Homeຄວາມງາມວິທີທົດສອບນ້ຳຢາຍ້ອມຜົມ ວ່າເປັນອັນຕະລາຍຫຼືບໍ່ ແບບງ່າຍໆ ແລະ ໄດ້ຜົມ

ວິທີທົດສອບນ້ຳຢາຍ້ອມຜົມ ວ່າເປັນອັນຕະລາຍຫຼືບໍ່ ແບບງ່າຍໆ ແລະ ໄດ້ຜົມ

Published on

ບໍ່ວ່າຜ່ານໄປເວລາດົນພຽງໃດແຟຊັ່ນການຍ້ອມສີຜົມຍັງຄົງເປັນສິ່ງທີ່ຄົນນິຍົມໃນກຸ່ມຄົນສ່ວນຫຼາຍ ແລະ ປັດຈຸບັນນີ້ກໍ່ມີຜະລິດຕະພັນຍ້ອມສີຜົມຫຼາກຫຼາຍຢີຫໍ້ວາງຂາຍຕາມຕະຫຼາດ ທ່ານອາດຈະບໍ່ຮູ້ວ່າຜະລິດຕະພັນສີຜົມປະເພດໃດທີ່ມີອັນຕະລາຍຕໍ່ສຸຂະພາບຂອງທ່ານ ບາງຄົນອາດຄິດສົງໃສວ່າເປັນຫຍັງທັງທີ່ເລືອກຜະລິດຕະພັນທີ່ດີທີ່ສຸດມາໃຊ້ແລ້ວກໍ່ຍັງເກີດມີອາການແພ້ສີຍ້ອມຜົມຢູ່ ທ່ານຕ້ອງເຂົ້າໃຈເຊລຂອງຜິວໜັງຄົນເຮົາມັນບໍ່ຄືກັນ ບາງຄົນສາມາດໃຊ້ຜະລິດຕະພັນສີຍ້ອມຜົມຊະນິດໃດກໍ່ໄດ້ ບາງຄົນກໍ່ແພ້ງ່າຍ ສະນັ້ນສີຜົມທີ່ຈະມາໃຊ້ຍ້ອມຕ້ອງມີການຄັດເລືອກຢ່າງດີ ດ້ວຍເຫດນີ້ວັນນີ້ເຮົາເລີຍມີວິທີວິທີທົດສອບນ້ຳຢາຍ້ອມຜົມ ວ່າເປັນອັນຕະລາຍຫຼືບໍ່ ແບບງ່າຍໆ ແລະ ໄດ້ຜົມມາຝາກກັນເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານກັນເລີຍ

59

ວິທີທົດສອບນ້ຳຢາຍ້ອມສີຜົມວ່າອັນຕະລາຍ ຫຼື ບໍ່
ໃຫ້ທົດລອງບໍລິເວນຜິວໜັງທີ່ອ່ອນໂຍນຂອງຮ່າງກາຍເຊັ່ນ: ຜິວໜັງບໍລິເວນຫຼັງຫູ ຫຼື ຜິວໜັງບໍລິເວນກ້ອງແຂນ ພຽງແຕ່ນຳຜະລິດຕະພັນນ້ຳຢາຍ້ອມຜົມປະລິມານເລັກໜ້ອຍ ທາລົງຜິວໜັງບໍລິເວນຜິວດັ່ງກ່າວ ຈາກນັ້ນປະໄວ້ປະມານ 24-48 ຊົ່ວໂມງ ຫາກພົບວ່າມີອາການຄັນ ເກີດຜື່ນແດງ ຫຼື ປວດແສບປວດຮ້ອນ ສະແດງວ່າທ່ານມີອາການແພ້ນ້ຳຢາຍ້ອມຜົມຊະນິດນີ້ ຄວນລ້າງອອກດ້ວຍນ້ຳສະອາດທັນທີ

ປອດໄພໄວ້ເປັນສິ່ງສຳຄັນ ເພາະທ່ານຕ້ອງຄິດຢູ່ສະເໝີວ່າຄວາມງາມຕ້ອງຄຽງຄູ່ມາກັບຄວາມປອດໄພ ເສຍເວລາທົດລອງພຽງເລັກໜ້ອຍກໍ່ຈະເຮັດໃຫ້ເຮົາມີຄວາມປອດໄພໃນຊີວິດຫຼາຍຂຶ້ນ

 

ທີ່ມາ: ເວັບໄຊ. ເກັດຄວາມຮູ້.ເນັດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...