Homeຂ່າວທ້ອງຖິ່ນຫຼວງນ້ຳທາມອບŒຮັບທາງ 4 ເລນ

ຫຼວງນ້ຳທາມອບŒຮັບທາງ 4 ເລນ

Published on

 

ຕອນ​ແລງ​ວັນ​ທີ 23 ມິ­ຖຸ­ນາ 2016 ຜ່ານ​ມາ​ນີ້​ທີ່​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ແຂວງ​ຫຼວງ​ນ້ຳ​ທາ​ໄດ້​ຈັດ​ພິ­ທີ​ມອບ-ຮັບ​ເສັ້ນ­ທາງ 4 ເລນ ເຂົ້າ​ຮ່ວມ​ຂອງ​ທ່ານ ເພັງ​ພະ​ວັນ ດາວ​ພອນ​ຈະ­ເລີນ ຮອງ​ເຈົ້າແຂວງໆ​ຫຼວງ​ນ້ຳ​ທາ, ທ່ານ ສຸ­ວັນ ເພັງວົງ​ໄຊ ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ແຂວງ, ຮອງ​ເລ­ຂາ​ພັກ​ເມືອງ ຫຼວງ​ນ້ຳ​ທາ, ຫົວ­ໜ້າ​ຫ້ອງ­ການ-ຮອງຫົວ­ໜ້າ​ຫ້ອງ­ການ, ທ່ານ ຄຳ​ຜາຍ ໄຊ​ພະຈັນ ອຳ­ນວຍ​ການ​ບໍ­ລິ­ສັດ​ໄຊ​ພະ​ຈັກ​ກໍ່­ສ້າງ ຈຳ­ກັດ ມີ​ພະ­ນັກ­ງານ ວິ­ຊາ​ການ​ພາຍໃນ​ພະ​ແນກ​ໂຍ­ທາ ແລະ​ວິ­ຊາ​ການ​ຂອງ ບໍ­ລິ­ສັດ​ເຂົ້າ​ຮ່ວມ.

ທ່ານ ຄຳ​ຜາຍ ໄຊ​ພະ­ຈັນ ກ່າວ​ວ່າ: ເພື່ອ​ພັດ­ທະ­ນາ​ເທ­ສະ​ບານ​ແຂວງ- ເທ­ສະບານ​ເມືອງ​ຫຼວງ​ນ້ຳ​ທາ​ໃຫ້​ມີ​ຄວາມ​ເປັນລະ­ບຽບ ແລະ​ຈົບ­ງາມ ອຳ­ນາດ​ການປົກ­ຄອງ​ເຂດ​ດັ່ງ­ກ່າວ​ຈິ່ງ​ໄດ້​ອອກ​ແຜນການ​ປັບ­ປຸງ, ຂະ­ຫຍາຍ ແລະ​ຍົກ​ລະດັບ​ພື້ນ­ຖານ​ໂຄງ​ລ່າງ​ໂດຍ​ສະ­ເພາະ​ແມ່ນການ​ກໍ່­ສ້າງ​ເສັ້ນ​ທາງພາຍ​ໃນ​ເທ­ສະ​ບານ​ແຂວງ, ເທ­ສະ​ບານເມືອງ​ໃຫ້​ກວ້າງ­ຂວາງ, ໄດ້​ມາດ­ຖານ ເຕັກ­ນິກ, ການ​ສັນ­ຈອນ​ໄປ​ມາ​ມີ​ຄວາມສະ­ດວກ​ປອດ​ໄພ​ທັງ​ເປັນ​ການ​ແກ້​ໄຂ ຄວາມ​ແອ​ອັດ​ໃນ​ຕົວ​ເມືອງ​ຫຼວງ​ນ້ຳ​ທາ.

ໂຄງ­ການ​ດັ່ງ­ກ່າວ​ເປັນ​ໂຄງ­ການ​ກໍ່ ສ້າງ​ເສັ້ນ­ທາງ 4 ເລນ ແຕ່ 4 ແຍກ​ສະໝາມ​ບິນ ຫາ 3 ແຍກ​ບ້ານ​ໂພນ​ໄຊສະຫວ່າງ, ຕາມ​ເສັ້ນ­ທາງ 3A ຊຶ່ງ​ໄດ້​ເລີ່ມລົງ­ມື​ກໍ່­ສ້າງ​ມາ​ແຕ່​ວັນ​ທີ 28 ມີ­ນາ 2013 ແລະ​ມາ​ຮອດ​ວັນ​ທີ 8 ກັນ­ຍາ 2015 ໄດ້​ສຳ­ເລັດ 100%, ໂຄງ­ການ ດັ່ງ­ກ່າວ​ແມ່ນ​ການ​ຂະ­ຫຍາຍ​ໜ້າ​ທາງອອກ​ຈາກ​ທາງ​ເກົ່າ​ເບື້ອງ​ລະ 3,5 ແມັດ, ປະ­ຈຸ​ບັນ​ໜ້າ​ທາງ​ກວ້າງ 14 ແມັດ, ຍາວ 2,8 ກິ­ໂລ­ແມັດ,ມູນ​ຄ່າ​ການ​ກໍ່­ສ້າງ ທັງ​ໝົດ 30,8 ຕື້​ກີບ, ໂດຍ​ແມ່ນ​ທຶນ​ຂອງລັດ 100%, ໜ້າ​ວຽກ​ຍົກ​ລະ­ດັບ​ໜ້າທາງ 50 ຊັງ​ຕີ​ແມັດ, ຊັ້ນ​ຮ່ອງ​ພື້ນ​ທາງໜາ 20 ຊັງ​ຕີ​ແມັດ , ຊັ້ນ​ພື້ນ​ທາງ 20 ຊັງ​ຕີ​ແມັດ  ແລະ​ວຽກ​ຂະ­ຫຍາຍ​ຂົວ​ນ້ຳ​ຮອຍ, ຕໍ່​ທໍ່ ລອດ​ທາງ, ຮ່ອງ​ລະ­ບາຍ​ນ້ຳ​ຂ້າງ​ທາງ, ກໍ່​ກັນ​ເຈື່ອນ, ຕິດ​ຕັ້ງ​ໄຟ­ຟ້າ​ເຍື່ອງ​ທາງ, ຂີດ​ເສັ້ນ​ຈາ­ລະ​ຈອນ, ຕິດ​ຕັ້ງ​ປ້າຍ​ຈາ­ລະຈອນ ແລະ​ຫຼັກ​ກິ­ໂລ­ແມັດ.

ຕາງ­ໜ້າ​ໂດຍ​ການ​ມອບ-ຮັບ​ໂຄງການ​ດັ່ງ­ກ່າວ​ລະ­ຫວ່າງ ທ່ານ ຄຳ​ຜາຍ ໄຊ​ພະ­ຈັນ ອຳ­ນວຍ​ການ​ບໍ­ລິ­ສັດ​ໄຊ​ພະຈັກ​ກໍ່­ສ້າງ​ຈຳ­ກັດ ກັບ​ທ່ານ ສຸ​ວັນ­ເພັງ ວົງ​ໄຊ  ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ແຂວງ​ຫຼວງ​ນ້ຳ​ທາ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...