Home​ຂ່າວບັນເທິງຄວາມສຳພັນເລີ່ມຈິງຈັງ! ນາງເອກ Transformers ຄົບກັບ "ຈັສຕິນ ບີເບີຣ"

ຄວາມສຳພັນເລີ່ມຈິງຈັງ! ນາງເອກ Transformers ຄົບກັບ “ຈັສຕິນ ບີເບີຣ”

Published on

ບັນເທີງຕ່າງແດນ ວັນນີ້ເຮົາຈະມາເວົ້າຄວາມສຳພັນຂອງນາງເອກສາວທີ່ກຳລັງມາແຮງໃນວົງການບັນເທີງ ຮໍລີວູດ “ນິໂຄລາ ເພລ”  ນາງເອກ Transformers ທີ່ຕອນນີ້ໄດ້ກາຍເປັນຫວານໃຈຄົນໃໝ່ ຂອງນັກຮ້ອງໜຸ່ມສຸດ Pop ຢ່າງ “ຈັສຕິນ ບີເບີຣ” ແລ້ວ.

ສື່ບັນເທີງຕ່າງປະເທດໄດ້ເຜີຍວ່າ ນາງເອກສາວໄວ້ລູ້ນ “ນິໂຄລາ ເພລ”  ໄດ້ໄປນອນຄ້າງຄືນທີ່ເຮືອນຂອງນັກຮ້ອງໜຸ່ມຄົນດັງ “ຈັສຕິນ ບີເບີຣ” ທີ່ເບເວີຣລີຮິລ ແຄລິຟໍຣເນຍ ຫຼັງເລີ່ມຕົ້ນຄວາມສຳພັນກັນເມື່ອບໍ່ດົນມານີ້

ໂດຍແຫລ່ງຂ່າວຂອງ Us Weekly ໄດ້ຢືນຢັນວ່າ ຕອນນີ້ທັງສອງຄົນເລີ່ມຈະພັດທະນາຄວາມສຳພັນໄປເລື່ອຍໆ ຫຼັງຈາກທັງຄູ່ເລີ່ມທຳຄວາມຮູ້ຈັກກັນເມື່ອເດືອນ ພຶດສະພາທີ່ຜ່ານມານີ້. ເຊິ່ງລ່າສຸດກໍ່ມີຂ່າວວ່າ “ນິໂຄລາ ເພລ” ທີ່ດັງຈາກເລື່ອງ Transformers: Age of Extinction ໄດ້ໄປຄ້າງຄືນທີ່ເຮືອນຂອງໜຸ່ມ ຈັສຕິນ ບີເບີຣ ເປັນທີ່ຮຽບຮ້ອຍແລ້ວ

ເຊິ່ງກ່ອນໜ້ານີ້ກໍ່ມີຂ່າວວ່າທັງຄູ່ໄດ້ພາກັນໄປທີ່ CN Tower ອັນໂດ່ງດັງຂອງເມືອງໂຕຣອນໂຕ ເຊິ່ງເປັນເມືອງບ້ານເກີດຂອງຝ່າຍຊາຍອີກດ້ວຍ

Justin-Bieber-1(1)

 

ທີ່ມາ: http://www.manager.co.th/Entertainment/ViewNews.aspx?NewsID=9590000064817

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...