spot_img
Homeຂ່າວການພັດທະນານັກທຸລະກິດຍິງ ເສີມທັກສະຄຸ້ມຄອງການຕະຫຼາດ ແລະ ເຂົ້າເຖິງແຫຼ່ງທຶນ

ນັກທຸລະກິດຍິງ ເສີມທັກສະຄຸ້ມຄອງການຕະຫຼາດ ແລະ ເຂົ້າເຖິງແຫຼ່ງທຶນ

Published on

ວັນ​ທີ 30 ມິ​ຖຸນາ 2016 ສະ­ມາ­ຄົມນັກ­ທຸ­ລະ­ກິດ​ຍິງ​ລາວ ຮ່ວມ​ກັບ​ສະ­ມາ­ຄົມ​ນັກທຸ­ລະ​ກິດ​ຍິງ​ແຂວງ​ອັດຕະ​ປື​ໄດ້​ຈັດ​ສຳ​ມະ​ນາ ໃນ​ຫົວ­ຂໍ້​ການ​ຄຸ້ມ​ຄອງການ​ຕະ­ຫຼາດ ແລະ​ການເຂົ້າ​ເຖິງ​ແຫຼ່ງ​ທຶນ ໂດຍເປັນ​ກຽດ​ເຂົ້າ​ຮ່ວມ ຂອງ​ທ່ານ ນາງ ແສງມະ­ນີ ວິ​ຍະ​ເກດ ທີ່​ປືກສາ​ສະ­ມາ­ຄົມ​ນັກ​ທຸ­ລະກິດ​ຍິງ​ແຂວງ​ອັດ​ຕະ​ປື, ມີ​ທ່ານ ນາງ ສົມບົວ​ວັນ ໝັ້ນ​ອາ​ນົງ ປະ­ທານ​ສະ­ມາ­ຄົມ​ນັກທຸ­ລະ​ກິດ​ແມ່­ຍິງ​ແຂວງ, ມີ ທ່ານ ນາງ ຣັບ​ຂວັນ ຊົນ​ຣົງ ກຸນຜູ້­ອຳ­ນວຍ­ການ​ໂຄງການ MBI ປະຈຳ​ລາວ, ມີ​ຜູ້­ຕາງ­ໜ້າ​ຈາກສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງ​ລາວ​ຈາກ ສູນ​ກາງ ແລະ​ນັກ­ທຸ­ລະ­ກິດ​ຂະ­ໜາດ​ກາງ, ຂະ­ໜາດ​ນ້ອຍ​ຢູ່​ພາຍ​ໃນ​ແຂວງ​ເຂົ້າ​ຮ່ວມ.

ການ​ຈັດ​ສຳ​ມະ​ນາ​ໃຫ້​ແກ່​ນັກ​ທຸ­ລະກິດ​ຍິງ​ໃນ​ເທື່ອ​ນີ້ ແມ່ນ​ເພື່ອ​ສຶກ​ສາ​ຄວາມ ແລະ​ຖອດ​ຖອນ​ບົດ­ຮຽນ​ຈາກ​ຜູ້​ທີ່​ມີ​ປະສົບ​ປະ­ການ​ດ້ານ​ທຸ­ລະ​ກິດ​ໃນ​ຜ່ານ​ມາ ເພື່ອ​ຂະ­ຫຍາຍ​ກິດ­ຈະ­ການ ຫຼື ແກ້​ໄຂ​ກິດຈະ​ການ​ຂອງ​ຜູ້​ດຳ­ເນີນ​ທຸ­ລະ​ກິດ​ຢູ່​ແຂວງອັດ​ຕະ​ປື​ໃຫ້​ເຂົ້າ​ສູ່​ເຕັກ­ນິກ​ທີ່​ມີ​ຄຸນ​ນະພາບ ແລະ​ໄດ້​ຮັບ​ຜົນ​ຕອບ​ແທນ​ຈາກການ​ລົງ­ທຶນ​ຢ່າງ​ກຸ້ມ​ຄ່າ, ຫົວ­ຂໍ້ການ​ຄຸ້ມ ຄອງ​ການ​ຕະ­ຫຼາດ ແລະ​ການ​ເຂົ້າ​ເຖິງ ແຫຼ່ງ​ເງິນ​ທຶນ​ແມ່ນ​ມີ​ຄວາມ​ສຳ­ຄັນ​ຕໍ່​ນັກດຳ­ເນີນ​ທຸ­ລະ​ກິດ​ອັນ​ລ້ຳ​ຄ່າ, ເປັນ​ປັດ​ໄຈໃນ​ການ​ດຳ­ເນີນ​ທຸ­ລະ​ກິດ, ໃຫ້­ການ​ຜະລິດ, ການ​ຊື້​ຂາຍ​ໄດ້​ປ່ຽນ­ແປງ​ໄປ​ຢ່າງ​ມີ​ປະ­ສິດ­ທິ­ພາບ ແລະ​ມີ​ການ​ຂະ­ຫຍາຍ­ຕົວ, ເວົ້າ​ລວມ​ແລ້ວ ນັກ­ທຸ­ລະ­ກິດ​ແມ່ນ​ມີ​ຄວາມສຳ­ຄັນ​ຫຼາຍ​ທີ່​ສຸດ​ຕໍ່​ກັບ​ການ​ພັດ­ທະ­ນາປະ­ເທດ​ຊາດ ພ້ອມ​ທັງ​ມີ​ອິດ​ທິ​ພົນ​ສູງຢ່າງ​ກວ້າງ­ຂວາງ​ໃນ​ການ​ດຳ­ເນີນ​ຊີ­ວິດການ​ເປັນ​ຢູ່​ຂອງ​ທຸກ​ຄົນ​ໃນ​ສັງ­ຄົມ​ດ້ານການ​ບໍ­ລິ­ການ​ໄດ້​ມີ​ຄວາມ​ສະ­ດວກ​ສະບາຍ​ໃນ​ການ​ຊົມ­ໃຊ້ ແລະ​ເຂົ້າ​ເຖິງ​ສິ່ງ​ຕ່າງໆ, ປະ­ຈຸ​ບັນ​ເອື້ອຍນ້ອງ​ແມ່­ຍິງ​ໄດ້​ມີ​ບົດ­ບາດ​ເຂົ້າ​ຮ່ວມ​ໃນການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຢູ່​ໃນລະ­ດັບ​ປະ­ເທດ ແລະ​ອັນ​ທີ່​ພົ້ນ​ເດັ່ນ​ແມ່­ຍິງໄດ້​ເຂົ້າ​ຮ່ວມ​ໃນ​ຂະ​ບວນ​ການ​ດຳ­ເນີນ​ທຸລະ​ກິດ​ສ້າງ​ເສດ­ຖະ­ກິດ​ຄອບ­ຄົວ, ເສດ​ຖະກິດ​ຂະ­ໜາດ​ນ້ອຍ ແລະ​ຂະ­ໜາດ​ກາງ​ນັບມື້​ນັບ​ຫຼາຍ​ຂຶ້ນ ຊຶ່ງ​ມີ​ນັກ­ທຸ­ລະ­ກິດ​ແມ່­ຍິງບາງ​ຈຳ­ນວນ​ກໍ​ສາ­ມາດ​ປະ­ສົບ​ຜົນ­ສຳ­ເລັດ ຍາດ​ໄດ້​ປະ­ສົບ​ປະ­ການ ແລະ​ສ້າງ​ຄວາມສາ­ມາດ​ໃນ​ເບື້ອງ​ຕົ້ນ​ຢ່າງ​ມີ​ປະ­ສິດ­ທິ­ພາບ.

ດັ່ງ­ນັ້ນ ການ​ສຳ​ມະ​ນາ​ນັກ­ທຸ­ລະ­ກິດແມ່­ຍິງ​ໃນ​ຄັ້ງ​ນີ້ ກໍ​ແມ່ນ​ເປັນ​ການ​ເຕົ້າໂຮມ​ຄວາມ​ສາ­ມັກ­ຄີ, ເປັນ​ການ​ເຕົ້າ­ໂຮມ ແລກ­ປ່ຽນ​ແນວ​ຄວາມ​ຄິດ, ສະ­ຕິ​ປັນ­ຍາ ແລະ​ຫົວ­ຄິດ​ປະ­ດິດ​ສ້າງ​ຂອງ​ນັກ​ທຸ­ລະກິດ​ແມ່­ຍິງ​ບັນ­ດາ­ເຜົ່າ ໃຫ້​ເປັນ​ກຳ­ລັງແຮງ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ປະ­ຕິ­ບັດແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ, ແຜນ​ພັດທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລັດ​ໃຫ້ໄດ້​ຮັບ​ຜົນ​ດີ ໂດຍ​ສະ­ເພາະ​ແມ່ນ​ແຜນ ການ 5 ປີ (2016-2020) ຂອງ​ອົງຄະ­ນະ​ພັກ​ແຂວງ​ຄັ້ງ​ທີ X ແລະ​ສະ​ມາຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງ​ກໍ​ແມ່ນ​ເປັນ​ອົງ​ປະກອບ​ອັນ​ສຳ­ຄັນ​ໜຶ່ງ​ເຂົ້າ​ໃນ​ແຜນ​ພັດ​ທະນາ​ນຳ​ເອົາ​ແຂວງ​ອັດ​ຕະ​ປືຫຼຸດ​ພົ້ນ​ອອກຈາກ​ສະ­ພາບ​ດ້ອຍ​ພັດ­ທະ­ນາ​ເທື່ອ​ລະກ້າວ ຊຶ່ງ​ທັງ​ໝົດ​ດັ່ງ­ກ່າວ​ສຳ­ລັບ​ໃນ​ອະນາ​ຄົດນັກ­ທຸ­ລະ­ກິດ ຍິ່ງ​ມີ​ຄວາມ​ຈຳ­ເປັນຈະ​ຕ້ອງ​ໄດ້​ພ້ອມ​ກັນ​ສຶກ​ສາ​ຮຽນ​ຮູ້​ຂໍ້​ມູນ​ຂ່າວ­ສານ​ເຕັກ​ໂນ​ໂລ​ຊີ, ບົດ­ຮຽນ​ການ ດຳ­ເນີນ​ທຸ­ລະ​ກິດ​ທີ່​ກ້າວ­ໜ້າ​ແນ­ໃສ່​ເຮັດໃຫ້­ການ​ຜະ­ລິດ, ການ​ບໍ­ລິ­ການ ແລະ​ການດຳ­ເນີນ​ທຸ­ລະ​ກິດ​ຕ່າງໆ​ຂອງ​ຕົນ​ໄດ້ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ­ທິ​ຜົນ​ສູງ​ຂຶ້ນ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...