HomeມູມໄອທີລາວXiaomi ເປີດໂຕ Electric Bicycle ລົດຖີບໄຟຟ້າອັດສະລິຍະທີ່ສາມາດພັບເກັບໄດ້

Xiaomi ເປີດໂຕ Electric Bicycle ລົດຖີບໄຟຟ້າອັດສະລິຍະທີ່ສາມາດພັບເກັບໄດ້

Published on

ຫຼ້າສຸດນີ້ບໍລິສັດ Xiaomi ໄດ້ປະກາດໂຕ Electric Bicycle ລົດຖີບໄຟຟ້າອັດສະລິຍະ ທີ່ສາມາດພັບເກັບໄວ້ໄດ້. ເຊິ່ງຕອນທີ່ພັບເກັບໄວ້ນັ້ນນ້ຳໜັກຂອງລົດຖີບກໍຈະຫຼຸດລົງເຄິ່ງໜຶ່ງຈາກຂະໜາດດັ້ງເດີມຂອງມັນ ນອກນີ້ໂຕລົດເອງກໍມີຂະໜາດທີ່ນ້ອຍ ອີກທັງຍັງມາພ້ອມກັບມໍເຕີ້ທີ່ມີປະສິດທິພາບສູງ ທີ່ສາມາດຊ່ວຍໃຫ້ການຂັບຂີ່ຂຶ້ນເນີນເຂົາໄດ້ງ່າຍອີກນຳ.

ສຳລັບລົດຖີບໄຟຟ້າຈາກ Xiaomi ເຄື່ອງນີ້ແມ່ນມາພ້ອມຫຼາຍສີໃຫ້ເລືອກຕາມສະຕາຍທີ່ເຮົາຕ້ອງການ, ການອອກແບບໂດຍລວມແລ້ວງາມດີ, ການພັບເກັບໄວ້ເອງກໍຖືວ່າງ່າຍ ແລະເປັນມິດກັບຜູ້ໃຊ້.

image

image

image

image

ໂດຍໂຕເຄື່ອງຍັງມາພ້ອມກັບເທັກໂນໂລຢີປ່ຽນແປງຄວາມໄວ ເພື່ອໃຫ້ແນ່ໃຈວ່າການສົ່ງອອກພະລັງງານເປັນໄປໄດ້ດີ. ທຸກຄັ້ງທີ່ຂີ່ລົດຖີບ ກໍຈະມີລະບົບອັດສະລິຍະທີ່ສາມາດຄຳນວນວ່າເຮົາຈະໃຊ້ລົດດົນປານໃດ ແລ້ວກຳນົດພະລັງງານທີ່ເຮົາຕ້ອງໃຊ້ ເພື່ອໃຫ້ສາມາດໃຊ້ມໍເຕີໄຟຟ້າໄດ້ດີ. (ສ່ວນນີ້ບໍ່ແນ່ໃຈຖ້າຜິດຂໍອະໄພຫຼາຍໆ)

image

image

image

ນອກນີ້ກໍຍັງມາພ້ອມກັບມໍເຕີ 250W/36V ທີ່ມີຄວາມໄວສູງ ເຊິ່ງເຮັດໃຫ້ໝັ້ນໃຈໄດ້ເລີຍວ່າສາມາດຂີ່ໃນທາງທີ່ມີເນີນຊັນ ຫຼືບຸກປ່າໄດ້ດີແນ່ນອນ. ອີກທັງຍັງໃສ່ແບັດເຕີຣີຈາກ Panasonic ຂະໜາດ 18,650mAh ມາໃຫ້ນຳ ເຊິ່ງເຮັດໃຫ້ສາມາດຂີ່ໄດ້ໃນໄລຍະ 45Km ໃນການສາກພຽງຄັ້ງດຽວ (ສຳລັບໂໝດ Economy mode ຄວາມໄວທີ່ 20Km/h).

image

image

image

ສຳລັບລົດຖີບ Xiaomi Electric Bicycle ຍັງມາພ້ອມກັບລະບົບຄອມພິວເຕີທີ່ໄວ້ບອກລະດັບຄວາມໄວ, ລະດັບພະລັງງານ ແລະໄລຍະທາງແບບ real time ອີກນຳ. ນອກນີ້ກໍມາພ້ອມກັບລະບົບເກຍແບບ 3-Shift ຂອງ Shimano ເພື່ອໃຫ້ການຂີ່ມີຄວາມສະດວກຂຶ້ນ.

image

image

image

ສ່ວນລາຄາຂອງ Xiaomi Electric Bicycle ແມ່ນມີລາຄາຢູ່ທີ່ 2,999 ຢວນ (3.690.000 ກີບ) ແລະຈະເລີ່ມຈຳໜ່າຍໃນຊ່ວງທ້າຍເດືອນນີ້.

image

image

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...