spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຂໍ້ດີຂອງການບໍລິ ຈາກເລືອດ

ຂໍ້ດີຂອງການບໍລິ ຈາກເລືອດ

Published on

 

ຫຼາຍຄົນຍັງສົງໄສວ່າການບໍລິຈາກເລືອດອາດຈະສົ່ງຜົນລົບຕໍ່ສຸຂະພາບຫຼືບໍ່? ຕໍ່ບັນຫາດັ່ງກ່າວນັ້ນ ຜູ້ຂຽນໄດ້ສອບຖາມທ່ານໝໍຈາກສູນບໍລິຈາກເລືອດ ແລະທ່ານ ອາຈານ ບຸນເຕີມ ສີບຸນເຮືອງ ຜູ້ບໍລິຈາກເລືອດຫຼາຍເຖິງ 106 ຄັ້ງ ແລ້ວ ເຊິ່ງພວກເພິ່ນຕອບວ່າບໍ່ໄດ້ມີຜົນກະທົບຫຍັງຕໍ່ສຸຂະພາບຮ່າງກາຍແຕ່ຢ່າງໃດ, ກົງກັນຂ້າມ ມັນຍັງເປັນຜົນດີຕໍ່ທັງຕົນເອງແລະສັງຄົມ. ຕໍ່ເລື່ອງສຸຂະພາບໃນເວລາບໍລິຈາກນັ້ນ ທ່ານຜູ້ອ່ານກໍບໍ່ຕ້ອງຢ້ານວ່າເຮົາເປັນຫຍັງບໍ? ເພາະກ່ອນຈະບໍລິຈາກນັ້ນເຮົາຈະຕ້ອງຕອບຄຳຖາມເລື່ອງສຸຂະພາບຢ່າງຫຼວງຫຼາຍ ແລະຕ້ອງຜ່ານການກວດສຸຂະພາບຈາກທ່ານໝໍກ່ອນ ເມື່ອຮ່າງກາຍເຮົາພ້ອມເພິ່ນຈັ່ງໃຫ້ບໍລິຈາກ ຖ້າຮ່າງກາຍບໍ່ພ້ອມ ເຖິງເຮົາຈະຢາກບໍລິຈາກເພິ່ນກໍບໍ່ດຳເນີນການໃຫ້.

ເພື່ອເປັນການສະຫຼອງວັນບໍລິຈາກເລືອດໂລກ ເຊິ່ງຈະບັນຈົບມາອີກວາລະໜຶ່ງໃນວັນທີ 14 ມິຖຸນາ ນີ້ ຜູ້ຂຽນຈຶ່ງໄດ້ຊອກເອົາຜົນດີຂອງການບໍລິຈາກເລືອດມາຕ້ອນທ່ານຜູ້ອ່ານ ລອງອ່ານນຳກັນເບິ່ງ.

  1. ເຮັດໃຫ້ສຸຂະພາບແຂງແຮງ

ທ່ານຜູ້ອ່ານຄືຊິສົນໃຈວ່າ ການບໍລິຈາກເລືອດ ເຊິ່ງເປັນການເອົາເລືອດອອກ ແລ້ວຮ່າງກາຍຈະແຂງແຮງຂຶ້ນໄດ້ຈັ່ງໃດ? ແທ້ຈິງແລ້ວ ເລືອດທີ່ບໍລິຈາກອອກໄປເປັນເລືອດສ່ວນເກີນຂອງຮ່າງກາຍ ຫຼືປະມານ 7% ຂອງປະລິມານເລືອດທັງໝົດໃນຮ່າງກາຍ ໂດຍກ່ອນຈະບໍລິຈາກຈະມີການພິຈາລະນາຈາກນ້ຳໜັກຂອງຜູ້ຈະບໍລິຈາກກ່ອນ ດັ່ງນັ້ນ, ເລືອດທີ່ເສຍໄປຈະບໍ່ເປັນອັນຕະລາຍຕໍ່ຮ່າງກາຍ ກົງກັນຂ້າມພັດເປັນການກະຕຸ້ນໃຫ້ໄຂກະດູກຜະລິດເມັດເລືອດຂຶ້ນມາແທນລະບົບໄຫຼວຽນຂອງເລືອດຈະດີຂຶ້ນ ເຮັດໃຫ້ຮ່າງກາຍແຂງແຮງຕາມມາ.

ແຕ່ຢ່າລືມວ່າ ບໍລິຈາກແລ້ວໃໝ່ໆ ຈະສາມາດໄປເຕະບານໄດ້ ແຕ່ຕ້ອງໃຊ້ເວລາຈັກເລັກໜ້ອຍ ທີ່ສຳຄັນເມື່ອບໍລິຈາກແລ້ວໆ ຄວນນັ່ງພັກແລະກິນອາຫານວ່າງທີ່ທາງສູນບໍລິຈາກເພິ່ນກຽມໄວ້ໃຫ້ ເພື່ອໃຫ້ຮ່າງກາຍປັບສະພາບນ້ຳໃນຮ່າງກາຍໄດ້ກ່ອນ ແລ້ວຈຶ່ງຄ່ອຍເດິນທາງກັບ.

  1. ຫຸ່ນດີ ຜິວພັນສົດໃສ

ມີຄວາມເຊື່ອຜິດໆ ຢູ່ແນວໜຶ່ງວ່າການບໍລິຈາກເລືອດຈະເຮັດໃຫ້ຕຸ້ຍຂຶ້ນ ເລີຍເຮັດໃຫ້ສາວໆ ບໍ່ຄ່ອຍກ້າບໍລິຈາກ ແຕ່ຈາກຂໍ້ມູນທີ່ຜູ້ຂຽນເຄີຍສອບຖາມ ດຣ ເຕ ຜູ້ອຳນວຍການສູນບໍລິຈາກເລືອດ ອົງການກາແດງລາວ ຕອນທີ່ຜູ້ຂຽນບໍລິຈາກເລືອດຄັ້ງທຳອິດນັ້ນ ເພິ່ນບອກວ່າ ນັ້ນເປັນຄວາມເຊື່ອທີ່ຜິດ ການບໍລິຈາກເລືອດບໍ່ໄດ້ເຮັດໃຫ້ຕຸ້ຍ ແຕ່ຈະເຮັດໃຫ້ຮູບຮ່າງດີຂຶ້ນຊ້ຳ ແລະເຮັດໃຫ້ຜິວພັນສົດໃສ ມີນ້ຳມີນວນ ເພາະເລືອດໃໝ່ທີ່ຖືກຜະລິດຂຶ້ນລວມທັງການໄຫຼວຽນຂອງເລືອດທີ່ດີຂຶ້ນ.

  1. ຫຼຸດຄວາມສ່ຽງທີ່ຈະເປັນມະເຮັງໄດ້

ສະຖາບັນຄາໂຣລິນ ສະກາ ສະຕອກໂຮມ ສະວີເດນ ໄດ້ສຶກສາຂໍ້ມູນຈາກຜູ້ບໍລິຈາກເລືອດສະວີເດນແລະແດນມາກ ພົບວ່າ ການບໍລິຈາກເລືອດຊ່ວຍຫຼຸດຄວາມສ່ຽງຈາກມະເຮັງໄດຫຼາຍຊະນິດ ເຊັ່ນ ມະເຮັງຕັບ, ມະເຮັງປອດ, ມະເຮັງລຳໄສ້ໃຫຍ່, ມະເຮັງກະເພາະອາຫານ ແລະອື່ນໆ ນອກຈາກນີ້ຍັງມີຂໍ້ມູນເພິ່ມເຕີມວ່າໃນລາຍທີ່ມີທາດເຫຼັກໃນຮ່າງກາຍຫຼາຍເກີນໄປ ມີຜົນຕໍ່ການເກີດໂລກເສັ້ນເລືອດຫົວໃຈຕັນຫຼືມະເຮັງບາງຊະນິດ.

ທີ່ໜ້າດີໃຈທີ່ສຸດນັ້ນກໍຄື ຍິ່ງເຮົາບໍລິຈາກເລືອດເລື້ອຍເທົ່າໃດ ຄວາມສ່ຽງໂລກມະເຮັງຈະຫຼຸດລົງຫຼາຍເທົ່ານັ້ນ ໂດຍສະເພາະແມ່ນເພດຊາຍ ແຕ່ຄວາມຖີ່ຂອງການບໍລິຈາກເລືອດລະບຸໄວ້ວ່າ ເພດຊາຍສາມາດບໍລິຈາກໄດ້ທຸກໆ 3 ເດືອນ ແລະເພດຍິງທຸກໆ 6 ເດືອນ ດັ່ງນັ້ນ, ຈຶ່ງຄວນບໍລິຈາກຕາມກຳໜົດ ບໍ່ຄວນເກີນທີ່ກຳໜົດໄວ້.

  1. ມີສິດທິພິເສດໃນການຮັບເລືອດ

ຜູ້ບໍລິຈາກເລືອດຍັງໄດ້ສິດທິພິເສດໃນການປິ່ນປົວ ເຊິ່ງອາດຈະເປັນເລື່ອງທີ່ຫຼາຍຄົນຍັງບໍ່ຮູ້ນັ້ນຄືມີສິດທິພິເສດໃນການຂໍເລືອດຈາກສູນ ໂດຍນຳໃຊ້ບັດບໍລິຈາກເລືອດເປັນເອກະສານຂໍເລືອດ ເຊິ່ງຈະສະດວກເມື່ອເວລາເຮົາຈຳເປັນເຊັ່ນ ຕ້ອງໃສ່ເລືອດ ຫຼືຕ້ອງການເລືອດເພື່ອຊ່ວຍພີ່ນ້ອງຂອງເຮົາທີ່ຕ້ອງການເລືອດດັ່ງນີ້ເປັນຕົ້ນ.

5. ເປັນການປຸກຊີວິດຄົນເຈັບໃຫ້ຟື້ນ

ທ່ານ ອາຈານ ບຸນເຕີມ ສີບຸນເຮືອງ ຜູ້ບໍລິຈາກເລືອດຫຼາຍທີ່ສຸດໃນປະເທດລາວ ໄດ້ບອກວ່າ ການບໍລິຈາກເລືອດນັ້ນ ເປັນການໃຫ້ຊີວິດແກ່ຄົນອື່ນທີ່ໃກ້ຕາຍແລ້ວຟື້ນຄືນຂຶ້ນມາໃຊ້ຊີວິດຕໍ່ໄດ້ ມັນຈຶ່ງເປັນການເຮັດບຸນທີ່ຍິ່ງໃຫຍ່, ການເຮັດບຸນກັນຖິນຮ້ອຍກອງ ກໍຍັງບໍ່ເທົ່າການບໍລິຈາກເລືອດເທື່ອໜຶ່ງ. ໃນແຕ່ລະມື້ມີຄົນເຈັບຕ້ອງການເລືອດຈຳນວນຫຼວງຫຼາຍ ແຕ່ຄົນບໍລິຈາກເລືອດມື້ໜຶ່ງບໍ່ທໍ່ໃດຄົນ ດັ່ງນັ້ນ, ຫຼາຍຄົນຈຶ່ງຕ້ອງເສຍຊີວິດຍ້ອນບໍ່ມີເລືອດໃສ່ ເພາະສະນັ້ນການບໍລິຈາກເລືອດເພື່ອຕໍ່ຊີວິດໃຫ້ເຂົາເຈົ້າຈຶ່ງເປັນບຸນທີ່ຍິ່ງໃຫຍ່ທີ່ຫາບຸນໃດປຽບປານໄດ້ຍາກ.

ເຫັນບໍວ່າ ການບໍລິຈາກເລືອດນັ້ນເຮົາບໍ່ໄດ້ເປັນຜູ້ໃຫຍ່ພຽງຢ່າງດຽວ ແຕ່ເຮົາຍັງເປັນ ຜູ້ຮັບ ທີ່ເກີດຂຶ້ນຈາກການໃຫ້ຂອງເຮົາເອງ ຍິ່ງເຮົາໃຫ້ເລືອດເພື່ອຕໍ່ລົມຫາຍໃຈຂອງເຂົາ ກໍເທົ່າກັບຢືດອາຍຸຂອງເຮົາຫຼາຍຂຶ້ນເທົ່ານັ້ນ ເອີ້ນວ່າເປັນບຸນຕິດຈະຫຼວດ ບໍ່ຕ້ອງຖ້າຮອດຊາດໜ້າ.

ໂດຍ: ຊຽງກະເລັນ ບ້ານນາ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...