spot_img
Homeຂ່າວທ້ອງຖິ່ນໂຄງ­ການ​ສ້າງ​ເຂື່ອນ​ເຊ​ປ່ຽນ-ເຊ​ນໍ້າ​ນ້ອຍ ຄືບ​ໜ້າ​ກວ່າ 40%

ໂຄງ­ການ​ສ້າງ​ເຂື່ອນ​ເຊ​ປ່ຽນ-ເຊ​ນໍ້າ​ນ້ອຍ ຄືບ​ໜ້າ​ກວ່າ 40%

Published on

ໂຄງ­ການກໍ່­ສ້າງເຂື່ອນໄຟ­ຟ້າເຊປ່ຽນ-ເຊນ້ຳນ້ອຍ ພາຍ­ຫຼັງທີ່ໄດ້ເລີ່ມລົງ­ມືຈັດຕັ້ງປະ­ຕິ­ບັດ ເຫັນວ່າບັນ­ດາໜ້າວຽກພາຍໃນໂຄງ­ການມີຄວາມຄືບໜ້າຫຼາຍດ້ານເປັນ­ຕົ້ນ ການຈັດສັນ ແລະຊົດເຊີຍເງິນໃຫ້ຄອບ­ຄົວທີ່ຖືກຜົນກະ­ທົບຈາກໂຄງ­ການ ຊຶ່ງໜ້າວຽກໂດຍລວມມາຮອດປະ­ຈຸບັນປະ­ຕິ­ບັດໄດ້ 44,86% ຂອງບັນ­ດາໜ້າວຽກທັງໝົດ.

ເມື່ອບໍ່ດົນມານີ້ ແຂວງອັດຕະປືໄດ້ຈັດກອງປະ­ຊຸມສະ­ຫຼຸບການ­ຈັດ­ຕັ້ງປະ­ຕິ­ບັດວຽກງານຄະ­ນະກຳ­ມະ­ການຍົກ­ຍ້າຍ-ຈັດສັນຂັ້ນແຂວງ ແລະວາງທິດທາງແຜນ­ການ 2016-2017 ໃນເຂດໂຄງ­ການກໍ່­ສ້າງເຂື່ອນໄຟ­ຟ້າເຊປ່ຽນ-ເຊນ້ຳນ້ອຍ ໂດຍການເປັນປະ­ທານຂອງ ທ່ານ ສຸກສະ­ໄໝ ຈັນ­ທະມາດ ຮອງເຈົ້າ­ແຂວງໆອັດຕະປື, ຮອງປະ­ທານກຳ­ມະ­ການຍົກ­ຍ້າຍ-ຈັດສັນຂັ້ນແຂວງ, ມີບັນ­ດາທ່ານຄະ­ນະກຳ­ມະ­ການຍົກ­ຍ້າຍ-ຈັດສັນຂັ້ນແຂວງ, ຂັ້ນເມືອງ, ຫົວ­ໜ້າໂຄງ­ການ, ຜູ້ປະ­ສານງານໂຄງ­ການ ແລະຕົວແທນຈາກ 6 ບ້ານທີ່ຖືກ  ຜົນກະ­ທົບໃນເມືອງສາ­ມັກ­ຄີໄຊເຂົ້າຮ່ວມ.

ໂດຍໃນໄລ­ຍະ 1 ປີ­ຜ່ານ­ມາ ຄະ­ນະກຳ­ມະ­ການໄດ້ ເຄື່ອນ ໄຫວຈັດຕັ້ງປະ­ຕິ­ບັດຕາມພາ­ລະບົດ­ບາດໃນການຊອກທາງອອກ ແລະແກ້ໄຂບັນ­ຫາຕ່າງໆທີ່ໄດ້ຮັບຜົນກະ­ທົບໃນເຂດ ການກໍ່­ສ້າງເຂື່ອນ ຊຶ່ງມີ 6 ບ້ານຂອງເມືອງສາ­ມັກ­ຄີໄຊທີ່ຖືກຜົນກະ­ທົບ ປະ­ກອບມີບ້ານລະຍາວເໜືອ, ລະຍາວໃຕ້, ລະຍາວກາງ, ຈຳປາວ, ແຄມຂັງ  ແລະບ້ານສະ­ເພົາທອງ ກວມເອົາ 125  ຄອບ­ຄົວ ໂດຍໄດ້ຊົດເຊີຍເງິນຈຳ­ນວນ 2,87 ຕື້ກວ່າກີບ ພ້ອມດຽວກັນນັ້ນ ຍັງສຳ­ເລັດການຄິດ­ໄລ່ມູນຄ່າຊົດເຊີຍ ແລະກະ­ກຽມໃຫ້ແກ່ການຊົດເຊີຍໃນງວດທຳອິດ.

ນອກນີ້ ໄດ້ສຳ­ເລັດການເກັບກຳຂໍ້ມູນຄືນເຂດແລວສາຍສົ່ງໄຟ­ຟ້າແຮງສູງ 115 ກິໂລໂວນ ແຕ່ເຂດເຮືອນຈັກບ້ານລະຍາວໃຕ້ຫາສະ­ຖາ­ນີໄຟ­ຟ້າບ້ານສະເພົາທອງຢູ່ໃນຂັ້ນຕອນການຄິດ­ໄລ່ມູນຄ່າຊົດເຊີຍ ທັງນີ້ ໂຄງ­ການຍັງໄດ້ຖືເອົາວຽກງານການພັດ­ທະ­ນາສັງ­ຄົມ ແລະ ປັບ­ປຸງຊີ­ວິດການເປັນຢູ່ຂອງປະ­ຊາ­ຊົນ ໃນເຂດທີ່ຖືກຜົນກະ­ທົບເປັນບັນ­ຫາສຳ ຄັນ ໂດຍປູກຈິດສຳ­ນຶກໃຫ້ແກ່ປະ­ຊາ­ຊົນກ່ຽວກັບການຮັກ­ສາສຸ­ຂະ­ພາບຕິດ­ຕາມສຸ­ຂະ­ພາບຂອງແມ່ ແລະການຈະ­ເລີນ ເຕີບໂຕຂອງເດັກຢ່າງເປັນປະ­ຈຳ, ສົ່ງເສີມໃຫ້ປະ­ຊາ­ຊົນເຂດດັ່ງ­ກ່າວຮັບຮູ້ການປູກ-ການລ້ຽງໃຫ້ຖືກຕາມຫຼັກວິ ຊາການ ແລະຍັງໄດ້ສ້າງຫໍວັດ­ທະ­ນະທຳເຮືອນເຜົ່າໂອຍ ຢູ່ບ້ານລະຍາວໃຕ້ ເພື່ອເປັນການຮັກ­ສາມູນ­ເຊື້ອທາງດ້ານວັດ­ທະ­ນະ­ທຳ.

ແນວ­ໃດກໍດີ ໂຄງ­ການກໍ່­ສ້າງເຂື່ອນໄຟ­ຟ້າເຊປ່ຽນ-ເຊນ້ຳນ້ອຍຍົງໄດ້ສືກສາຄວາມເປັນໄປໄດ້ຂອງໂຄງ­ການຊົນລະປະ­ທານໃນເຂດໃຕ້ເຮືອນຈັກ ເພື່ອປັບ­ປຸງຊີ­ວິດການເປັນຢູ່ຂອງປະ­ຊາ­ຊົນ ໃຫ້ດີຂຶ້ນ ຊຶ່ງມາຮອດປະ­ຈຸບັນໂຄງ­ການກໍ່­ສ້າງເຂື່ອນໄຟ­ຟ້າເຊປ່ຽນ-ເຊນ້ຳນ້ອຍໜ້າວຽກໂດຍລວມປະ­ຕິ­ບັດໄດ້ 44,86% ແລະໃນ­ຕໍ່­ໜ້ານີ້ຈະໄດ້ພ້ອມກັນສືບ­ຕໍ່ແກ້ໄຂຈຸດທີ່ຍັງຄົງຄ້າງ ແລະຂໍ້ສະ­ເໜີຂອງປະ­ຊາ­ຊົນໃນເຂດທີ່ຖືກຜົນກະ­ທົບ, ສືບ­ຕໍ່ທົດແທນຄ່າເສຍຫາຍ ແລະປິ່ນ­ປົວຈິດໃຈໃຫ້ແກ່ຜູ້ທີ່ຖືກຜົນກະ­ທົບຕາມແລວກໍ່­ສ້າງສາຍສົ່ງໄຟ­ຟ້າແຮງສູງ ເພື່ອເຮັດໃຫ້ໂຄງ­ການກໍ່­ສ້າງໄດ້ດຳ­ເນີນການກໍ່­ສ້າງ ແລະສຳ­ເລັດຕາມຄາດ­ໝາຍທີ່ໄດ້ວາງໄວ້ ພ້ອມທັງເຮັດໃຫ້ຊີ­ວິດການເປັນຢູ່ຂອງປະ­ຊາ­ຊົນທີ່ຖືກຜົນກະ­ທົບນັ້ນມີຊີ­ວິດການເປັນຢູ່ທີ່ດີຂຶ້ນ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...