Homeມຸມຂ່າວ AECອາຊຽນຫາລືຄວາມຄືບໜ້າ 8 ແຜນວຽກ

ອາຊຽນຫາລືຄວາມຄືບໜ້າ 8 ແຜນວຽກ

Published on

ໃນວັນທີ 28 ມິຖຸນາ 2016 ເຈົ້າໜ້າທີ່ອາວຸໂສ ເສດຖະກິດ ອາຊຽນ ຫາລືກ່ຽວກັບຄວາມຄືບໜ້າຂອງ 8 ແຜນວຽກບູລິມາສິດຂອງ ສປປລາວ ໃນໄລຍະເປັນປະທານອາຊຽນ 2016, ການສ້າງແຜນວຽກຂອງແຕ່ລະຂະແໜງການ ເພື່ອຈັດຕັ້ງປະຕິບັດ AEC 2025, ປຶກສາຫາລື ແລະ ລາຍງານຄວາມຄືບໜ້າໃນການເຈລະຈາ ຂອງແຕ່ລະຂະແໜງການຕ່າງໆພາຍໃຕ້ເສົາຄ້ຳເສດຖະ ກິດ ເພື່ອໃຫ້ສາມາດຮັບຮອງໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ທີ່ຈະມາເຖິງໃນເດືອນສິງຫານີ້.

ສະເພາະ 8 ແຜນບູລິມະສິດທີ່ຈະນຳໄປສະເໜີນັ້ນມີຄື:

1; ຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025.

2; ຮັດແຄບຄວາມແຕກໂຕນກັນທາງດ້ານການພັດທະນາ.

3; ການອໍານວຍຄວາມສະດວກດ້ານການຄ້າ.

4; ການພັດທະນາວິສາຫະກິດຂະໜາດນ້ອຍ-ກາງ.

5; ການພັດທະນາການທ່ອງທ່ຽວ.

6; ການເຊື່ອມຈອດ.

7; ການສົ່ງເສີມວຽກເຮັດງານທໍາການຫັນໄປສູ່ເສດຖະກິດໃນລະບົບຂອງອາຊຽນ

8; ສົ່ງເສີມການຮ່ວມມືພາກພື້ນເພື່ອການອະນຸລັກ, ປົກປ້ອງ ແລະ ສົ່ງເສີມມໍລະດົກທາງດ້ານວັດທະນະທໍາອາຊຽນ ເປັນຕົ້ນ.

 

ທີ່ມາ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...