Homeຂ່າວທ້ອງຖິ່ນຊາວນາເມືອງເຊບັ້ງໄຟ ຫັນມາຜະລິດເຂົ້າ ແບບນາຝາຍເພີ່ມຂຶ້ນ ເພື່ອຫລຸດຜ່ອນຕົ້ນທຶນ!

ຊາວນາເມືອງເຊບັ້ງໄຟ ຫັນມາຜະລິດເຂົ້າ ແບບນາຝາຍເພີ່ມຂຶ້ນ ເພື່ອຫລຸດຜ່ອນຕົ້ນທຶນ!

Published on

ໃນລະດູການຜະລິດນາປີປີນີ້ ຊາວກະສິກອນເມືອງເຊບັ້ງໄຟ ແຂວງຄຳມ່ວນ ຫັນມາຜະລິດເຂົ້າແບບນາຢອດ (ນາຝາຍ) ເພີ່ມຂຶ້ນ ເນື່ອງຈາກວ່າ ການຜະລິດດັ່ງກ່າວ ໄດ້ຊ່ວຍຫຼຸຸດຜ່ອນການໃຊ້ແຮງງານ ແລະ ຕົ້ນທຶນການຜະລິດ ບວກກັບສະພາບຝົນຕົກບໍ່ປົກກະຕິ ເຮັດໃຫ້ປະລິມານນ້ຳທີ່ໃຊ້ເຂົ້າໃນການຜະລິດເຂົ້ານາປີ ບໍ່ທັນກັບສະພາບການ ຊຶ່ງຊາວກະສິກອນໃນທົ່ວເມືອງ ໄດ້ຫັນມາຜະລິດເຂົ້າແບບນາຝາຍຈຳນວນ 3.220 ເຮັກຕາ ເທົ່າກັບ 40% ຂອງເນື້ອທີ່ແຜນການໃນທົ່ວເມືອງ.

ຕາມການລາຍງານຂອງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊບັ້ງໄຟ ໃນວັນທີ 29 ມີຖຸນາໃຫ້ຮູ້ວ່າ: ໃນທົ່ວ ເມືອງມີແຜນຜະລິດເຂົ້ານາປີ ສົກ 2016-2017 ໃນເນື້ອທີ່ທັງໝົດ 8.050 ເຮັກຕາ, ຄາດຄະເນສະມັດຖະພາບ 4,24 ໂຕນຕໍ່ເຮັກຕາ, ຜົນຜະລິດ 34.132 ໂຕນ. ໃນນີ້ມີເນື້ອທີ່ນາຝາຍ 3.220 ເຮັກຕາ ເທົ່າກັບ 40% ຂອງແຜນການ ຊຶ່ງປັດຈຸບັນແມ່ນປະຕິບັດສຳເລັດ 100% ສຳລັບນາຝາຍ, ສ່ວນເນື້ອທີ່ນາປັກດຳມີ 4.830 ເຮັກຕາ ເທົ່າກັບ 60% ຂອງແຜນການ ຊຶ່ງປັດຈຸບັນປັກດຳໄດ້ 483 ເຮັກຕາ ເທົ່າກັບ 10%.

ການຜະລິດໃນປີນີ້ ແມ່ນມີຄວາມຫຼ້າຊ້າທຽບໃສ່ປີຜ່ານມາ. ໃນນີ້ ເຂດຈຸດສຸມຜະລິດເຂົ້າເປັນສິນຄ້າມີ 6 ບ້ານຄື: ບ້ານຍາງໃຫຍ່, ບ້ານສັງ, ນາບຶງ, ຫ້ວຍລ້າງມື, ບ້ານນ້ອຍ ແລະ ບ້ານສົ້ມ ລວມມີ 187 ຄອບຄົວ, ມີເນື້ອທີ່ 424,23 ເຮັກຕາ ແລະ ກຸ່ມຜະລິດແນວພັນເຂົ້າມີ 2 ກຸ່ມຄື: ກຸ່ມຫາດຄຳຮຽງມີ 7 ຄອບຄົວ, ມີເນື້ອທີ່ 5,90 ເຮັກຕາ ແລະ ກຸ່ມບ້ານຕຶງ ມີ 15 ຄອບຄົວ, ມີເນື້ອທີ່ 7,5 ເຮັກຕາ ເປັນຕົ້ນແມ່ນແນວພັນທ່າດອກຄຳ 8 ແລະ ທ່າດອກຄຳ 11. ສຳລັບການຜະລິດພືດລະດູຝົນມີ 457 ເຮັກຕາ ເປັນຕົ້ນແມ່ນໝາກແຕງພື້ນບ້ານ, ສາລີ ຫວານ, ໝາກອຶ ແລະ ພືດຜັກອື່ນໆ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...