Homeຂ່າວຕ່າງປະເທດຕວກກີຍື່ນຂໍ້ສະເໜີ ໃຫ້ຣັດເຊຍໃຊ້ຖານທັບອາກາດຂອງຕົນ ຮ່ວມປະຕິບັດການ ປາບກຸ່ມໄອເອັສ!

ຕວກກີຍື່ນຂໍ້ສະເໜີ ໃຫ້ຣັດເຊຍໃຊ້ຖານທັບອາກາດຂອງຕົນ ຮ່ວມປະຕິບັດການ ປາບກຸ່ມໄອເອັສ!

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 4 ກໍລະກົດນີ້ວ່າ ລັດຖະບານຕວກກີ ໄດ້ຍື່ນຂໍ້ສະເໜີເພື່ອຮ່ວມມືກັບຣັດເຊຍ ໃນການປາບປາມກຸ່ມລັດອິດສະລາມ ຫລື ໄອເອັສ ໃນປະເທດຊີຣີ ໂດຍຈະເປີດຖານທັບອາກາດອິນເຊີລິກ ໃຫ້ກອງທັບຣັດເຊຍໃຊ້ງານ ຕາມການລະບຸຂອງ ທ່ານ ເມບລຸດ ຄາວູໂຊກລູ ລັດຖະມົນຕີກະຊວງການຕ່າງປະເທດຕວກກີ ເມື່ອວັນອາທິດທີ 3 ກໍລະກົດຜ່ານມາ.

ການຍື່ນຂໍ້ສະເໜີດັ່ງກ່າວນີ້ ຖືເປັນຄວາມພະຍາຍາມຂອງຕວກກີ ທີ່ຈະຟື້ນຟູຄວາມສຳພັນກັບຣັດເຊຍ ພາຍຫລັງທີ່ຜູ້ນຳຕວກກີ ໄດ້ສະແດງຄວາມເສຍໃຈຕໍ່ກໍລະນີເຮືອບິນທະຫານຕວກກີ ຍິງເຮືອບິນທະຫານ Su-24 ຂອງຣັດເຊຍຕົກ ຢູ່ບໍລິເວນຊາຍແດນຕິດກັບປະເທດຊີຣີ ເມື່ອເດືອນພະຈິກປີກາຍນີ້.

ທັງນີ້ ຖານທັບອາກາດອິນເຊີລິກ ເປັນຖານທັບອາກາດທີ່ລັດຖະບານຕວກກີ ໄດ້ອະນຸຍາດໃຫ້ເຮືອບິນທະຫານຂອງ ສະຫະລັດອາເມຣິກາ, ເຢຍລະມັນ, ສະຫະຣາຊະອານາຈັກ, ອາຣັບບີ ຊາອຸດິດ ແລະ ກາຕ້າ ຕ່າງກໍໃຊ້ຖານທັບດັ່ງກ່າວ ຮ່ວມກັນໃນການປະຕິບັດການໂຈມຕີທາງອາກາດ ໃສ່ກຸ່ມລັດອິດສະລາມຢູ່ປະເທດຊີຣີ ຊຶ່ງແນ່ນອນ ບັນດາປະເທດເພື່ອນມິດດັ່ງກ່າວ ອາດຮູ້ສຶກບໍ່ຄ່ອຍດີ ຕໍ່ກັບທ່າທີຂອງຕວກກີ ທີ່ສະເໜີໃຫ້ຣັດເຊຍ ມາໃຊ້ຖານທັບອາກາດຮ່ວມກັນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...