spot_img
Homeຂ່າວການພັດທະນາຍີ່ປຸ່ນສະໜອງທຶນ 24 ຕື້ກວ່າກີບ ຊ່ວຍພັດທະນາຊັບພະຍາກອນມະນຸດ ຢູ່ປະເທດເຮົາ!

ຍີ່ປຸ່ນສະໜອງທຶນ 24 ຕື້ກວ່າກີບ ຊ່ວຍພັດທະນາຊັບພະຍາກອນມະນຸດ ຢູ່ປະເທດເຮົາ!

Published on

ຂປລ. ລັດຖະບານ​ຍີ່ປຸ່ນ ສະໜອງ​ທຶນ 308 ລ້ານ​ເຢັນ ຫລື ປະມານ 24 ຕື້​ກວ່າ​ກີບ ໃຫ້​ລັດ ຖະບານ ​ແຫ່ງ ສປປ ລາວ ​ເຂົ້າ​ໃນ​ໂຄງ​ການ​ ພັດທະນາ​ ຊັບພະຍາກອນ​ມະນຸດ ​ເຊິ່ງພິທີ​ລົງນາມ​ເອກະສານ ​ແລກປ່ຽນ​ໂຄງການ​ ຊ່ວຍ​ເຫລືອ​ດັ່ງກ່າວ ​ໄດ້​ມີ​ຂຶ້ນ​ ໃນ​ວັນ​ທີ 4 ກໍລະກົດ ​ນີ້, ລະຫວ່າງ​ ທ່ານ ​ນາງ ຄຳ​ເພົາ ​ເອີນ​ທະ​ວັນ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ແລະ ທ່ານ ຕາ​ເກ​ຊິ ຮິ​ກິ​ຮາຣາ ​ເອກອັກຄະ​ລັດຖະທູດ​ ວິສາມັນ​ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ​ປະ​ເທດ​ຍີ່ປຸ່ນ ປະຈຳ​ລາວ ​ໂດຍ​ມີ​ພາກສ່ວນ ​ກ່ຽວ​ຂ້ອງ​​ສອງ​ຝ່າຍ ​ເຂົ້າ​ຮ່ວມ​ເປັນ​ ສັກ​ຂີພິຍານ.

ໂຄງການ​ດັ່ງກ່າວ​, ແມ່ນ ​ໜຶ່ງ​ໃນ​ວຽກ​ງານ​ ບູລິ​ມະ​ສິດ​ ທີ່​ລັດຖະບານ​ແຫ່ງ ສປປ ລາວ ​ໃຫ້​ຄວາມສຳຄັນ​ທີ່​ສຸດ ​ໃນ​ປັດຈຸບັນ ​ແລະ ອະນາຄົດ ​ເພື່ອ​ຍົກ​ລະດັບ​ ຂະ​ແໜງ​ການ​ສຶກສາ ​ໂດຍ​ສະ​ເພາະ ​ສ້າງ​ຂີດ​ຄວາມ​ສາມາດ ​ ຂອງ​ນັກ​ຮຽນ-ນັກ​ສຶກສາ ຂອງ ສປປ ລາວ ​ແລະ ລະບົບ​ການ​ສຶກສາ​ເພື່ອ​ໃຫ້​ສາມາດ​ ຕອບ​ສະໜອງ​ ໄດ້​ຕາມ​ມາດຕະຖານ​ ແຫ່ງ​ຊາດ, ຂົງ​ເຂດ ​ແລະ ສາກົນ.

​ໃນ​ໄລຍະ​ຜ່ານ​ມາ ລັດຖະບານ​ຍີ່ປຸ່ນ ໄດ້​​ໃຫ້ການ​ຊ່ວຍ​ເຫລືອ​ ສປປ ລາວ ​ເພື່ອ​ການ​ພັດທະນາ  ​ ໃນ​ຫລາຍ​ຂົງ​ເຂດ ​ເປັນ​ຕົ້ນ ພື້ນຖານ​ໂຄງ​ລ່າງ, ການ​ສຶກສາ, ສາທາລະນະ​ສຸກ, ກະສິກຳ ​ແລະ ອື່ນໆ ​ເຊິ່ງ​ເປັນ​ການ ​ປະກອບສ່ວນ​​ເຂົ້າ​ໃນ​ ການ​ພັດທະນາ​ ເສດຖະກິດ​-ສັງຄົມ ຂອງ ສປປ ລາວ ​ແລະ ຍັງ​ເປັນ​ການ ​ສະໜັບສະໜູນ​ ແຜນ​ພັດທະນາ ​ເສດຖະກິດ​ສັງຄົມ ​ແຫ່ງຊາດ 5 ປີ ຄັ້ງ​ທີ 8 ​ແຕ່​ປີ2016-2020.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...