Homeເກມເຜີຍຕົວຢ່າງເກມ Dynasty Warriors Mobile ພ້ອມລາຍລະອຽດເບື້ອງຕົ້ນ

ເຜີຍຕົວຢ່າງເກມ Dynasty Warriors Mobile ພ້ອມລາຍລະອຽດເບື້ອງຕົ້ນ

Published on

image

Perfect World ຜູ້ພັດທະນາເກມຊື່ດັງຈາກປະເທດຈີນກຽມເປີດໃຫ້ບໍລິການ Dynasty Warriors Mobile ເກມສາມກົກຊື່ດັງເວີຊັ່ນມືຖືທີ່ໄດ້ Licensed ມາຈາກທາງ Koei Tecmo ໂດຍຈະເປີດບໍລິການໃນປະເທດຈີນ ແລະປະເທດແຖບຕາເວັນຕົກໃນໄວໆນີ້

image

ສຳລັບເກມ Dynasty Warriors Mobile ແມ່ນໄດ້ຖືກນຳໄປຈັດສະແດງໃນງານ E3 2016 ທີ່ຜ່ານມານີ້, ເຊິ່ງເນື້ອເລື່ອງຂອງເກມຈະອີງມາຈາກເກມພາກຫຼັກຄື Dynasty Warrior 6 ໂດຍໂຕເກມຈະແຕກຕ່າງຈາກເວີຊັ່ນເກົ່າໆພໍສົມຄວນ ເພາະຢູ່ພາຍໃຕ້ການເບິ່ງແຍງຂອງຜູ້ພັດທະນາຈີນ ແລະຈະມີຮູບແບບເປັນເກມ Action ທີ່ນຳເອົາໂຕລະຄອນຈາກເກມມາຕໍ່ສູ້ກັນ ໂດຍມີການພັດທະນາໃຫ້ສາມາດເຂົ້າເຖິງໂຕລະຄອນໄດ້ງ່າຍຂຶ້ນ. ນອກນີ້ກໍໄດ້ຮັບຄຳຢືນຢັນແລ້ວວ່າເກມສາມກົກເວີຊັ່ນມືຖືນີ້ຈະລົງໃຫ້ທັງ iOS ແລະ Android.

image

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...