Homeສຸຂະພາບ ແລະ ສີ່ງແວດລ້ອມເຫັດເຜາະມີຄຸນປະໂຫຍດທາງຢາຫຼາຍກວ່າທີ່ທ່ານຄິດ! ປົວເບົາຫວານກໍ່ໄດ້, ບຳລຸງຕັບກໍ່ດີ

ເຫັດເຜາະມີຄຸນປະໂຫຍດທາງຢາຫຼາຍກວ່າທີ່ທ່ານຄິດ! ປົວເບົາຫວານກໍ່ໄດ້, ບຳລຸງຕັບກໍ່ດີ

Published on

ເຫັດເຜາະ ຫຼື (Barometer Earthstars) ນັ້ນ ທົ່ວໂລກຖືວ່າເປັນຢາດີທີ່ຫາຍາກ ມີຫຼາຍປະເທດໃຊ້ເຫັດເຜາະເປັນຢາກະຕຸ້ນການຫລັ່ງເອັນໄຊຍ່ອຍແປ້ງ ແລະ ນ້ຳຕານ ເວົ້າງ່າຍໆກໍ່ຄື ໄປເສີມ ແລະ ບຳລຸງຕັບອ່ອນໃຫ້ແຂງແຮງ ແລະ ຫລັ່ງອິນຊູລິນມາໄດ້ຢ່າງມີປະສິດທິພາບ ເພື່ອນຳໄປສູ່ຂະບວນການໃຊ້ນ້ຳຕານໃນຮ່າງກາຍໄດ້ດີຂຶ້ນ ຫຼາຍປະເທດເຊັ່ນ: ອິນເດຍ, ເນປານ ແລະ ຫຼາຍປະເທດໃນແອຟຣິກາ ພວກເຂົາໃຊ້ເຫັດເຜາະເປັນຢາສຳຄັນໃນການຮັກສາໂຣກເບົາຫວານໄດ້ຢ່າງມີປະສິດທິພາບ.

ດັ່ງນັ້ນສຳລັບຜູ້ເປັນເບົາຫວານກ່ອນຈະກິນເຫັດເຜາະແມ່ນຄວນນຳເຫັດເຜາະໄປລວກດ້ວຍນ້ຳຮ້ອນກ່ອນເພື່ອຢັບຢັ້ງເອັນໄຊມ໌ເສື່ອມກ່ອນ ແລ້ວນຳໄປເກັບໄວ້ໃນຕູ້ເຢັນຊ່ອງແຂງ ເພື່ອໃຫ້ຜູ້ປ່ວຍໂຣກເບົາຫວານໄດ້ກິນເປັນປະຈຳ ຈະສາມາດປິ່ນປົວໂຣກເບົາຫວານໄດ້ເປັນຢ່າງດີ ໂດຍເບື້ອງຕົ້ນຜູ້ປ່ວຍທີ່ເປັນເບົາຫວານຢ່າງຮຸນແຮງ ແລະ ໝາກໄຂ່ຫຼັງເສື່ອມ ຄວນກິນເຫັດເຜາະຄວບຄູ່ກັບຢາຄວບຄຸມນ້ຳຕານ ແຕ່ພໍນ້ຳຕານສາມາດຄວບຄຸມໄດ້ແລ້ວ ກໍ່ບໍ່ຈຳເປັນຕ້ອງໃຊ້ຢາກິນແຕ່ເຫັນເຜາະເປັນປະຈຳຢ່າງດຽວກໍ່ພໍ ກິນພຽງວັນລະ 1-2 ດອກກໍ່ພໍ ແຕ່ເຖິງຢ່າງໃດກໍ່ຕາມສານທີ່ມີຄຸນສົມບັດເປັນຢາໃນຕົວເຫັດເຜາະນັ້ນ ສ່ວນຫຼາຍຈະເປັນສານໂມເລກຸນໃຫຍ່ ຮ່າງກາຍບໍ່ສາມາດນຳເອົາໄປໃຊ້ໄດ້ໂດຍກົງ ນອກຈາກເຊື້ອຈຸລິນຊີໃນລະບົບຍ່ອຍເຮັດການຍ່ອຍກ່ອນ ດັ່ງນັ້ນຫາກບໍ່ແນ່ໃຈວ່າຮ່າງກາຍເຮົາມີຈຸລິນຊີພວກນີ້ພຍງພໍ ຫຼື ບໍ່ ຄວນນຳເຫັດເຜາະມາຜ່ານຂະບວນການໝັກກ່ອນຈະດີທີ່ສຸດ

ນອກຈາກສັບພະຄຸນຂອງເຫັດເພາະທີ່ສາມາດຮັກສາໂຣກເບົາຫວານໄດ້ໂດຍກົງແລ້ວ ຍັງມີສັບພະຄຸນອື່ນໆດັ່ງນີ້:

– ໃຊ່ວຍໃນການບຳລຸງຮ່າງກາຍໃຫ້ແຂງແຮງ
– ຊ່ວຍຮັກສາອາການຊ້ຳໃນ
– ຊ່ວຍປ້ອງກັນໂຣກວັນນະໂຣກ
– ຊ່ວຍປ້ອງກັນ ແລະ ຢັບຢັ້ງການເກີດຂອງເຊລມະເຮັງໄດ້ດີ
– ຊ່ວຍໃນການຮັກສາແຜເປັນ ແລະ ຜິວໃຫ້ລຽບບນຽນໄດ້
– ຊ່ວຍຫຼຸດອາການບວມ ຫຼື ອັກເສບ
– ຊ່ວຍແກ້ໄຂອາການຮ້ອນໃນ ແລະ ແກ້ໄຂ້
– ຊ່ວຍໃຫ້ເລືອດແຂງຕົວໄດ້ໄວ ຢຸດໄຫລໄດ້ງ່າຍຂຶ້ນ
– ຊ່ວຍບັນເທົາອາການຄັນຕາມນິ້ວຕີນ ຫຼື ນິ້ວມືໄດ້

ທີ່ມາ:  ເັວບໄຊ໌. ເກຣັດໜ້າຮູ້.ຄອມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...