Homeຂ່າວພາຍ​ໃນໄຂງານວາງສະແດງສິນຄ້າ ທ໊ອບໄທແບຣນສ໌ 2016 ທີ່ສູນການຄ້າໄອເຕັກມໍ!

ໄຂງານວາງສະແດງສິນຄ້າ ທ໊ອບໄທແບຣນສ໌ 2016 ທີ່ສູນການຄ້າໄອເຕັກມໍ!

Published on

ງານວາງສະແດງສິນຄ້າທ໊ອບໄທແບຣນສ໌ (Top Thai Barand) 2016 ໄດ້ໄຂຂື້ນໃນຕອນແລງຂອງວັນທີ 29 ມິຖຸນານີ້, ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ ແລະ ຈະດຳເນີນໄປຈົນເຖິງ ວັນທີ 3 ກໍລະກົດນີ້, ໂດຍມີສິນຄ້າທີ່ຄຸນນະພາບສູງ ແລະ ເປັນຍີ່ຫໍ້ທີ່ມີຊື່ສຽງຂອງປະເທດໄທ ເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍຢ່າງຫຼາກຫຼາຍ ເປັນຕົ້ນແມ່ນ: ເຄື່ອງໃຊ້ໄພຟ້າ, ອາຫານ, ໝາກໄມ້, ເຄື່ອງປັ້ນດິນເຜົາ, ເຄື່ອງຫັດຖະກຳ, ເຟີນິເຈີ, ອຸປະກອນກໍ່ສ້າງ ແລະ ອື່ນໆ, ນອກນັ້ນ ຍັງມີສິນຄ້າຄຸນນະພາບດີຂອງລາວຈຳນວນໜຶ່ງ ເຂົ້າຮ່ວມວາງສະແດງນຳດ້ວຍ, ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນົບພະດົນ ເທບພິທັກ ເອກອັກຄະລັດຖະທູດໄທປະຈຳລາວ, ທ່ານ ນາງ ພິມົນ ປົງກອງແກ້ວ ເອກອັກຄະລັດຖະທູດ ທີ່ປືກສາຝ່າຍການພານິດ, ກະຊວງພານິດແຫ່ງປະເທດໄທ, ພ້ອມດ້ວຍຜູ້ປະກອບການ ແລະ ຊາວຄ້າຂາຍເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານ ນາງພິມົນ ກ່າວໃນພິທີວ່າ: ງານວາງສະແດງສິນຄ້າຄັ້ງນີ້ ຖືເປັນງານວາງສະແດງສິນຄ້າທີ່ໃຫຍ່ ຈຸດປະສົ່ງເພື່ອເຊື່ອມໂຍງສາຍພົວພັນອັນດີງາມ ຂອງສອງປະເທດໄທ-ລາວ, ທີ່ີມີມາແຕ່ດົນນານ ໃຫ້ນັບມື້ແໜ້ນແຟ້ນຂື້ນໄປເລື້ອຍໆ, ໂດຍສະເພາະແມ່ນດ້ານການຄ້າ-ການລົງທືນ, ເພື່ອເພີ່ມມູນຄ່າການຄ້າ ລະຫວ່າງສອງປະເທດ, ເສີມສ້າງພາບລັກສິນຄ້າທີ່ມີຄຸນນະພາບ, ມີມາດຕະຖານ, ມີເຄື່ອງໝາຍການຄ້າທັງສອງປະເທດ ໃຫ້ເປັນທີ່ນິຍົມ ແລະ ຖືກຍອມຮັບໃນກຸ່ມຜູ້ຊົມໃຊ້, ພ້ອມທັງເປັນການກະຕຸ້ນ ແລະ ສົ່ງເສີມໃຫ້ນັກທຸລະກິດຂອງສອງປະເທດ ໄດ້ມີການຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ພາຍໃຕ້ງານວາງສະແດງສິນຄ້າທີ່ສ້າງສັນ, ກ້າວໄປສູ່ປະຊາຄົມເສດຖະກິດອາຊຽນຢ່າງໝັ້ນຄົງ ແລະ ຍືນຍົງ, ສຳລັບການຈັດງານດັ່ງກ່າວ ໃນປີນີ້ໄດ້ມີການປັບປ່ຽນຮູບແບບໃໝ່, ໂດຍການມີສ່ວນຮ່ວມຈາກຫຼາຍພາກສ່ວນ,ເປັນຕົ້ນແມ່ນພາກລັດ ແລະ ເອກະຊົນຂອງທັງສອງປະເທດ, ໂດຍການຄັດເລືອກນັກທຸລະກິດ ແລະ ສິນຄ້າທີ່ນຳມາວາງສະແດງ ຢ່າງມີຄຸນນະພາບ, ມາດຕະຖານການຄ້າ ແລະ ຖືກຍອມຮັບຈາກຜູ້ຊົມໃຊ້ເປັນຢ່າງດີ.

 

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...