spot_img
Homeມູມໄອທີລາວ6 ບັ໊ກຕະຫຼົກໆ ຈາກເກມດັງທີ່ເຮັດໃຫ້ເກມມີສີສັນຂຶ້ນ

6 ບັ໊ກຕະຫຼົກໆ ຈາກເກມດັງທີ່ເຮັດໃຫ້ເກມມີສີສັນຂຶ້ນ

Published on

ສຳລັບຄົນທີ່ມັກຫຼິ້ນເກມແລ້ວແນ່ນອນວ່າບໍ່ມີໃຜທີ່ບໍ່ເຄີຍພົບກັບຂໍ້ຜິດພາດຂອງໂຕເກມຫຼືທີ່ເຮົາເອີ້ນວ່າ “ບັ໊ກ” ເຊິ່ງບັ໊ກນີ້ກໍຈະສົ່ງຜົນກະທົບຕໍ່ໂຕເກມແຕກຕ່າງກັນອອກໄປ ບໍ່ວ່າຈະເປັນບັ໊ກເລັກໆນ້ອຍ, ບັ໊ກທີ່ເຮັດໃຫ້ໂກງເກມໄດ້ ຈົນໄປເຖິງ ບັ໊ກທີ່ຮ້າຍແຮງເຮັດໃຫ້ບໍ່ສາມາດຫຼິ້ນເກມຕໍ່ໄດ້. ໂດຍໃນມື້ນີ້ເຮົາຈະມານຳສະເໜີບັ໊ກທີ່ເກີດຂຶ້ນກັບເກມ ຈະເປັນບັ໊ກແນວໃດແດ່ ສາມາດເບິ່ງໄດ້ດ້ານລຸ່ມນີ້:

Super Mario 64 : ບັ໊ກທີ່ເຮັດໃຫ້ສາມາດໂດດຂ້າມຄັນໄດໄປຫາບອສໄດ້

ໃນເກມ Super Mario 64 ການທີ່ເຮົາຈະຂ້າມໄປຫາພື້ນທີ່ໃໝ່ໄດ້ເຮົາຈຳເປັນທີ່ຈະຕ້ອງເກັບດາວໃຫ້ໄດ້ຕາມກຳນົດເຊັ່ນ 70 ດວງເພື່ອໄປພົບບອສໂຕສຸດທ້າຍຖ້າຫາກບໍ່ມີຄັນໄດທີ່ໃຊ້ຍ່າງຂຶ້ນໄປຫາບອສກໍບໍ່ມີວັນຈົບ ແຕ່ດ້ວຍບັ໊ກນີ້ເຮົາບໍ່ຈຳເປັນທິ່ຈະຕ້ອງເກັບດາວໃຫ້ຄົບກໍສາມາດໄປຫາບອສໄດ້ ໂດຍການໂດດຍ້ອນຫຼັງແລ້ວກົດປຸ່ມໂດດລົວໆ ຕອນທີ່ໂຕເຮົາຮອດພື້ນ Mario ຈະໂດດຂຶ້ນໄປແບບລົວໆຈົນເຖິງຫ້ອງບອສໄດ້

Fallout 4 : ບັ໊ກໂດດໄຕ່ກຳແພງດ້ວຍຖັງຂີ້ເຫຍື້ອ

ໃນເກມ Fallout 4 ຈະມີໄອເທັມອັນໜຶ່ງທີ່ສາມາດປ້ອງກັນຄວາມເສຍຫາຍຈາກການຕົກຈາກບ່ອນສູງໆຊື່ວ່າ Freefall Legs ຢູ່ເທິງຕຶກ Mass Fusion Building ສ່ວນວິທີທີ່ຈະໄປເອົານັ້ນເຮົາຕ້ອງໃຊ້ Power Armor ຕິດ Jet-pack ບິນຂຶ້ນໄປເອົາ, ສຳລັບບັ໊ກນີ້ເປັນວິທີປະຢັດເງິນໃນການຫາ Power Armor ບິນໄດ້ມາໃສ່ ໂດຍການຈັບເອົາຖັງຂີ້ເຫຍື້ອຂຶ້ນມາ ແລ້ວຫັນຫຼັງຕິດກຳແພງແນມລົງໄປທີ່ຖັງຂີ້ເຫຍື້ອແລ້ວກົດໂດດລົວໆ ແລະໂຕເຮົາເອງກໍຈະຄ່ອຍໆລອຍຂຶ້ນໄປເລື້ອຍໆຄືກັບມີພະລັງວິເສດເລີຍ.

Rockman 3 : ບັ໊ກອຳມະຕະ

ໃຜທີ່ຫຼິ້ນເກມ Rockman 3 ແລ້ວຄຶດວ່າມັນຍາກເກີນໄປແມ່ນບໍ່? ມື້ນີ້ເຮົາມີບັ໊ກທີ່ຈະຊ່ວຍໃຫ້ Rockman ກາຍເປັນອຳມະຕະໄດ້ດ້ວຍການກົດປຸ່ມຂວາຂອງມືເກມອັນທີສອງໄວ້ຈະເຮັດໃຫ້ Rockman ໂດດສູງໄດ້ແຕ່ບໍ່ພຽງເທົ່ານັ້ນ ຖ້າໂດດລົງຫຼຸມໂດຍກົດຄ້າງໄວ້ເຮົາຈະໂດດຂຶ້ນມາແລ້ວ Rockman ຈະກາຍເປັນອຳມະຕະ ໂດຍບັ໊ກນີ້ມີຂໍ້ຫ້າມຄື ຫ້າມເກັບເລືອດເດັດຂາດ ແລະຈະໃຊ້ອາວຸດຫຼັກບໍ່ໄດ້ຍົກເວັ້ນອາວຸດຂອງບອສ

Diablo : ບັ໊ກຄັດລອກໄອເທັມ

ເກມ Action-RPG ໃນຕຳນານທີ່ຫຼາຍໆຄົນຕ້ອງເຄີຍຫຼິ້ນມາຢ່າງແນ່ນອນ ເຊິ່ງກໍໜີບໍ່ພົ້ນທີ່ຈະມີບັ໊ກ ເຊິ່ງບັ໊ກໂຕນີ້ຈະຊ່ວຍໃຫ້ເຮົາສາມາດຄັດລອກໄອເທັມທີ່ມີຢູ່ແລ້ວໄດ້ງ່າຍໆ ສ່ວນວິທີເຮັດກໍຄືໂຍນໄອເທັມທີ່ຕ້ອງການຄັດລອກໄວ້ເທິງພື້ນແລະກົດຍ່າງໄປເກັບໂດຍລະຫວ່າງທີ່ເກັບໃຫ້ກົດເລືອກໄອເທັມໃດກໍໄດ້ໃນບ່ອນເກັບເຄື່ອງ ເມື່ອເກັບໄອເທັມເທິງພື້ນແລ້ວໂຕເກມກໍຈະຄັດລອກໄອເທັມດັ່ງກ່າວມາແທນໄອເທັມທີ່ເຮົາເລືອກກ່ອນຈະເກັບນັ້ນ ເຊິ່ງວິທີນີ້ຖືເປັນວິທີທີ່ຫຼາຍຄົນມັກໃຊ້ໃນການຫາເງິນດີດີນີ້ເອງ.

Crysis : ບັ໊ກສະຫຼາມເທິງບົກ

ສຳລັບບັ໊ກນີ້ຈະເປັນບັ໊ກທີ່ເຮັດໃຫ້ສະຫຼາມລອຍຂຶ້ນມາເທິງບົກໄດ້ ຄ້າຍກັນກັບຮູບເງົາ Sharknado ເລີຍ ຍິ່ງຄຶດແລ້ວຍິ່ງສຽວຖ້າມັນລອຍມາເທິງບົກແທ້ 55+ ແຕ່ລອດໄປປະເທດລາວເຮົາບໍ່ມີທະເລ

Red Dead Redemption : ບັ໊ກຄົນບິນ

ຖືໄດ້ວ່າເປັນບັ໊ກເພື່ອຄວາມບັນເທີງຢ່າງດຽວເລີຍ ໂດຍເປັນບັ໊ກທີ່ຈະສຸມເກີດໃນເກມ ເຊິ່ງເປັນຄົນທີ່ຈະບິນຢູ່ເທິງຟ້າພ້ອມເຄື່ອນໄຫວແຂນຄືກັບກຳລັງບິນຢູ່ເທິງຟ້າເລີຍ

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...