Homeຂ່າວພາຍ​ໃນນາ­ຍົກ­ລັດ­ຖະ­ມົນ­ຕີຢ້ຽມ­ຢາມກຳ­ປູ­ເຈຍຢ່າງ​ເປັນ​ທາງ​ການ

ນາ­ຍົກ­ລັດ­ຖະ­ມົນ­ຕີຢ້ຽມ­ຢາມກຳ­ປູ­ເຈຍຢ່າງ​ເປັນ​ທາງ​ການ

Published on

ໂດຍຕອບສະ­ໜອງຕາມຄຳເຊີນ ຂອງສົມ­ເດັດອັກ­ຄະ­ມະ­ຫາ­ເສ­ນາບໍ­ດີ ເຕ ໂຈ ຮຸນແຊນ, ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງຣາຊະອາ­ນາ­ຈັກກຳ­ປູ­ເຈຍ, ທ່ານ ທອງລຸນ ສີສຸລິດ, ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງສາທາລະ­ນະລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນລາວ, ພ້ອມດ້ວຍພັນລະຍາ ແລະຄະ­ນະ ໄດ້ເດີນ­ທາງໄປຢ້ຽມ­ຢາມ ຣາຊະອາ­ນາຈັກກຳ­ປູ­ເຈຍຢ່າງເປັນທາງການ, ແຕ່ວັນທີ 27-28 ມິ­ຖຸ­ນາ 2016, ເພື່ອຮັດແໜ້ນ ແລະເສີມຂະ­ຫຍາຍສາຍພົວ­ພັນມິດ­ຕະ­ພາບທີ່ມີມາແຕ່ດົນນານລະ­ຫວ່າງສອງປະ­ເທດ.

ໃນວັນທີ 27 ມິ­ຖຸ­ນາ 2016, ທີ່ຫໍ ສັນ­ຕິ­ພາບ, ທ່ານ ທອງລຸນ ສີສຸລິດ, ໄດ້ ຖືກຕ້ອນ­ຮັບ ແລະພົບປະປຶກ­ສາຫາ­ລືຢ່າງເປັນທາງການກັບ ສົມ­ເດັດ ອັກຄະ­ມະຫາເສ­ນາບໍ­ດີ ເຕໂຈ ຮຸນແຊນ, ໃນການພົບປະຄັ້ງນີ້, ສອງຝ່າຍຕີລາ­ຄາສູງການພົວ ພັນ ແລະການຮ່ວມມືສອງຝ່າຍມີການ ຂະ­ຫຍາຍ­ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຫັນໄດ້ຈາກການແລກ­ປ່ຽນການຢ້ຽມຢາມເຊິ່ງກັນ ແລະກັນຂອງຄະ­ນະຜູ້ແທນ ຂັ້ນປະ­ມຸກລັດ, ຫົວ­ໜ້າລັດ­ຖະ­ບານ ແລະ ຂະ­ແໜງ­ການຕ່າງໆຕະ­ຫຼອດຮອດທ້ອງຖິ່ນຂອງສອງປະ­ເທດ ແລະສອງຝ່າຍ ເຫັນດີຈະສືບ­ຕໍ່ແລກ­ປ່ຽນການຢ້ຽມ­ຢາມຂອງຄະ­ນະຜູ້ແທນຂັ້ນຕ່າງໆຂອງສອງປະ­ເທດຢ່າງເປັນປົກ­ກະ­ຕິ, ເພີ່ມທະ­ວີການຮ່ວມມືການ­ຈັດ­ຕັ້ງປະ­ຕິ­ບັດບັນ­ດາສັນ­ຍາ ແລະຂໍ້ຕົກ­ລົງຕ່າງໆທີ່ສອງຝ່າຍໄດ້ຕົກ­ລົງນຳກັນໃຫ້ເກີດດອກອອກຜົນ ແລະເປັນຮູບປະທຳ.

ສືບ­ຕໍ່ເພີ່ມທະ­ວີການຮ່ວມມືກັນໃນການຮັກ­ສາຄວາມສະ­ຫງົບ, ສະ­ກັດກັ້ນການ­ເຄື່ອນ­ໄຫວຂອງຄົນບໍ່ດີ, ການລັກ ລອບຂົນ­ສົ່ງ-ຄ້າ­ຂາຍຢາເສບຕິດ, ການຄ້າ­ຂາຍໄມ້ເຖື່ອນ ແລະປາ­ກົດ­ການຫຍໍ້ ທໍ້ອື່ນໆ ເພື່ອຮັກ­ສາສັນ­ຕິ­ພາບ, ສະ­ຖຽນ ລະພາບລຽບຕາມເສັ້ນຊາຍແດນຂອງ ສອງປະ­ເທດ, ດ້ານວຽກງານຊາຍແດນ ສອງຝ່າຍຈະສືບ­ຕໍ່

ສຳຫຼວດ ແລະປັກຫຼັກໝາຍຊາຍແດນໃຫ້ ສຳ­ເລັດໂດຍໄວ, ສອງຝ່າຍເຫັນດີສ້າງຕັ້ງສະ­ຖານ­ກົງ­ສຸນໃຫຍ່ຂອງສອງປະເທດຢູ່ປະ­ເທດຂອງກັນ ຊຶ່ງຝ່າຍລາວຕັ້ງ ຢູ່ແຂວງຊຽງແຕງ ຂອງກຳ­ປູ­ເຈຍ, ຊຶ່ງຈະມີພິ­ທີເປີດຢ່າງເປັນທາງການໃນວັນທີ 30 ມິ­ຖຸ­ນາ 2016 ນີ້ ແລະຝ່າຍກຳປູເຈຍຕັ້ງຢູ່ແຂວງຈຳ­ປາສັກຂອງລາວ,   ຊຶ່ງຈະຈັດພິ­ທີເປີດຢ່າງເປັນທາງການໃນວັນທີ 1 ກໍ­ລະ­ກົດ 2016 ນີ້, ສອງຝ່າຍ ຍັງເຫັນດີທີ່ຈະເປີດດ່ານສາ­ກົນໜອງນົກຂຽນ-ຕຼາປຽງກຼຽນຢ່າງເປັນທາງການ ໃນທ້າຍປີນີ້, ຈະພະ­ຍາ­ຍາມສ້າງພື້ນ­ຖານ ໂຄງລ່າງ ເພື່ອເຊື່ອມຈອດລະ­ຫວ່າງສອງ ປະ­ເທດເຊັ່ນ: ໂຄງ­ການກໍ່­ສ້າງເສັ້ນ­ທາງ ແລະຂົວເຊລຳເພົາທີ່ມີຄວາມຍາວ 145 ແມັດ ແລະເສັ້ນ­ທາງເຊື່ອມຈອດແຕ່ເມືອງ  ມູນລະປະໂມກຫາຂົວເຊລຳເພົາຍາວ 78 ກິ­ໂລ­ແມັດ, ທັງສອງຝ່າຍຈະຊຸກ­ຍູ້ໃຫ້ມີ ການລົງ­ທຶນ, ການຄ້າຮ່ວມກັນຫຼາຍຂຶ້ນ ໂດຍສະ­ເພາະໃຫ້ເຂົ້າໄປລົງ­ທຶນຢູ່ໃນປະເທດຂອງກັນ ແລະກັນ, ການຄ້າລະ ຫວ່າງແຂວງທີ່ມີຊາຍແດນຕິດຈອດກັນ, ໃນປີ 2015 ການຄ້າສອງຝ່າຍສາ­ມາດ ບັນ­ລຸໄດ້ 24,5 ລ້ານໂດລາ ສ່ວນໃຫຍ່ ແມ່ນຂະ­ແໜງອຸດ­ສາ­ຫະ­ກຳບໍ່ແຮ່, ການຂາຍ­ຍົກ-ຂາຍ­ຍ່ອຍ, ການ­ເຄື່ອນ­ໄຫວ ດ້ານການເງິນ ແລະປະ­ກັນໄພ, ແລະ ດ້ານການສຶກສາສອງຝ່າຍເຫັນດີເປັນ ເອ­ກະພາບເພີ່ມທຶນແລກ­ປ່ຽນການສຶກ ສາລະ­ດັບປະ­ລິນ­ຍາຕີລະ­ຫວ່າງສອງລັດຖະບານ ເປັນ 15 ທຶນຕໍ່ປີ ແລະຈະເພີ່ມ ເບ້ຍ­ລ້ຽງໃຫ້ແກ່ນັກສຶກສາຂອງສອງປະເທດເພື່ອແທດ­ເໝາະກັບຄ່າຄອງຊີບຂອງແຕ່ລະປະ­ເທດ.

ນອກນັ້ນສອງຝ່າຍຍັງເຫັນດີໃຫ້­ການຮ່ວມມືກັນຢ່າງໃກ້­ຊິດ ແລະໃຫ້­ການສະໜັບສະໜູນຊ່ວຍ­ເຫຼືອເຊິ່ງກັນແລະ ກັນໃນເວ­ທີພາກພື້ນ ແລະ ສາ­ກົນ ເຊັ່ນ: CLV, CLMV, ACMEC, ASEAN, UN, GMS ແລະ ອື່ນໆ.

ໃນໂອ­ກາດນີ້ກຳ­ປູ­ເຈຍຈະເປັນເຈົ້າ ພາບຈັດກອງປະ­ຊຸມ CLV ໃນທ້າຍເດືອນພະ­ຈິກ 2016 ນີ້, ນາ­ຍົກລັດຖະມົນ­ຕີ ສປປ ລາວ ຍິນດີເຂົ້າຮ່ວມເພື່ອປຶກ ສາຫາ­ລືການພັດ­ທະ­ນາຮ່ວມກັນນອກນັ້ນ, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ທອງລຸນ ສີສຸລິດ ຍັງໄດ້ເຊື້ອເຊີນ ທ່ານນາ­ຍົກລັດຖະມົນ­ຕີຮຸນແຊນ ຢ້ຽມ­ຢາມ ສປປ ລາວ ໃນເວ­ລາທີ່ສະ­ດວກ ແລະເຂົ້າຮ່ວມກອງ ປະ­ຊຸມສຸດຍອດອາຊຽນທີ່ ສປປ ລາວ ຈະເປັນເຈົ້າ­ພາບໃນທ້າຍປີນີ້.

ໃນວັນດຽວກັນນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ກໍໄດ້ໄປວາງພວງມະ ລາທີ່ອານຸສາວະ­ລີເອ­ກະ­ລາດ ແລະອະນຸສາວະ­ລີ ເຈົ້ານໍໂຣດົມສີຫານຸ ແລະໄດ້ພົບປະກັບ ສົມ­ເດັດ ເຮັງ ຊຳຣິນ, ປະ­ທານສະ­ພາແຫ່ງຊາດ ແລະສົມ­ເດັດ ຊາຍຊຸມ, ປະ­ທານສະ­ພາສູງແຫ່ງ ຣາຊະອາ­ນາ­ຈັກ  ກຳ­ປູ­ເຈຍ ຫຼັງຈາກນັ້ນກໍໄດ້ເຂົ້າຮ່ວມ ງານລ້ຽງອາ­ຫານຄ່ຳຈັດໂດຍສົມ­ເດັດອັກ­ຄະ­ມະ­ຫາ­ເສ­ນາບໍ­ດີ ເຕໂຈ ຮຸນແຊນ, ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ຣາຊະອາ­ນາຈັກ ກຳ­ປູ­ເຈຍ ແລະໃນຕອນບ່າຍ, ທ່ານ ຮໍນຳຮົງ, ຮອງນາ­ຍົກ­ລັດ­ຖະ­ມົນ­ຕີກຳປູເຈຍ ໄດ້ຈັດງານລ້ຽງອາ­ຫານທ່ຽງ ໃຫ້ແກ່ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສປປ ລາວ ພ້ອມດ້ວຍຄະ­ນະ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...