Homeຂ່າວຕ່າງປະເທດຍອດເສຍຊີວິດ ແລະ ສູນຫາຍຈາກດິນຖະຫຼົ່ມໃນຈີນເພີ່ມຂຶ້ນ

ຍອດເສຍຊີວິດ ແລະ ສູນຫາຍຈາກດິນຖະຫຼົ່ມໃນຈີນເພີ່ມຂຶ້ນ

Published on

ເຈົ້າໜ້າທີ່ທ້ອງຖິ່ນຈີນລາຍງານວ່າ ຝົນຕົກໜັກຈາກດິນຖະຫຼົ່ມທາງພາກຕາເວັນຕົກສຽງໃຕ້ຂອງຈີນວານນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ສູນຫາຍ 17 ຄົນ.

ເວັບໄຊສຳນັກງານກິດຈະການພົນລະເຮືອນມົນທົນກຸ້ຍໂຈຖະແຫຼງວ່າ ເຫດດິນຖະຫຼົ່ມເກີດຂຶ້ນໃນເຊົ້າວານນີ້ ແລະ ຝັງທັງເປັນຊາວບ້ານ 30 ຄົນໃນໝູ່ບ້ານທີ່ມົນທົນກຸ້ຍໂຈ ໂດຍມີ 13 ຄົນທີ່ໄດ້ຮັບຄວາມຊ່ວຍເຫຼືອອອກຈາກກອງຊາກເປເພໃນບ່າຍວານນີ້ ຊຶ່ງມີ 6 ຄົນເສຍຫາຍຊີວິດແລ້ວ ໃນຂະນະທີ່ 7 ຄົນໄດ້ຮັບການຮັກສາຕົວໃນໂຮງໝໍ ໜ່ວຍກູ້ໄພຍັງຄົງອອກຕິດຕາມຄົ້ນຫາ ໂດຍມີໜ່ວຍບັນເທົາທຸກ ແລະ ກຳລັງທະຫານປະມານ 800 ຄົນ ໃນພື້ນທີ່ເກີດເຫດ ພາບຈາກຂ່າວອອນລາຍເຕັມໄປດ້ວຍຮູບຕົ້ນໄມ້ຫັກໂຄ່ນ ຊາກອາຄານ ກອງດິນຈີ່ ແລະ ປູນ ອຸທົກກະໄພເກີດຂຶ້ນຕາມປົກກະຕິໃນຊ່ວງລະດູຝົນທາງພາກໃຕ້ຂອງຈີນ ແຕ່ໃນປີນີ້ມີຝົນຕົກໜັກຫຼາຍກວ່າປົກກະຕິ ແລະ ຫຼາຍພື້ນທີ່ຜະເຊີນພາຍຸຝົນໃນອາທິດນີ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...