Homeຂ່າວການສຶກສາສປປ ລາວ ຖືເອົາການສຶກສາ ເປັນບູລິມະສິດ ໃນການພັດທະນາ ຊັບພະຍາກອນມະນຸດ

ສປປ ລາວ ຖືເອົາການສຶກສາ ເປັນບູລິມະສິດ ໃນການພັດທະນາ ຊັບພະຍາກອນມະນຸດ

Published on

ກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳປີ 2016 ຈັດຂຶ້ນໃນ ວັນທີ 30 ມິຖຸນາ 2016 ທີ່ນະຄອນຫລວງວຽງຈັນ,ວຽກງານການສຶກສາ ແລະ ກິລາ ເປັນບູລິມະສິດ ຂະແໜງການໜຶ່ງ ທີ່ລັດຖະບານ ໃຫ້ຄວາມສຳຄັນ ແລະ ຖືເອົາການສຶກສາ ເປັນໃຈກາງ ໃນການພັດທະນາ ຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ເຊິ່ງເປັນປັດໄຈ ຕັດສິນການຂະຫຍາຍຕົວ ທາງດ້ານ ເສດຖະກິດ-ສັງຄົມ ຂອງປະເທດ. ໃຫ້ກຽດເປັນ ປະທານ ໂດຍທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຮອງລັດຖະມົນຕີ, ຄູ-ອາຈານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງ ການລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາ ການສຶກສາ ແລະ ກິລາ ປະຈຳປີ 2015-2016 ກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ ລົງທຶນເຂົ້າໃນ ການພັດທະນາ ການສຶກສາ ແຕ່ອະ ນຸບານ ຮອດມະຫາໄລ ໂດຍເນັ້ນໃສ່ ການຂະຫຍາຍຫ້ອງຮຽນ, ໂຮງຮຽນ, ສະໜອງອຸປະກອນຮັບໃຊ້ ການຮຽນ-ການສອນ, ອົບຮົມ ແລະ ຍົກລະດັບຄູ ລວມທັງການ ສ້າງຄວາມເຂັ້ມແຂງ ວຽກງານດ້ານບໍລິຫານ ຄຸ້ມຄອງການສຶກສາແຕ່ລະຂັ້ນ, ປັບປຸງ ແລະ ສ້າງນິຕິກຳຫລາຍຢ່າງ ເພື່ອຮັບໃຊ້ໃຫ້ແກ່ ການພັດທະນາ ລະບົບການສຶກສາ ເປັນຕົ້ນແມ່ນ ປັບປຸງກົດໝາຍ ການສຶກສາ, ສ້າງຍຸດທະສາດ ການພັດທະນາກິລາລາວ ເຊິ່ງໄດ້ສົ່ງຜົນ ໃຫ້ອັດຕາເຂົ້າຮຽນ ຂອງເດັກ 3-5 ປີ ເພີ່ມຈາກ 43% ໃນປີ 2015 ເປັນ 49%, ອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 66% ໃນປີ 2015 ເປັນ 70,8%, ອັດຕາເຂົ້າຮຽນໃໝ່ ສຸດທິຊັ້ນປະຖົມສຶກສາ ເພີ່ມຈາກ 97,2% ເປັນ 97,9%, ອັດຕາຄ້າງຫ້ອງ ແລະ ປະລະ ຊັ້ນປະຖົມສຶກສາ ຫລຸດຈາກ 5,8% ເປັນ 4,8% ແລະ ຈາກ 5,2% ເປັນ 4,9% ຕາມລຳດັບ, ໃນຄະນະທີ່ ອັດຕາການເຂົ້າຮຽນ ລວມຊັ້ນມັດທະຍົມຕົ້ນ ແລະ ປາຍ ເພີ່ມຂຶ້ນ 78% ເປັນ 82,2% ແລະ ຈາກ 45,8% ເປັນ 47,8%  ຢ່າງໃດກໍດີ ຄຽງຄູກັບການສຶກສາ ໃນໂຮງຮຽນ, ການສຶກສາ ນອກໂຮງຮຽນ ກໍເປັນວຽກງານໜຶ່ງ ທີ່ສຳຄັນ  ເພື່ອໃຫ້ປະເທດຊາດ ຫລຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2020 ສຳລັບການສຶກສາ ຫລັງມັດທະຍົມຄື: ການສຶກສາສ້າງຄູ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ກໍໄດ້ຮັບການປັບປຸງ ຂຶ້ນເທື່ອລະກ້າວ ທາງດ້ານປະລິມານ ແລະ ຄຸນນະພາບ ເຊັ່ນ: ປັບປຸງຫລັກສູດ, ຍົກລະດັບໃຫ້ຄູສອນ ແລະ ອື່ນໆອີກ. ນອກນັ້ນ, ຍັງໄດ້ຮັບຟັງ ແຜນພັດທະນາ ການສຶກສາ ແລະ ກິລາ 2016-2017, ລາຍງານຜົນສຳເລັດສຳລັບ ຂະແໜງການຍ່ອຍ ກິລາກາຍະກຳ ປະຈຳສົກປີ 2015-2016 ແລະ ແຜນຈຸດສຸມ ປະຈຳສົກ ປີ 2016-2017, ລາຍງານສະພາບການເງິນ, ແຜນຄາດຄະເນ ງົບປະມານ 2016-2017 ຂອງຂະແໜງການ ສຶກສາ ແລະ ກິລາ  ແລະ ຜົນການວິໄຈ ໃສ່ການລົງທຶນ ໃນຂະແໜງການສຶກສາ, ສະເໝີແຜນການຕິດຕາມ ປະເມີນຜົນການ ຈັດຕັ້ງປະຕິບັດ ແຜນຈຸດສຸມສຳລັບ ສົກປີ 2016-2017 ແລະ ສະເໝີແຜນສ້າງ ແລະ ປັບປຸງນິຕິກຳ ແລະ ການຄຸ້ມຄອງ ຄູຕາມທິດປ່ຽນແປງໃໝ່ ລວມທັງການຄຸ້ມຄອງ ຄູອາສາສະໝັກ ແລະ ຄູສັນຍາຈ້າງ ແລະ ຫລາຍໆບັນຫາ ທີ່ຕິດພັນກັບ ວຽກງານການສຶກສານຳອີກ.

ທີ່ມາ: ໜັງສືພິມປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...