Homeຂ່າວພາຍ​ໃນຄະ­ນະ​ລັດ­ຖະ­ບານ​ປະ­ຊຸມ​ຮ່ວມ​ບັນ­ດາ​ເຈົ້າ­ແຂວງ

ຄະ­ນະ​ລັດ­ຖະ­ບານ​ປະ­ຊຸມ​ຮ່ວມ​ບັນ­ດາ​ເຈົ້າ­ແຂວງ

Published on

ກອງ​ປະ­ຊຸມ​ຄະ­ນະ​ລັດ­ຖະ­ບານຮ່ວມ​ກັບເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ​ບັນ­ດາ​ເຈົ້າ­ແຂວງໄດ້​ໄຂ​ຂຶ້ນ​ໃນ​ວັນທີ 23 ມິ­ຖຸ­ນາ 2016 ທີ່​ຫ້ອງ​ປະ­ຊຸມ​ລັດຖະ​ບານ, ສຳ­ນັກ­ງານ​ນາ­ຍົກ​ລັດ​ຖະ​ມົນຕີພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ; ມີ​ບັນ­ດາ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ສະ­ມາ­ຊິກ​ລັດ­ຖະ­ບານ, ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ແລະ​ບັນ­ດາ​ເຈົ້າແຂວງ​ໃນ​ທົ່ວ​ປະ­ເທດ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ຈະ​ດຳ­ເນີນ​ເປັນເວ­ລາ 2 ວັນ ແຕ່​ວັນ​ທີ 23-24 ມິ­ຖຸ­ນາ ຊຶ່ງ​ແມ່ນ​ຈະ​ໄດ້​ຮັບ​ຟັງ​ລາຍ​ງານ​ການຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ທີ່​ສຳ­ຄັນ-ຮີບດ່ວນ​ຂອງ​ລັດ­ຖະ­ບານ ແລະ​ທ້ອງ­ຖິ່ນເປັນ­ຕົ້ນ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ 6 ເດືອນ​ຕົ້ນ ແລະ​ແຜນ​ທ້າຍ​ສົກ​ປີ 2015-2016; ມາດ​ຕະ­ການ​ເກັບ​ລາຍ​ຮັບ 3 ເດືອນ ທ້າຍ​ສົກ​ປີ, 3 ເດືອນ​ໄລ­ຍະ​ຂ້າມ​ຜ່ານ ແລະ​ການ​ກະ­ກຽມ​ສ້າງ​ແຜນ­ການ-ການ​ເງິນ​ປີ 2017; ແຜນ­ການ​ແກ້​ໄຂ​ສະ­ພາບ​ຄ່ອງ​ຕົວ ແລະ​ຟື້ນ​ຟູ​ເສດ­ຖະ­ກິດໃນ​ສະ­ເພາະ​ໜ້າ ແລະ​ຍາວ​ນານ; ການ​ເບີກ​ຈ່າຍ​ເງິນ­ເດືອນ​ງວດ 3 (ເດືອນ 4 ແລະ​ເດືອນ 5) 2016; ການ ຈັດ​ຕັ້ງ​ປະ­ຕິ­ບັດ ແລະ​ຜັນ​ຂະ­ຫຍາຍ​ຄຳ​ສັ່ງເລກ​ທີ 15/ນຍ, ລົງ​ວັນ​ທີ 13 ພຶດ­ສະ­ພາ 2016 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ ແລະ​ກວດ­ກາ​ການ​ຂຸດ​ຄົ້ນ​ໄມ້ ແລະ​ທຸ­ລະ​ກິດ​ໄມ້; ຮ່າງ​ຄຳ​ສັ່ງ​ຂອງ​ນາ­ຍົກ​ລັດ​ຖະ​ມົນຕີວ່າ​ດ້ວຍ​ການ​ສ້າງ​ແຂວງ​ເປັນ​ຫົວ­ໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວ­ໜ່ວຍ​ເຂັ້ມ­ແຂງ​ຮອບ­ດ້ານ ແລະ​ສ້າງບ້ານ​ເປັນ​ຫົວ­ໜ່ວຍ​ພັດ­ທະ­ນາ.

ໃນ​ໂອ­ກາດ​ກ່າວ​ເປີດ​ກອງ​ປະ­ຊຸມ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ຮຽກ­ຮ້ອງໃຫ້​ບັນ­ດາ​ທ່ານ​ທີ່​ເຂົ້າ​ຮ່ວມ​ກອງ​ປະ­ຊຸມໃນ​ຄັ້ງ​ນີ້ ຈົ່ງ​ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ ໃນ​ການ​ປະ­ກອບ​ຄຳ​ຄິດ​ເຫັນ​ເຂົ້າ​ໃສ່​ແຕ່ລະ​ຫົວ­ຂໍ້ ແລະ​ຕໍ່​ແຕ່​ລະ​ບັນ­ຫາ ໂດຍ​ຍົກໃຫ້​ເຫັນ​ສະ­ພາບ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິບັດ, ຂໍ້​ສະ­ດວກ, ຂໍ້​ຫຍຸ້ງ­ຍາກ ແລະ​ມາດຕະ­ການ​ແກ້​ໄຂດ້ວຍ​ລັກ­ສະ­ນະ​ສັງ­ເຂບ ແລະ​ຖືກ​ຈຸດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...