Home​ຂ່າວທ່ອງທ່ຽວປ່າສະຫງວນແຫ່ງຊາດ ນໍ້າກ່ານ ຄວາມອຸດົມສົມບູນທາງທຳມະຊາດຄູ່ ແຂວງບໍ່ແກ້ວ

ປ່າສະຫງວນແຫ່ງຊາດ ນໍ້າກ່ານ ຄວາມອຸດົມສົມບູນທາງທຳມະຊາດຄູ່ ແຂວງບໍ່ແກ້ວ

Published on

ທ່ອງທ່ຽວກັບລາວໂພສຕ ວັນນີ້ເຮົານຳສະເໜີອີກໜຶ່ງສະຖານທີ່ທ່ຽວໃນລາວ ກໍ່ຄື ປ່າສະຫງວນແຫ່ງຊາດ ນ້ຳກ່ານ ແຂວງບໍ່ແກ້ວ ຕ້ອງບອກເລີຍວ່າສະຖານທີ່ທ່ຽວແຫ່ງນີ້ມີມົນສະເໜ່ທາງທຳມະຊາດ​ທີ່​ໜ້າສົນ­ໃຈ​ຊວນ​ໃຫ້​ໄປ​ສຳ­ຜັດ​ກັບ​ບັນ​ຍາກາດ​ແບບ​ສົດໆ ແລະ​ ໜ້າ​ຕື່ນ­ເຕັ້ນ ເພາະສະນັ້ນ ນີ້ກໍ່ເປັນອີກສະຖານທີ່ທ່ຽວໜຶ່ງທີ່ທ່ານບໍ່ຄວນພາດ ເມື່ອໄດ້ມາຍາມແຂວງບໍ່ແກ້ວ ຕ້ອງມາທ່ຽວສະຖານທີ່ແຫ່ງນີ້ໃຫ້ໄດ້

892

ສຳ­ລັບ​ແຫຼ່ງ​ທ່ອງ​ທ່ຽວ​ປ່າ​ສະຫງວນ​ແຫ່ງ​ຊາດ​ນ້ຳ​ກ່ານ​ຕັ້ງ​ຢູ່​ບ້ານຕູບ​ເມືອງ​ຫ້ວຍ​ຊາຍ, ແຂວງ​ບໍ່​ແກ້ວ​ຊຶ່ງ​ຫ່າງ​ຈາກ​ເທ­ສະ​ບານ​ແຂວງ 85 ກິ­ໂລ­ແມັດ, ມີ​ເນື້ອ­ທີ່ 136,000 ເຮັກຕາ, ນັບ​ແຕ່​ເດືອນ​ກັນ­ຍາ​ປີ 2008 ປ່າ​ສະ­ຫງວນ​ແຫ່ງ​ຊາດ​ນ້ຳ​ກ່ານ​ໄດ້ຖືກ​ປະ­ກາດ​ເປັນ​ປ່າ​ສະ­ຫງວນ​ແຫ່ງຊາດ​ແຫ່ງ​ທີ 21 ຂອງ ສປປ ລາວ, ເຂດ​ປ່າ​ສະ­ຫງວນ​ດັ່ງ­ກ່າວ​ເປັນ​ປ່າ ທີ່​ໄດ້​ຮັບ​ການ​ມາ​ຢ້ຽມ­ຢາມ​ຂອງ ບັນ­ດາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ຫຼາຍ​ທີ່​ສຸດ.

ເນື່ອງ​ຈາກ​ປ່າ​ສະ­ຫງວນ​ແຫ່ງຊາດ​ນ້ຳ​ກ່ານ, ໄດ້​ກາຍ­ເປັນ​ປາຍທາງ​ການ­ທ່ອງ­ທ່ຽວ​ແບບ​ອະ­ນຸ­ລັກ​ຊີ­ວະ​ນາໆພັນ​ກໍ​ຄື​ການ­ທ່ອງ­ທ່ຽວ​ຍ່າງ​ປ່າ­ດົງ​ເລິກ​ທີ່​ມີ​ຄວາມ​ຕື່ນ­ເຕັ້ນ ແລະ​ການ​ພະ​ຈົນ​ໄພ ຊຶ່ງ​ໃຊ້​ເວ­ລາ 2Œ3 ຊົ່ວ­ໂມງ​ຕໍ່​ວັນ​ຕາມ​ລຳ​ນ້ຳ​ງາ.

5033

ປ່າສະຫງວນແຫ່ງຊາດ ນໍ້າກ່ານ ກຳລັງເປັນທີ່ນິຍົມຂອງຊາວຕ່າງປະເທດແລະຄົນລາວ ຫາກທ່ານໃດມັກການທ່ອງທ່ຽວແບບປະຈົນໄພແບບທຳມະຊາດ  ໄດ້ເຫັນສັດແບບໃກ້ຊິດ ຕ້ອງມາທີີນີ້

ນອກຈາກນີ້ແລ້ວ ແຂວງບໍ່ແກ້ວ ຍັງມີແຫຼ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ໜ້າສົນໃຈເຊັ່ນ: ບ້ານຕູບເມືອງຫ້ວຍຊາຍ,ພູຜາແດງ,ຄຸກເກົ່າ 24 ຫ້ອງ,ບໍ່ນໍ້າຮ້ອນຫົວນໍ້າເກິ່ງ, ເມືອງເກົ່າ ສຸວັນນະໂຄມຄໍາ ແລະ ອື່ນໆ ເຊິ່ງສະຖານທີ່ເຫຼົານີ້ຍັງຄົງລໍຄອຍພວກທ່ານມາສຳພັດ

419

418

177

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...