Homeຂ່າວຕ່າງປະເທດອິນ​ໂດ​ຜ່ານ​ຮ່າງ​ກົດ​ໝາຍ​ນິລະ​ໂທດ​ສະ​ກຳ​ທາງ​ພາສີ ຫວັງ​ກະ​ຕຸ້ນ​ເສດຖະກິດ

ອິນ​ໂດ​ຜ່ານ​ຮ່າງ​ກົດ​ໝາຍ​ນິລະ​ໂທດ​ສະ​ກຳ​ທາງ​ພາສີ ຫວັງ​ກະ​ຕຸ້ນ​ເສດຖະກິດ

Published on

ລັດຖະສະພາ​ອິນ​ໂດ​ເນ​​ເຊຍ​ຜ່ານ​ຮ່າງ​ກົດໝາຍ​ນິ​ລະ​ໂທ​ດສະ​ກຳ​ທາງ​ພາສີ​ແລ້ວ​ໃນ​ມື້​ນີ້ ຫວັງ​ກະ​ຕຸ້ນ​ເສດຖະກິດ ​ເຖິງ​ວ່າ​ຈະ​ຖືກ​ວິຈານ​ວ່າ​ຈະ​ເປີດ​ຊ່ອງ​ໃຫ້​ຜູ້​ລ່ຽງພາສີ​ຫຼຸດ​ລອດ​ຈາກ​ການ​ຖືກ​ລົງ​ໂທດ.

ສະມາຊິກ​ສະພາ​ອະພິປາຍ​ຖົກ​ຖຽງ​ຮ່າງ​ກົດໝາຍ​ນີ້​ຫຼາຍ​ເດືອນ​ຈົນ​ຫຼ້າ​ຊ້າ​ກວ່າ​ທຳ​ນົດ ຈົນ​ເຖິງ​ຂັ້ນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ພັກ​ການ​ເມືອງ​ໃນ​ສະພາ 9 ​ໃນ 10 ພັກ, ທ່ານ ບັມບັງ ບຣອດ​ໂຈ​ເນ​ໂກ​ໂຣ ລັດຖະມົນຕີ​ຄັງ​ກ່າວຕໍ່​ລັດຖະສະພາ​ຫຼັງ​ຜ່ານ​ຮ່າງ​ກົດໝາຍ​ວ່າ ລັດຖະບານ​ຫວັງ​ວ່າ​ກົດໝາຍ​ນີ້​ຈະ​ຊ່ວຍ​ນຳ​ເງິນ​ທີ່​ເປັນ​ຂອງ​ຊາວ​ອິນ​ໂດ​ເນ​ເຊຍ​ກັບ​ມາ​ຈາກ​ປະ​ເທດ​ເພື່ອ​ໝຸນ​ວຽນ​ໃນ​ລະບົບ ​ແລະ​ກະ​ຕຸ້ນ​ໃຫ້​ເສດຖະກິດ​ປະ​ເທດ​ເຕີບ​ໂຕ ຄາດ​ວ່າ​ຈະ​ເຮັດ​ໃຫ້​ລັດ​ມີ​ລາຍ​ໄດ້​ເພີ່ມຂຶ້ນ 165 ລ້ານ​ລ້ານຣູ​ເປຍ ​ໃນ​ປີ​ນີ້ ​ໂດຍ​ສະ​ເໝີ​ເກັບ​ພາສີ​ອັດ​ຕໍ່າ​ກັບ​ຜູ້​ແຈ້ງ​ຊັບ​ສິນ​ທີ່​ບໍ່​ໄດ້​ເສຍ​ພາສີ​ກັບ​ທາງ​ການ ​ໃຫ້​ເວລາ​ຈົນ​ເຖິງ​ເດືອນ​ມີນາ​ປີໜ້າ ຍິ່ງ​ແຈ້ງ​ໄວ ​ແລະ ສະໝັກ​ໃຈ​ສົ່ງ​ເງິນ​ກັບປະ​ເທດ​ຈະ​ຍິ່ງ​ເສຍ​ພາສີ​ໜ້ອຍ.

ປະຈຸ​ບັນ ອິນ​​​​ໂດ​ເນ​ເຊຍ​ມີ​ຜູ້​ລົງ​ທະບຽນ​ເສຍ​ພາສີ​ພຽງ 30 ລ້ານ​ຄົນ​ຈາກ​ຈຳນວນ​ຜູ້​ຂຶ້ນ​ທະບຽນ​ເຮັດ​ວຽກ​ທັງ​ໝົດ 90 ລ້ານ​ຄົນ ຂະນະ​ທີ່​ປະຊາກອນ​ທົ່ວ​ປະ​ເທດ​ມີ​ຫຼາຍ​ກວ່າ 260 ລ້ານ​ຄົນ ​ໂດຍ​ມີ​ຜູ້​ບໍ່ເຫັນ​ນຳ​ກັບ​ຮ່າງ​ກົດໝາຍ​ນີ້​ວ່າ ​ເທົ່າ​ກັບປ່ອຍ​ໃຫ້​ຜູ້​ລ່ຽງພາສີ​ລອຍ​ນວນ​ບໍ່​ຖືກ​ລົງ​ໂທດ ນອກຈາກ​ນີ້​ຍັງ​ບໍ່​ເປັນ​ທຳ​ກັບ​ຜູ້​ເສຍ​ແບບ​ຊື່ສັດ ​ເພາະສະ​ເໝີ​ເກັບ​ພາສີ​ຜູ້​ແຈ້ງ​ຊັບ​ສິນ​ທີ່​ບໍ່​ໄດ້​ເສຍ​ພາສີ​ໃນ​ອັດຕາ​ຕໍ່າ​ພຽງ​ 2-10% ຂະນະ​ທີ່​ຜູ້​ເສຍ​ພາສີ​ແບບ​ຖືກຕ້ອງ​ຖືກ​ຮຽກ​ເກັບ​ໃນ​ອັດຕາ​ສູງ​ສຸດ​ເຖິງ 20%.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...