Homeຂ່າວທ້ອງຖິ່ນຂ່າວເຜີຍ ເບື້ອງຫຼັງຊີວິດທ້າວພູດອຍ ທຸກຍາກລຳບາກ

ຂ່າວເຜີຍ ເບື້ອງຫຼັງຊີວິດທ້າວພູດອຍ ທຸກຍາກລຳບາກ

Published on

ຫຼັງຈາກທີ່ສື່ສັງຄົມອອນລາຍໄດ້ສະເໜີຮູບພາບທ້າວ ພູດອຍ ເປັນຜູ້ຊາຍທີ່ສຸງທີ່ສຸດຂອງປະເທດລາວ ໃນມື້ວານທີ່ຜ່ານມານັ້ນ ເຮັດໃຫ້ຜູ້ກ່ຽວເປັນທີ່ສົນໃຈຈາກສັງຄົມຢ່າງກວ້າງຂວາງ.

ດັ່ງນັ້ນ, ມື້ນີ້ ວັນທີ 1 ກໍລະກົດ 2016 ນັກຂ່າວຈາກສຳນັກຂ່າວຈຳປາໃໝ່ ເປັນໜັງສືພິມແຂວງຈຳປາສັກ ໄດ້ເດິນທາງໄປພົບຜູ້ກ່ຽວເຖິງໄຮ່ມັນຕົ້ນເລີຍ ເຊິ່ງກໍໄດ້ລາຍລະອຽດມາວ່າ ທ້າວ ພູດອຍ ໄຊຍະຈັກ ອາຍຸ 26 ປີ, ມີຄວາມສູງ 223 ຊັງຕີແມັດ ເປັນປະຊາຊົນບ້ານນ້ຳໃສເທິງ ເມືອງປະທຸມພອນ ແຂວງຈຳປາສັກ ຜູ້ກ່ຽວເປັນກຳລັງຫຼັກຂອງຄອບຄົວ ເຊິ່ງມີອາຊີບຊາວໄຮ່-ຊາວນາ ເຊິ່ງຕ້ອງອອກແຮງງານໜັກ ຢູ່ເປັນປະຈຳ.

ເຊິ່ງຈາກການສອບຖາມຂອງນັກຂ່າວແລ້ວ ຜູ້ກ່ຽວໄດ້ເປີດເຜີຍວ່າ ຕົນເອງໃຊ້ຊີວິດຢ່າງລຳບາກ ເນື່ອງຈາກເປັນໂລກສູງເກີນໄປ, ສຸຂະພາບບໍ່ແຂງແຮງ, ເປັນໂລກເບົາຫວານ ເຮັດວຽກໜັກກໍບໍ່ໄດ້. ນອກຈາກນີ້ແລ້ວ ເລື່ອງເຄື່ອງນຸ່ງຫົ່ມກໍຫຍຸ້ງຍາກຂາດເຂີນ ເນື່ອງຈາກເຄື່ອງນຸ່ງທີ່ຂາຍໃນຕະຫຼາດ ແມ່ນບໍ່ເໝາະກັບສະລີລະຂອງຕົນເອງ.

ໃນໂອກາດດັ່ງກ່າວ, ນັກຂ່າວຈຳປາໃໝ່ຈຶ່ງ ສະເໜີເຖິງບຸກຄົນ, ນິຕິບຸກຄົນ ຫຼືອົງການຈັດຕັ້ງໃດ ຫາກມີເງື່ອນໄຂໃຫ້ຄວາມຊ່ວຍເຫຼືືອຜູ້ກ່ຽວ ແມ່ນສາມາດປະສານງານຜ່ານ ນັກຂ່າວໄດ້ທີ່ໝາຍເລກໂທລະສັບ 020 9524 2233, 030 9739 189
ທ້າວ ພູດອຍ (2) ທ້າວ ພູດອຍ 5

ລາຍງານໂດຍ: ທູນທອງໃຈ ພົມມະສຸຂະ ນັກຂ່າວຈຳປາໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...