Homeມູມໄອທີລາວຍັງບໍ່ໝົດ!! Honor 8 Max ຜ່ານການຮັບຮອງຈາກ TENAA ແລ້ວ

ຍັງບໍ່ໝົດ!! Honor 8 Max ຜ່ານການຮັບຮອງຈາກ TENAA ແລ້ວ

Published on

​Huawei ກຳລັງມີແຜນທີ່ຈະເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ Honor 8 ໃນວັນທີ 11 ກໍລະກົດນີ້ ແລະຈະບໍ່ມີພຽງລຸ້ນດຽວທີ່ຈະເປີດໂຕເພາະມີຂໍ້ມູນໃໝ່ຜ່ານທາງເວັບໄຊ TENAA ວ່າມີເຄື່ອງລະຫັດ EDI-DL00 ຖືກຮັບຮອງແລ້ວ. ເຊິ່ງເລກລະຫັດດັ່ງກ່າວຈະເປັນລຸ້ນ Max ຂອງ Honor 8, ແຕ່ວ່າຕອນນີ້ຍັງບໍ່ມີການຢືນຢັນຢ່າງເປັນທາງການເທື່ອ ເຮົາມາເບິ່ງສະເປັກນຳກັນກ່ອນວ່າເປັນແນວໃດ

Honor 8 Max ແມ່ນມາພ້ອມກັບໜ້າຈໍຂະໜາດ 6.6 ນິ້ວ ພ້ອມກັບຄວາມລະອຽດ 2K, ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Kirin 950 ຄວາມແຮງຢູ່ທີ່ 2.3GHz, RAM 3GB, ROM 32GB, ໃຊ້ງານລະບົບ Android 6.0 Marshmallow ແລະແບັດເຕີຣີທີ່ໃຫ້ມາຫຼາຍເຖິງ 4400mAh ພ້ອມຮອງຮັບລະບົບສາກໄວນຳ.

ແຕ່ສິ່ງທີ່ໜ້າເສຍດາຍຂອງ Honor 8 Max ຄືຈະບໍ່ມາພ້ອມກັບກ້ອງຫຼັງເລນຄູ່ແບບ Honor 8 ທຳມະດາ, ເຊິ່ງຕິດຕັ້ງກ້ອງຫຼັງມາ 13 ລ້ານພິກເຊວ ແລະກ້ອງໜ້າ 8 ລ້ານພິກເຊວ. ສ່ວນຂະໜາດຂອງໂຕເຄື່ອງຢູ່ທີີ 178.8 x 90.9 x 7.18 ມມ ແລະໜັກປະມານ 219 ກຣາມ (ຄົງຈະໜັກເຕີບ 55+). ທາງດ້ານຫຼັງຂອງໂຕເຄື່ອງແມ່ນຈະຕິດຕັ້ງເຊັນເຊີສະແກນນິ້ວມືມາພ້ອມ ແຕ່ວ່າຂະໜາດໂຕເຄື່ອງຊ່ຳນີ້ຖ້າຫາກເປັນຄົນມືບໍ່ໃຫຍ່ ແລະນິ້ວບໍ່ຍາວແທ້ອາດຈະມີບັນຫາການປົດລ໋ອກເຄື່ອງກໍເປັນໄດ້.

ສຳລັບລາຍລະອຽດອື່ນໆນອກຈາກນີ້ຄົງຕ້ອງຖ້າທາງຫົວເຫວີ່ຍອອກມາຢືນຢັນກ່ອນ.

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...