Homeມູມໄອທີລາວຢືນຢັນແລ້ວ!! Huawei Honor 8 ຈະເປີດໂຕໃນວັນທີ 11 ກໍລະກົດນີ້

ຢືນຢັນແລ້ວ!! Huawei Honor 8 ຈະເປີດໂຕໃນວັນທີ 11 ກໍລະກົດນີ້

Published on

Zhao George ປະທານຝ່າຍທຸລະກິດຂອງ Honor ອອກມາເຜີຍຕົວຢ່າງກ່ຽວກັບງານເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ຂອງບໍລິສັດຄື Honor 8 ໂດຍຈະຈັດຂຶ້ນທີ່ ຊຽງໄຮ້ ປະເທດຈີນ ເວລາ 18:30. ເຊິ່ງຕົວຢ່າງທີ່ປ່ອຍອອກມານີ້ສະແດງໃຫ້ເຫັນວ່າ Honor 8 ຈະມາພ້ອມກັບກ້ອງຫຼັງເລນຄູ່ ໂດຍເບິ່ງຈາກວົງມົນສອງວົງທີ່ຮູບ ແລະຄາດວ່າຈະບໍ່ໄດ້ໃຊ້ເລນຂອງບໍລິສັດ Leica ຢ່າງແນ່ນອນ.

ສ່ວນທາງດ້ານສະເປັກເຮົາກໍມີຂໍ້ມູນຈາກເວັບໄຊ TENAA ທີ່ Honor 8 ໄດ້ຜ່ານການຮັບຮອງມາແລ້ວ, ເຊິ່ງຈະມີໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ), ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Kirin 950. ທາງດ້ານຊ໋ອບແວຣ໌ແມ່ນໃຊ້ງານລະບົບ Android 6.0, ແບັດເຕີຣີໃຫ້ມາ 2900mAh ອາດຈະຮອງຮັບການສາກໄວ, ຮອງຮັບລະບົບ NFC ແລະມີເຊັນເຊີ້ສະແກນນິ້ວມືທີ່ດ້ານຫຼັງໂຕເຄື່ອງ ໂດຍປ່ຽນການອອກແບບຈາກສີ່ຫຼ່ຽມມາເປັນວົງມົນຄືກັນກັບ Huawei Mate 8.

ສຳລັບ Hornor 8 ຈະມີເລກລະຫັດເຄື່ອງຢູ່ 4 ລະຫັດຄື: FRD-TL100, FRD-DL00, FRD-AL100, FRD-AL10 ເຊິ່ງຈະຕ່າງກັນບ່ອນທີ່ຮອງຮັບເຄື່ອຂ່າຍ ແລະພື້ນທີ່ຈັດເກັບຂໍ້ມູນ. ສ່ວນທາງດ້ານພື້ນທີ່ຄວາມຈຳແມ່ນມີ 3 ລຸ້ນຄື: RAM 3GB + ROM 32GB, RAM 4GB + ROM 32GB ແລະ RAM 4GB + ROM 64GB.

ດ້ານຂອງກ້ອງແມ່ນຕິດຕັ້ງກ້ອງຫຼັງເລນຄູ່ທັງສອງມີຄວາມລະອຽດຢູ່ທີ່ 12 ລ້ານພິກເຊວ ແລະກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ. ນອກນີ້ກໍຮອງຮັບ 2 ຊິມເປັນແບບສະແຕນບາຍໄດ້ທັງສອງຊິມ. ສ່ວນຂະໜາດຂອງໂຕເຄື່ອງຢູ່ທີ່ 145.5 × 71.0 × 7.45 ມມ ແລະໜັກປະມານ 153 ກຣາມ.

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...