Homeຂ່າວພາຍ​ໃນຜູ້​ແທນ​ລາວເຂົ້າ​ຮ່ວມ​ກອງ​ປະ­ຊຸມສະ­ມັດ­ຊາ​ໃຫຍ່ຄັ້ງ​ທີ 20

ຜູ້​ແທນ​ລາວເຂົ້າ​ຮ່ວມ​ກອງ​ປະ­ຊຸມສະ­ມັດ­ຊາ​ໃຫຍ່ຄັ້ງ​ທີ 20

Published on

ລະ­ຫວ່າງວັນທີ 23 -25 ມິ­ຖຸ­ນາ 2016 ຜ່ານມານີ້, ຄະ­ນະຜູ້ແທນລາວນຳໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນ­ຕີກະ­ຊວງແຮງງານ ແລະສະ­ຫວັດ­ດີການສັງ­ຄົມ, ໃນນາມປະ­ທານຄະ­ນະກຳ­ມະ­ການບ້ານເດັກ SOS ລາວໄດ້ເຂົ້າຮ່ວມກອງປະ­ຊຸມສະ­ມັດ­ຊາໃຫຍ່ສະ­ໄໝສາ­ມັນຄັ້ງທີ 20 ຂອງບ້ານເດັກ SOS ສາ­ກົນທີ່ໄດ້ຈັດຂຶ້ນທີ່ອິນສະບຣຸກປະ­ເທດ ໂອຕຣິດ.

ກອງປະ­ຊຸມດັ່ງ­ກ່າວ ບັນ­ດາຜູ້ແທນຍັງໄດ້ຮັບຟັງບົດລາຍງານການເຄື່ອນໄຫວຂອງສະ­ຫະ­ພັນ, ສານຈາກຜູ້ຕາງໜ້າພິ­ເສດຂອງເລ­ຂາ­ທິ­ການໃຫຍ່ ສປຊ ກ່ຽວກັບຊາວໜຸ່ມ, ຄວາມເປັນພາ­ຄີທີ່ສຸມ ໃສ່ການຈ້າງງານໄວໜຸ່ມ, ຄຳຮຽກ­ຮ້ອງ ຂອງໂລກຕໍ່ການສ້າງຄວາມເຂັ້ມ­ແຂງ ການມີສ່ວນຮ່ວມຂອງໄວໜຸ່ມ, ໃນກອງ ປະ­ຊຸມຄະ­ນະຜູ້ແທນແຕ່ລະປະ­ເທດຍັງ ໄດ້ລາຍງານການ­ເຄື່ອນ­ໄຫວ ແລະປະ ກອບຄຳເຫັນຕໍ່ບົດລາຍງານ, ພ້ອມທັງ  ພິ­ຈາ­ລະ­ນາຮັບ­ຮອງເອ­ກະ­ສານສຳ­ຄັນ ຫຼາຍສະ­ບັບເປັນ­ຕົ້ນກົດລະ­ບຽບສະ­ບັບ ປັບ­ປຸງໃໝ່, ແຜນຍຸດທະສາດ ປີ 2030 ກ່ຽວກັບວຽກງານຂອງບ້ານເດັກ SOS ສາ­ກົນ, ເພື່ອເປັນບ່ອນອີງໃນການ­ຈັດ­ຕັ້ງ ປະ­ຕິ­ບັດວຽກງານດັ່ງ­ກ່າວ, ພ້ອມດຽວກັນນີ້ກອງປະ­ຊຸມກໍໄດ້ລົງຄະ­ແນນສຽງເລືອກຕັ້ງເອົາທ່ານປະ­ທານ, ຮອງປະທານ ແລະສະ­ມາ­ຊິກຊີເນັດອົງ­ການ SOS ສາ­ກົນຜູ້ໃໝ່ເພື່ອສືບ­ຕໍ່ຊີ້ນຳວຽກງານອົງ­ການ SOS ສາ­ກົນ.

ສປປ ລາວ ໃນນາມເປັນສະ­ມາ­ຊິກຂອງອົງ­ການດັ່ງ­ກ່າວເວ­ລາໃດກໍໄດ້ເອົາໃຈໃສ່ຢ່າງຕັ້ງ­ໜ້າຕໍ່ການປະ­ຕິ­ບັດພັນ­ທະໜ້າ­ທີ່ຂອງຕົນ ແລະໄດ້ຢຶດໝັ້ນໃນຫຼັກການຟື້ນຖານຂອງອົງ­ການ SOS ສາກົນກ່ຽວກັບການດູແລເບິ່ງ­ແຍງລ້ຽງດູເດັກກຳ­ພ້າ-ກຳ­ພອຍທີ່ດ້ອຍໂອ­ກາດ ຊຶ່ງນັບແຕ່ໃດມາແລ້ວ, ທີ່ພັກ ແລະລັດຖະບານໄດ້ເອົາ­ໃຈ­ໃສ່  ແລະໄດ້ໃຫ້ຄວາມສຳ ຄັນໃນການປົກປ້ອງສິດ ແລະຜົນປະ ໂຫຍດຂອງແມ່­ຍິງ ແລະເດັກ, ຮັບ­ປະ­ກັນສິດພື້ນ­ຖານຂອງເດັກ ດ້ວຍການສ້າງທຸກເງື່ອນ­ໄຂໃຫ້ແມ່­ຍິງ ແລະເດັກໄດ້ຮັບການພັດ­ທະ­ນາຢ່າງ­ຮອບ­ດ້ານ, ທັງມີບົດ­ບາດໃນຄອບ­ຄົວ, ສັງ­ຄົມ, ເສດ­ຖະ­ກິດແລະ ການ­ເມືອງ ເພື່ອເປັນກຳ­ລັງແຮງສັງລວມໃນການປົກປັກຮັກ­ສາ  ແລະສ້າງສາພັດ­ທະ­ນາປະ­ເທດຊາດ.

ພ້ອມນັ້ນ ກໍໃຫ້ຄວາມສຳ­ຄັນຢ່າງບໍ່ລົດລະຕໍ່ບົດ­ບາດແມ່­ຍິງ ແລະເດັກ, ດ້ວຍການປົກປ້ອງສິດ ແລະຜົນປະ­ໂຫຍດອັນ ຊອບທຳຂອງແມ່­ຍິງ ແລະເດັກຕົ້ນ­ຕໍແມ່ນສິດໃນການດຳ­ລົງຊີ­ວິດ, ມີກຽດສັກສີໃນ ສັງ­ຄົມປາ­ສະ­ຈາກຄວາມຮຸນແຮງ ແລະ ການຂູດຮີດ, ຍົກສູງສິດ­ທິພື້ນ­ຖານຂອງ ເດັກ ເພື່ອຮັບ­ປະ­ກັນຄວາມຢູ່ລອດ, ການ ປົກປ້ອງ, ການມີສ່ວນຮ່ວມ ແລະການພັດ­ທະ­ນາຂອງເດັກທີ່ເປັນລູກຫຼານຂອງພວກເຮົາໃນມື້­ນີ້ໃຫ້ມີໄວເດັກທີ່ເຕັມໄປດ້ວຍຄວາມ­ສຸກ, ຄວາມອົບອຸ່ນຈາກພໍ່-ແມ່, ການ­ຈັດ­ຕັ້ງ ແລະສັງ­ຄົມແນ­ໃສ່ໃຫ້ ກາຍ­ເປັນຜູ້ໃຫຍ່ໃນມື້ໜ້າ­ທີ່ມີສຸ­ຂະ­ພາບແຂງ­ແຮງ, ມີຄວາມຮັບ­ຜິດ­ຊອບສູງ, ມີ ຄວາມຮູ້ຄວາມສາ­ມາດຢ່າງເຕັມສ່ວນ ເພື່ອເຮັດໜ້າ­ທີ່ເປັນຜູ້ສືບທອດພາ­ລະ­ກິດປົກປັກຮັກ­ສາ ແລະສ້າງ­ສາພັດ­ທະ­ນາ ປະ­ເທດຊາດໃຫ້ກ້າວໄປສູ່ເສັ້ນ­ທາງຫັນ ເປັນອຸດ­ສາ­ຫະ­ກຳ ແລະທັນສະ­ໄໝ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...