spot_img
Homeຂ່າວພາຍ​ໃນລັດ­ຖະ­ມົນ­ຕີ​ທ່ອງ​ທ່ຽວ​ອາ​ຊຽນ ຮັບ­ຮອງ​ຖະ­ແຫຼງ­ການ​ປາກ​ເຊ

ລັດ­ຖະ­ມົນ­ຕີ​ທ່ອງ​ທ່ຽວ​ອາ​ຊຽນ ຮັບ­ຮອງ​ຖະ­ແຫຼງ­ການ​ປາກ​ເຊ

Published on

ກອງ​ປະ­ຊຸມ​ໂຕະ­ມົນ​ປຶກສາ​ຫາ­ລືຂອງ​ຄະ­ນະ​ລັດ​ຖະມົນ­ຕີ​ທ່ອງ​ທ່ຽວ​ອາ​ຊຽນ ​ໄດ້ຈັດ​ຂື້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນທີ 22 ມິ­ຖຸ­ນາ 2016 ທີ່​ໂຮງ ແຮມ​ຈຳ­ປາ​ສັກ​ແກຣນ ເມືອງປາກ​ເຊ ແຂວງ​ຈຳ­ປາ​ສັກ ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງທ່ານ ບໍ່​ແສງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະທຳ ແລະ​ທ່ອງ​ທ່ຽວ, ໂດຍ​ມີ​ລັດ­ຖະ­ມົນ­ຕີ, ຮອງ​ລັດ­ຖະ­ມົນ­ຕີຮອງ​ເລ­ຂາ­ທິ­ການ​ໃຫຍ່ອາ​ຊຽນ, ຫົວ­ໜ້າ​ສະ​ຖາ​ບັນ​ການ​ທ່ອງທ່ຽວ​ອາ​ຊຽນ​ເຂົ້າ​ຮ່ວມ.

ທ່ານ ສະ­ຫວັນ​ຄອນ ລາ­ຊະ​ມຸນ​ຕຣີ ຮອງ​ລັດ­ຖະ­ມົນ­ຕີກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ ໄດ້​ຖະແຫຼງ​ການ​ປາກ​ເຊ​ຕໍ່​ສື່​ມວນ​ຊົນ​ເຖິງ​ຜົນສຳ­ເລັດ​ຂອງ​ກອງ​ປະ­ຊຸມ​ໂຕ​ນະ​ມົນ​ລັດຖະ​ມົນ­ຕີ​ວ່າ: ຜ່ານ​ການ​ປຶກ­ສາ​ຫາ­ລື​ຮ່ວມກັນ​ນັ້ນ​ບັນ­ດາ​ລັດ​ຖະ​ມົນ​ຕ ແລະ​ຫົວ­ໜ້າ ຄະ­ນະ​ຜູ້​ແທນໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ສະໜັບ​ສະ​ໜູນ​ຊ່ວຍ­ເຫຼືອ​ກ່ຽວ​ກັບ​ວຽກ​ງານການ­ທ່ອງ­ທ່ຽວ, ພາຍ​ໃຕ້​ການ​ເປັນ​ປະ­ທານ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ​ຂອງ ສປປ ລາວ ​ໃນ​ປີ 2016 ແລະ​ຍິນ​ດີ​ໃຫ້ລາວ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ອະ­ນຸ­ລັກ​ອາ​ຊຽນ, ຊຶ່ງ​ຈະ​ເປັນ​ການ​ສ້າງ​ກາລະ​ໂອ­ກາດ​ໃຫ້​ແກ່​ບັນ­ດາ​ຂະ­ແໜງ­ການ​ຂອງ​ລັດ ແລະ​ພາກ​ເອກ​ກະ​ຊົນ​ໃນ​ຊຸມຊົນ​ທ່ອງ​ທ່ຽວ​ອາ​ຊຽນ​ກັບ​ບັນ­ດາ​ເຄືອຂ່າຍ​ຕ່າງໆ, ນອກ­ຈາກ​ນີ້​ບັນ­ດາ​ລັດ​ຖະມົນ­ຕີ ແລະ​ຫົວ­ໜ້າ​ຄະ­ນະ​ຜູ້​ແທນ ທັງ​ໄດ້ເນັ້ນ​ໜັກ​ເຖິງ​ຄວາມ​ສຳ­ຄັນ​ຂອງ​ແຜນ​ປະສານ​ງານ​ອາ​ຊຽນ, ໃນ​ການ​ກຳ­ນົດ​ຍຸດທະ​ສາດ, ວາງ​ແຜນ ແລະ​ພັດ­ທະ­ນາ​ເຄືອຂ່າຍ​ການ​ເຊື່ອມ​ໂຍງ​ສາ­ກົນ​ຂອງ​ແຫຼ່ງ​ທ່ອງ​ທ່ຽວ​ແບບ​ອະ­ນຸ­ລັກ, ໂດຍ​ຕິດ​ພັນກັບ​ບັນ­ດາ​ທາງ​ຜ່ານ​ທີ່​ເປັນ​ທາງ­ບົກ ແລະ​ທາງ­ນ້ຳ.

ພ້ອມ​ດຽວ​ກັນ​ນີ້​ບັນ­ດາ​ລັດ­ຖະ­ມົນ­ຕີ ແລະ​ຫົວ­ໜ້າ​ຄະ­ນະ​ຜູ້​ແທນ​ກໍ່​ໄດ້​ຮັບ­ຮອງເອົາ“ ຖະ­ແຫຼງ­ການ​ປາກ​ເຊ​ ວ່າ​ດ້ວຍແນວ­ທາງ​ຍຸດ​ທະ​ສາດ​ທີ່​ກ້າວ​ໄປ​ສູ່​ການ​ພັດ­ທະ­ນາ​ວົງ​ຈອນ​ການ­ທ່ອງ­ທ່ຽວ​ອະນຸ​ຮັກ ແລະ​ເຊື່ອມ​ໂຍງ​ເສັ້ນ­ທາງ​ການທ່ອງ​ທ່ຽວ” ແລະ​ຕົກ­ລົງ​ເຫັນ​ດີ​ທີ່​ສົ່ງ​ຖະແຫຼງ​ການ​ດັ່ງ­ກ່າວ ໄປ​ຍັງ​ບັນ­ດາ​ຜູ້­ນຳ​ອາຊຽນ​ຢູ່​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 28 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ, ຊຶ່ງ​ແມ່ນ​ໃນ​ບັນ­ດາ“ ການ​ສົ່ງ​ມອບ​ກຸນ ແຈ​ຫຼັກ” ພາຍ​ໃຕ້​ການ​ເປັນ​ປະ­ທານ​ອາຊຽນ​ຂອງ ສປປ ລາວ, ໃນ​ເດືອນ​ກັນ­ຍາ 2016, ນອກ­ຈາກ​ນີ້​ບັນ­ດາ​ລັດ­ຖະ­ມົນ­ຕີ ແລະ​ຫົວ­ໜ້າ​ຄະ­ນະ​ຜູ້​ແທນ​ໄດ້​ຮຽກ­ຮ້ອງ​ໃຫ້​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ທ່ອງ​ທ່ຽວ​ອາ​ຊຽນສ້າງ​ແຜນ​ງານ​ຮ່ວມ​ກັນ​ກັບ​ຄູ່​ຮ່ວມ​ງານ​ອາ​ຊຽນລວມ​ທັງ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ, ສູນ​ອາ​ຊຽນ-ຍີ່­ປຸ່ນ ແລະ​ອາ​ຊຽນ​ເກົາ­ຫຼີ ແລະ​ພາກ​ເອກ​ກະ​ຊົນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...