Homeຂ່າວພາຍ​ໃນເລີ່ມກໍ່ສ້າງອຸມົງມິດຕະພາບທາງລົດໄຟສາກົນຈີນ-ລາວ

ເລີ່ມກໍ່ສ້າງອຸມົງມິດຕະພາບທາງລົດໄຟສາກົນຈີນ-ລາວ

Published on

ກ່ອນໜ້ານັ້ນມີຫລາຍທ່ານຕັ້ງຄໍາຖາມວ່າໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຄືວ່າມິດງຽບແທ້ ແລະ ບໍ່ຮູ້ວ່າຈະເກີດແທ້ ຫລື ບໍ່?

ຫລ້າສຸດແຫລ່ງຂ່າວວິທະຍຸສາກົນແຫ່ງປະເທດຈີນ( CRI) ໄດ້ເປີດເຜີຍວ່າໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນເລີ່ມກໍ່ສ້າງອຸມົງມິດຕະພາບທາງລົດໄຟລະຫວ່າງຈຸດຕອນຢີ້ຊີ-ບໍ່ເຕັນ ເປັນສ່ວນປະກອບສຳຄັນຂອງທາງລົດໄຟສາກົນຈີນ-ລາວ ທີ່ເລີ່ມກໍ່ສ້າງໃນວັນທີ 22 ມິຖຸນານີ້ ເປັນຂີດໝາຍສະແດງໃຫ້ເຫັນວ່າການກໍ່ສ້າງທາງລົດໄຟສາກົນຈີນ-ລາວ ເຊິ່ງເປັນທາງລົດໄຟທົ່ວອາຊີເສັ້ນກາງໄດ້ເລີ່ມເຂົ້າສູ່ໄລຍະການປະຕິບັດຕົວຈິງ.

235

ອຸມົງມິດຕະພາບເປັນອຸມົງຂ້າມຊາຍແດນຈີນ-ລາວ, ມີລວງຍາວ 9,68 ກິໂລແມັດ ໃນນີ້ໄລຍະຢູ່ແດນຈີນຍາວ 7,17 ກິໂລແມັດ ແລະຢູ່ລາວຍາວ 2,51 ກິໂລແມັດ ໂດຍຈະໃຊ້ເວລາກໍ່ສ້າງ 56 ເດືອນ ແລະການຕັ້ງຊື່ວ່າ “ອຸມົງມິດຕະພາບ” ກໍເພື່ອສ່ອງແສງໃຫ້ເຫັນເຖິງມິດຕະພາບທີ່ເລິກເຊິ່ງລະຫວ່າງປະຊາຊົນສອງຊາດຈີນ-ລາວ.

ທາງລົດໄຟສາກົນຈີນ-ລາວປະກອບດ້ວຍຫຼາຍໄລຍະ ຄື ໄລຍະເມືອງຄຸນມິງຫາເມືອງຢີ້ຊີ, ເມືອງຢີ້ຊີຫາບໍ່ຫານ ແລະ ໄລຍະຢູ່ແດນລາວ ຄື ແຕ່ບໍ່ເຕັນຫານະຄອນຫຼວງວຽງຈັນ. ພ້ອມນີ້ກໍຈະເລີ່ມຍົກລະດັບທາງລົດໄຟດັ່ງກ່າວໄລຍະເມືອງຄຸນມິງຫາເມືອງຢີ້ຊີໃນປີນີ້ ແລະ ແຕ່ເມືອງຢີ້ຊີຫາບໍ່ຫານກໍພວມເລັ່ງກໍ່ສ້າງ; ສ່ວນໄລຍະຢູ່ແດນລາວທີ່ມີລວງຍາວ 418 ກິໂລແມັດ ກໍໄດ້ຈັດພິທີວາງສີລາລືກຢູ່ນະຄອນຫຼວງວຽງຈັນແລ້ວໃນເດືອນທັນວາປີ 2015 ຜ່ານມາ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...