮັດໃຫ້ຖະໜົນຫົນທາງ ຫຼື ສິ່ງປຸກສ້າງໃນພື້ນທີ່ຕ່ ຳອາດໄດ້ຮັບຜົນກະທົບເປັນບໍ່ໜ້ອຍ ແລະ ຕໍ່ບັນຫານີ້ ທາງພາກສ່ວນກ່ຽວຂ້ອງຂອງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ອົງການບໍລິຫານ ແລະ ພັດທະນາຕົວເມືອງວຽງຈັນ ບໍ່ໄດ້ນິ້ງນອນໃຈ ແລະ ໄດ້ນຳສົ່ງພະນັກ ງານວິຊາການຂອງຕົນ ລົງຕິດຕາມກວດກາຢ່າງໃກ້ຊິດ ໃນຈຸດທີ່ເກີດນ້ຳຖ້ວມຂັງ, ພ້ອມທັງໄດ້ເລັ່ງແກ້ໄຂຕາມຈຸດຕ່າງໆ ດ້ວຍການອະນາໄມ, ແປງປົວ ແລະ ລ່ວງຮ່ອງລະບາຍນ້ຳໃນເບື້ອງຕົ້ນ, ເພື່ອເຮັດໃຫ້ນ້ຳສາມາດໄຫຼ່ສະດວກ ແລະ ວ່ອງໄວຂື້ນເຊັ່ນ: ເສັ້ນທາງຫຼັກ 6 ຈຸດເຂດບ້ານພະຂາວ, ເສັ້ນທາງດອນໜູນ, ເສັ້ນທາງຄ້ອຍຕະຫຼາດສະຫວ່າງ ແລະ ຈຸດອື່ນໆໃນຕົວເມືອງ ທີ່ມັກເກີດນ້ຳຖ້ວມຂັງໃນຜ່ານມາ, ແຕ່ກໍຍອມຮັບວ່າ ການຕິດຕາມກວດກາ ເລະ ແກ້ໄຂສະພາບນ້ຳຖ້ວມຂັງ ຂອງພາກສ່ວນກ່ຽວຂ້ອງນັ້ນ ອາດເຮັດໄດ້ບໍ່ທົ່ວເຖິງ ແລະ ມ່ີບາງຈຸດທີ່ເກີດນ້ຳຖ້ວມຂັງ ແຕ່ພາກສ່ວນກ່ຽວຂ້ອງບໍ່ຮູ້, ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ສັງຄົມ ສະເໝີມາຍັງພາກສ່ວນກ່ຽວຂ້ອງ ເພື່ອຈະໄດ້ລົງໄປກວດກາ ແລະ ແກ້ໄຂຕາມຄວາມເປັນຈິງ.

ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ບໍ່ສະເພາະແຕ່ເທົ່ານັ້ນ ພາຍຫຼັງເກີດນ້ຳຖ້ວມຂັງໃນ 4-5 ວັນຜ່ານມາ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍມີຄວາມເປັນຫ່ວງ ແລະ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ລົງກວດກາໃນຈຸດຕ່າງໆທີ່ເກີດນ້ຳຖ້ວມຂັງຄື: ຢູ່ເຂດບ້ານໂພນພະເນົາ, ເມືອງໄຊເສດຖາ, ເຂດບ້ານໂພນສະຫວ່າງ ເມືອງຈັນທະບູລີ, ຮ່ອງລະບາຍນ້ຳ ເຂດຫໍປະຊຸມແຫ່ງຊາດ ແລະ ເຂດບ້ານພະຂາວ ເມືອງໄຊທານີ ຊຶ່ງເປັນຈຸດທີ່ໄດ້ຮັບຜົນກະທົບໝັກ ແລະ ອາດຈະເກີດມີນ້ຳຖ້ວມຂັງຕື່ມອີກ ຖ້າບໍ່ໄດ້ຮັບການແກ້ໄຂ, ໂດຍສາເຫດສ່ວນໃຫຍ່ ແມ່ນຍ້ອນມີການຖົມດິນແບບຊະຊາຍ, ມີການປຸກສ້າງບໍ່ຖືກລະບຽບ  ແລະ ບໍ່ມີການອະນາໄມ ລ່ວງຮ່ອງລະບາຍນ້ຳຢ່າງສະໝ່ຳສະເໝີ, ເມື່ອມີຝົນຕົກແຮງ ແລະ ຕິດຕໍ່ຫຼາຍຊົ່ວໂມງ ຈຶ່ງເກີດມີນ້ຳຖ້ວມຂັງ ຍ້ອນລະບາຍບໍ່ທັນ, ອັນສົ່ງຜົນກະທົບຕໍ່ການດຳລົງຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ຜ່ານການລົງກວດກາໃນຄັ້ງນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ແນະນຳໃຫ້ພາກສ່ວນກ່ຽວຂ້ອງ ຂື້ນແຜນແກ້ໄຂຢ່າງຮີບດ່ວນ, ພ້ອມທັງໄດ້ເນັ້ນໃຫ້ບັນດາເມືອງ ແລະ ບ້ານ ທີ່ໄດ້ຮັບຜົນກະທົບ ເປັນເຈົ້າການລະດົມທືນ ຈາກບັນດາຜູ້ປະກອບການ ທີ່ຢູ່ໃນເຂດຄຸ້ມຄອງຂອງຕົນ ເພື່ອໃຊ້ຈ່າຍໃນການແກ້ໄຂຮີບດ່ວນດັ່ງກ່າວ, ສະເພາະນະຄອນຫຼວງເອງ ກໍຈະສົມທົບທືນອີກຈຳນວນໜຶ່ງ, ພ້ອມນັ້ນທ່ານ ເຈົ້າຄອງກໍໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ຂື້ນແຜນແກ້ໄຂໃນໄລຍະຍາວ ເພື່ອບໍ່ໃຫ້ມີນ້ຳຖ້ວມຂັງ ໃນນະຄອນຫຼວງວຽງຈັນຢ່າງເດັດຂາດ, ສຳລັບຜູ້ລະເມີດທີ່ມີການຖົມດິນ ແລະ ປຸກສ້າງແບບບໍ່ຖືກລະບຽບ ຊຶ່ງເປັນ ສາເຫດໃຫ້ເກີດນ້ຳຖ້ວມຂັງ ກໍໃຫ້ດຳເນີນຕາມມາດຕະການ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...