Homeສຸຂະພາບ ແລະ ສີ່ງແວດລ້ອມໃສ່ຜ້າອະນາໄມໃນຊ່ວງເປັນປະຈຳເດືອນອັນເກົ່າຫຼາຍຊົ່ວໂມງຈະສ່ຽງເປັນມະເຮັງປາກມົດລູກ ຫຼື ບໍ່

ໃສ່ຜ້າອະນາໄມໃນຊ່ວງເປັນປະຈຳເດືອນອັນເກົ່າຫຼາຍຊົ່ວໂມງຈະສ່ຽງເປັນມະເຮັງປາກມົດລູກ ຫຼື ບໍ່

Published on

ເລື່ອງຄວາມເຊື່ອທີ່ວ່າການໃສ່ຜ້າອະນາໄມແຜ່ນເກົ່າເປັນເວລາດົນໆ ໂດຍບໍ່ປ່ຽນແຜ່ນໃໝ່ແລ້ວຈະເຮັດໃຫ້ເປັນໂຣກມະເຮັງປາກມົດລູກນັ້ນ ຂໍບອກເລີຍວ່າເປັນຄວາມເຊື່ອທີ່ຜິດ ເຊິ່ງແພດຄົນໜຶ່ງຊື່ ທິດາການ ຣຸຈິພັດທະນາກຸນໄດ້ອອກມາຕອບຄຳຖາມນີ້ໃນທະວິດເຕີ້ຣ@thidakarn ໄວ້ວ່າ ການໃສ່ຜ້າອະນາໄມດົນເກີນໄປຈະເຮັດໃຫ້ເກີດເຊື້ອແບັດທີເຣຍເພີ່ມຫຼາຍຂຶ້ນ ແລະ ເຮັດໃຫ້ເກີດການຕິດເຊື້ອໄດ້ ແຕ່ບໍ່ໄດ້ກໍ່ໃຫ້ເກີດໂຣກມະເຮັງປາກມົດລູກ

ໂຣກມະເຮັງປາກມົດລູກມີສາເຫດເກີດຈາກເຊື້ອໄວຣັສ  HPV ເຊິ່ງເປັນເຊື້ອໄວຣັສທີ່ຕິດຕໍ່ກັນທາງເພດສຳພັນເທົ່ານັ້ນ ແລະ ສາມາດຕິດຕໍ່ກັນໄດ້ທັງຜູ້ຊາຍ ແລະ ຜູ້ຍິງ ຈິ່ງບໍ່ກ່ຽວກັບການໃສ່ຜ້າອະນາໄມດົນເກີນໄປ

ໃນຊ່ວງເປັນປະຈຳເດືອນ ຈຸດລັບຂອງແມ່ຍິງຈະມີຄວາມອັບຊື້ນຫຼາຍເປັນພິເສດ ແລະ ກໍ່ໃຫ້ເກີດການສະສົມຂອງເຊື້ອແບັດທີເຣຍ ດັ່ງນັ້ນໃນຊ່ວງເປັນປະຈຳເດືອນຄວນປ່ຽນຜ້າອະນາໄມຢ່າງໜ້ອຍທຸກ 6 ຊົ່ວໂມງ ຫຼື ຖ້າເປັນປະຈຳເດືອນມາແຮງມາຫຼາຍກໍ່ຄວນປ່ຽນຜ້າອະນາໄມໃຫ້ຖີ່ຂຶ້ນ ເພື່ອບໍ່ໃຫ້ເກີດການສະສົມຂອງເຊື້ອແບັດທີເຣຍຫຼາຍຈົນເກີນໄປ

 

ທີ່ມາ: http://health.kapook.com/view145414.html

 

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...