spot_img
Homeນານາສາລະໃສ່ຂີ້ໝິ້ນປຸ່ງແຕ່ງອາຫານຕ້ານມະເຮັງ

ໃສ່ຂີ້ໝິ້ນປຸ່ງແຕ່ງອາຫານຕ້ານມະເຮັງ

Published on

ໃສ່​ຂີ້­ໝິ້ນ​ປຸງ​ອາ­ຫານ​ຕ້ານ​ມະ​ເຮັງ ເພາະ​ການ​ຮັບ​ປະ­ທານ​ອາ­ຫານ​ທຸກ​ມື້­ນີ້​ແມ່ນ​ມີ​ຄວາມ​ສ່ຽງ​ຫຼາຍ​ທີ່​ສຸດ​ໂດຍ​ສະ­ເພາະ​ໃນ​ຮ້ານ​ອາ­ຫານ​ຈານ​ດ່ວນ​ຕ່າງໆ​ທີ່​ຈະ​ພາ­ໃຫ້​ເຮົາ​ເກີດ​ໂຣກ​ພະ­ຍາດ​ໄດ້​ຫຼາກ​ຫຼາຍ​ຊະ­ນິດ​ບໍ່​ວ່າ​ຈະ​ເປັນ​ໂຣກ​ຕຸ້ຍ​ທີ່​ເປັນ​ສາ­ເຫດ​ຂອງ​ການ​ເກີດ​ໂຣກ​ຫົວ­ໃຈ, ຄວາມ­ດັນ, ເບົາ­ຫວານ ເປັນ­ຕົ້ນ ໂດຍ​ອາ­ຫານ​ປະ­ເພດ​ຈືນ ຫາກ​ໃຊ້​ນ້ຳ­ມັນ​ເສື່ອມ​ສະ­ພາບ ຫຼື ບໍ່​ມີ​ຄຸນ​ນະ​ພາບ​ໃນ​ການ​ປຸງ​ແຕ່ງ​ຍິ່ງ​ຈະ​ເຮັດ​ໃຫ້​ເກີດ​ສານ​ໂພ​ລາ​ຂຶ້ນ​ມາ​ໄດ້ ຊຶ່ງ ເປັນ​ຕົວ​ການ​ສຳ­ຄັນ​ເຮັດ​ໃຫ້​ເກີດ​ໂລກ​ມະ​ເຮັງ ດັ່ງ­ນັ້ນ ການ​ນຳ​ຂີ້­ໝິ້ນ​ມາ​ໃຊ້​ໃນ​ການ​ປຸງ​ແຕ່ງ­ອາ­ຫານ​ກໍ​ສາ­ມາດ  ຊ່ວຍ​ປ້ອງ​ກັນ​ຄວາມ​ສ່ຽງ​ດັ່ງ­ກ່າວ​ນັ້ນ​ໄດ້ ເນື່ອງ​ຈາກ​ຂີ້­ໝິ້ນ​ມີ​ສານ​ທີ່​ໄປ​ຈັບ​ໂມ​ເລ​ກຸນ​ຂອງ​ສານ​ໂພ​ລາ​ຫາກ​ໃຊ້  ປຸງ​ອາ­ຫານ​ເລື້ອຍໆ​ຈະ​ຊ່ວຍ​ຈັບ​ສານ​ກໍ​ມະ​ເຮັງ​ນີ້​ໄດ້.

ນອກ­ຈາກ​ນີ້​ຂີ້­ໝິ້ນ​ຍັງ​ມີ​ລິດ​ຊ່ວຍ​ແກ້​ອາ­ການ​ທ້ອງ​ອືດ, ຂ້າ​ເຊື້ອ​ພະ­ຍາດ​ໃນ​ລະ­ບົບ​ທາງ​ເດີນ​ອາ­ຫານ, ຫຼຸດ​ການ​ອັກ­ເສບ, ມີ​ລິດ​ເຢັນ, ຊ່ວຍ​ຂັບ​ລົມ​ໃນ​ກະ­ເພາະ​ອາ­ຫານ, ມີ​ຄຸນ­ສົມ­ບັດ​ຕ້ານ​ການ​ເກີດ​ອອກ​ຊິ​ເດ​ຊັນ​ສູງ, ຊ່ວຍ​ຂັບ ນ້ຳ­ບີ ທັງ​ມີ​ສັບ­ພະ​ຄຸນ​ບັນ­ເທົາ​ອາ­ການ​ເຈັບ­ທ້ອງ, ທ້ອງ​ຍື່ງ, ແໜ້ນ​ຈຸກ​ສຽດ, ແກ້​ໂລກ​ຜິວ­ໜັງ, ຂັບ​ລົມ, ແກ້​ຝື່ນ​ຄັນ, ແກ້​ຖອກ­ທ້ອງ, ເຫງົ້າ​ຂີ້­ໝິ້ນ​ມີ​ວິ­ຕາ­ມິນ​ເອ, ວິ­ຕາ­ມິນ​ເຊ, ເກືອ​ແຮ່ ໃຊ້​ເປັນ​ເຄື່ອງ­ປຸງ​ອາ­ຫານ, ແຕ່ງ​ສີ​ອາ­ຫານ ແລະ​ປຸງ​ເປັນ​ຢາ​ຮັກ­ສາ​ໂຣກ​ກ​ພະ­ຍາດ​ຕ່າງໆ​ໄດ້.

 

ຂຽນໂດຍ   ຣັດສະໝີ (http://www.sedthakid.la/)

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...