Homeໜັງໃໝ່ກາຕູນ Gintama ກຳລັງຈະຖືກສ້າງເປັນຮູບເງົາແບບຄົນສະແດງແລ້ວ!!

ກາຕູນ Gintama ກຳລັງຈະຖືກສ້າງເປັນຮູບເງົາແບບຄົນສະແດງແລ້ວ!!

Published on

ຫຼ້າສຸດນີ້ວາລະສານ Shonen Jump ສະບັບທີ 31 ໄດ້ລົງປະກາດວ່າກາຕູນເລື່ອງ Gintama ທີ່ເປັນຜົນງານຂອງອາຈານ Sorachi Hideaki ກຳລັງຈະຖືກສ້າງເປັນຮູບເງົາ Live-Action ຄົນສະແດງແທ້ແລ້ວ!!

ໂດຍລາຍລະອຽດເບື້ອງຕົ້ນແມ່ນມີການປະກາດກ່ຽວກັບຜູ້ທີ່ຈະມາຮັບສະແດງເປັນ Sakata Gintoki ພະເອກສຸດກວນຂອງເລື່ອງ ນັ້ນກໍຄື Oguri Shun ນັກສະແດງໜຸ່ມຫຼໍ່ຜູ້ທີ່ເຄີຍຝາກຜົນງານໃນຮູບເງົາ Live-Action ມາແລ້ວເຊັ່ນ Lupin III ແລະ Terraformars. ໃນສ່ວນຂອງຜູ້ກຳກັບແມ່ນຈະໄດ້ Fukuda Yuuichi ຜູ້ກຳກັບຮູບເງົາແອັກຊັ່ນຕະຫຼົກສຸດເສື່ອມຄື Hentai Kamen (ເທບພະບຸດຫຼຸດໂລກ) ມາກຳກັບ, ເຊິ່ງບອກໄດ້ຄຳດຽວເລີຍວ່າຄວາມຕະຫຼົກແລະຄວາມມັນມາເຕັມແນ່ນອນ (ຄວາມເສື່ອມຄືກັນ?). ສຳລັບຮູບເງົາ Gintama Live-Action ມີກຳນົດເຂົ້າສາຍໃນປີ 2017.

Gintama ສະບັບມັງງະແມ່ນຖືກຕີພິມໂດຍວາລະສານລາຍອາທິດຊື່ດັງອັນດັບໜຶ່ງຂອງຍີ່ປຸ່ນຄື Shonen Jump ວ່າດ້ວຍເລື່ອງລາວຂອງບຸລຸດຜູ້ໜຶ່ງນາມວ່າ Sakata Gintoki ທີ່ເຮັດອາຊີບຮັບຈ້າງອິດສະຫຼະພ້ອມດ້ວຍ Shimura Shinpachi ແລະ Kagura ເພື່ອຫາເງິນມາລ້ຽງຊີບໃນຍຸກທີ່ຊາມູໄຣຕົກຕ່ຳ ເນື່ອງຈາກການຮຸກຮານຂອງມະນຸດຕ່າງດາວຫຼືທີ່ເອີ້ນກັນວ່າ “ຊາວສະຫວັນ” ເນື້ອເລື່ອງແມ່ນເປັນການປະສົມປະສານລະຫວ່າງແນວຍ້ອນຍຸກແລະວິທະຍາສາດ ລັກສະນະຂອງເລື່ອງຈະເປັນແນວຕະຫຼົກໆສ່ວນໃຫຍ່ ແລະປະສົມເຂົ້າກັບສາກແອັກຊັ່ນສຸດມັນ.
ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...