Homeຂ່າວນໍ້າຖ້ວມຈົ່ງເພີ່ມຄວາມມີສະຕິໃນການບໍລິໂພກເຫັດປະເພດຕ່າງໆ

ຈົ່ງເພີ່ມຄວາມມີສະຕິໃນການບໍລິໂພກເຫັດປະເພດຕ່າງໆ

Published on

ເຖິງວ່າປີນີ້ຍັງບໍ່ມີການເບື່ອເຫັດເກີດຂຶ້ນກໍຕາມ, ແຕ່ເພື່ອເຮັດໃຫ້ທຸກຄົນມີສະຕິໃນການບໍລິໂພກເຫັດ, ດັ່ງນັ້ນ ເມື່ອມໍ່ໆມານີ້ຫົວໜ້າຂະແໜງລະບາດວິທະຍາ, ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນໄດ້ອອກມາເຕືອນຜ່ານໜັງສືພິມລາວພັດທະນາຂອງພວກເຮົາວ່າ: ພໍຮອດລະດູຝົນຂອງທຸກໆປີມັກຈະມີການເບື່ອເຫັດກິນຂຶ້ນ, ອັນເນື່ອງຈາກລະດູຝົນເປັນລະດູທີ່ເຫັດຊະນິດຕ່າງໆຈະເກີດຂຶ້ນຫຼາຍ, ນັບທັງເຫັດທີ່ກິນໄດ້ ແລະ ກິນບໍ່ໄດ້, ດັ່ງນັ້ນ ເພື່ອປ້ອງກັນການເບື່ອເຫັດທີ່ອາດເກີດຂຶ້ນໃນໄລຍະລະດູຝົນປີນີ້, ໂດຍສະເພາະແມ່ນການບໍລິໂພກເຫັດທີ່ເກີດຂຶ້ນຕາມທຳມະຊາດແມ່ນມີຄວາມສ່ຽງສູງ ແລະ ເຖິງວ່າໄລຍະຜ່ານມາທາງສາທາລະນະສຸກກໍໄດ້ເຕືອນໃຫ້ປະຊາຊົນມີຄວາມລະ ມັດລະວັງໃນການບໍລິໂພກແລ້ວ, ແຕ່ກໍຍັງມີການເບື່ອເຫັດເກີດຂຶ້ນ ແລະ ມີຜູ້ເສຍຊີວິດຈຳນວນໜຶ່ງຄື: ໃນປີ 2015 ຜ່ານມາຢູ່ນະຄອນຫຼວງ

ວຽງຈັນມີກໍລະນີເບື່ອເຫັດເກີດຂຶ້ນຈຳນວນໜຶ່ງ, ແຕ່ໂຊກດີບໍ່ມີຜູ້ເສຍຊີວິດ, ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນເຮົາຈົ່ງມີສະຕິໃນການບໍລິໂພກເຫັດຊະນິດຕ່າງໆທີ່ຈະນຳຜົນກະທົບມາສູ່ສຸຂະພາບຂອງຕົນເອງ ແລະ ຄອບຄົວ ແລະ ຖ້າຈະບໍລິໂພກເຫັດໃຫ້ຖືກຕ້ອງຄວນເອົາໃຈໃສ່ຄື: ຖ້າບໍ່ແນ່ໃຈຊະນິດຂອງເຫັດທີ່ກິນໄດ້ ແລະ ກິນບໍ່ໄດ້ແມ່ນຫ້າມກິນເດັດຂາດ, ບໍ່ຄວນກິນເຫັດຫຼາຍຊະນິດປົນກັນ, ແລະ ຖ້າຫາກກິນເຫັດແລ້ວມີອາການຜິດປົກກະຕິເຊັ່ນ: ວິນຫົວ, ປວດຮາກ ຫຼື ເຈັບທ້ອງໃຫ້ໄປໂຮງໝໍດ່ວນ, ປັດຈຸບັນນອກຈາກຄົນຈະເບື່ອເຫັດຍ້ອນກິນເຫັດເບື່ອແລ້ວ,ເຫັດບາງຊະນິດທີ່ກິນໄດ້ ແລະ ເຄີຍກິນກໍເກີດເບື່ອຍ້ອນສານເຄມີຕົກຄ້າງຕ່າງໆເຊັ່ນ: ການໃຊ້ປຸ່ຍເຄມີ, ຢາຂ້າຫຍ້າ, ຢາຂ້າແມງໄມ້ ແລະ ອື່ນໆ, ອີກສ່ວນໜຶ່ຶງກໍເກີດຈາກຄວາມບໍ່ແນ່ໃຈຂອງຜູ້ບໍລິໂພກເອງເພາະທຸມື້ນີ້ມີເຫັດຫຼາຍຊະນິດທີ່ຄ້າຍຄືກັນເກີດຂຶ້ນນັບທັງເຫັດກິນໄດ້ ແລະ ກິນບໍ່ໄດ້ ແລະ ເກີດຈາກສັດປ່າຍ່ຽວໃສ່, ເຖິງຢ່າໃດກໍຕາມການບໍລິໂພກເຫັດທີ່ດີທີ່ສຸດແມ່ນຄວນບໍລິໂພກເຫັດທີ່ປູກເອງ ຫຼື ເຫັດທີ່ເຄີຍກິນ,ແຕ່ຄວນລ້າງໃຫ້ສະອາດ ແລະ ປຸງແຕ່ງໃຫ້ສຸກດີຈິ່ງຈະປອດໄພ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...