Homeຂ່າວທ້ອງຖິ່ນແຂວງຫລວງພະບາງ ມອບພະເກົ່າຍຸກສະຕະວັດທີ 14-16 ເກືອບຮ້ອຍອົງ ຄືນໃຫ້ເມືອງຈອມເພັດຮັກສາ!

ແຂວງຫລວງພະບາງ ມອບພະເກົ່າຍຸກສະຕະວັດທີ 14-16 ເກືອບຮ້ອຍອົງ ຄືນໃຫ້ເມືອງຈອມເພັດຮັກສາ!

Published on

ຂປລ. ອໍານາດ​ການ​ປົກຄອງເມືອງ​ຈອມ​ເພັດ ​ແຂວງຫລວງ​ພະ​ບາງ ​ໄດ້​ຮັບ​​ເອົາພະພຸດທະ​ຮູບຈຳນວນ​ 98 ອົງຄືນ ຈາກພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ​ແຂວງ​ດັ່ງກ່າວ ​ເພື່ອ​ນໍາ​ມາປະດິດສະຖານ​ໄວ້​ ທີ່ວັດ​ຊຽງ​ແມນ ​ໄຊ​ຍະ​ເສດ​ຖາຣາມ ​ເມືອງ​ຈອມ​ເພັດ ພາຍຫລັງ​ເມືອງ​ດັ່ງກ່າວ ​ໄດ້​ມອບ​ໃຫ້​ພະ​ແນ​ກ ຖວທ ​ແຂວງ​ຫລວງ​ພະ​ບາງ​​ ໃນ​ປີ 2008 ​ເພື່ອ​ນໍາ​ໄປ​ເກັບ​ຮັກສາ​ໄວ້​ຊົ່ວຄາວ.

ພິທີມອບ​-ຮັບ​ພະພຸດທະ​ຮູບ​ຄືນດັ່ງກ່າວ, ​ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 30 ມິຖຸນາ 2016 ທີ່​ວັດ​ຊຽງ​ແມນ​ ໄຊ​ຍະ​ເສດ​ຖາຣາມ ​ເມືອງ​ຈອມ​ເພັດ ​ແຂວງ​ຫລວງ​ພະ​ບາງ​ ລະຫວ່າງ​ ອໍານາດ​ການ​ປົກຄອງເມືອງ​ຈອມ​ເ​ພັດ ​ແລະ ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ເຊິ່ງຈໍານວນ​ພະພຸດທະ​ຮູບ​ທັງ​ໝົດ 98 ອົງ​ນີ້​ ປະກອບ​ມີ​: ພະ​ບຸ​ຄໍາ 1 ອົງ, ພະ​ບຸ​ເງິນ 32 ອົງ, ພະ​ໄມ້ 1 ອົງ, ພະ​ດິນ 8 ອົງ, ​ແຜ່ນ​ພະ​ບົດ 1 ​ແຜ່ນ ​ແລະ ພະ​ຊືນ 55 ອົງ.  ຕາມ​ການ​ສັນນິຖານຂອງ​ຈໍານວນພະພຸດທະຮູບ​ທັງ​ໝົດ​ ທີ່​ຄົ້ນ​ພົບ​ໃນ​ປີ 2008 ​ໄດ້​ລະບຸ​ວ່າ ອາດ​ສ້າງ​ຂຶ້ນ​ໃນ​ລະ​ຫວ່າງ​ສັດຕະວັດ​ທີ 14-16.

ທ່ານ ບົວ​ພັນ ອຸດົມ​ສິນ ຮອງ​ເຈົ້າ​ເມືອງໆ​ຈອມ​ເພັດ​ ໄດ້​ກ່າວ​ວ່າ: ການ​ມອບພະພຸດທະ​ຮູບຈໍານວນ​ດັ່ງກ່າວ ໃຫ້​ເມືອງ​ຂອງ​ຕົນ​​ ນໍາ​ມາເກັບຮັກສາໄວ້ ​ເນື່ອງ​ຈາກ​ວ່າ​ທາງ​ເມືອງມີ​ສະຖານ​ທີ່ປອດ​ໄພ, ມີ​ຄວາມ​ພ້ອມໃນ​ການ​ຄຸ້ມ​ຄອງ​ແລ້ວ. ​ ​ ພາຍຫລັງ​ທີ່​ພວກ​ເຮົາ​ພົບ​ເຫັນ​ພະພຸດທະ​ຮູບ ​​ໃນ​ປີ 2008 ຜ່ານ​ມາ, ​ແຕ່ທາງ​ເມືອງຂອງ​ພວກ​ເຮົາ​ ບໍ່​ມີ​ສະຖານ​ທີ່​ປະດິດສະຖານ​ ເພື່ອ​ເກັບ​ຮັກສາ​ໄວ້​ ​ແລະ ມີ​ຄວາມ​ສ່ຽງ​ທີ່​​ເຮັດ​ໃຫ້​ກຸ່ມ​ຄົນ​ບໍ່​ດີລັກ​​ເອົາ​ໄປ. ສະ​ນັ້ນ​, ຈຶ່ງ​ມອບ​ໃຫ້​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ແຂວງ​ຫລວງ​ພະ​ບາງ​ ນໍາ​ເອົາ​ເກັບ​ຮັກ​ໄວ້​ເປັນ​ການ​ຊົ່ວ​ຄາວ ​​ແຕ່​ປັດຈຸບັນ​ພວກ​ເຮົາ​ຕ້ອງ​ນໍາ​ກັບ​ຄືນ​ມາ​ບ່ອນ​ເກົ່າ ​ເນື່ອງ​ຈາກ​ວ່າ​ພວກ​ເຮົາ​ມີ​ຄວາມ​ພ້ອມ​ແລ້ວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...