Homeຂ່າວຕ່າງປະເທດເງິນປອນແຂງຄ່າສູງສຸດຊ່ວງອັງກິດເຂົ້າສູ່ການລົງປະຊາມະຕິ

ເງິນປອນແຂງຄ່າສູງສຸດຊ່ວງອັງກິດເຂົ້າສູ່ການລົງປະຊາມະຕິ

Published on

ເງິນປອນອັງກິດເມື່ອທຽບໂດລາສະຫະລັດແຂງຄ່າຂຶ້ນສູ່ລະດັບສູງສຸດຂອງປີ 2016 ໃນມື້ນີ້ອັງກິດຈັດການລົງປະຊາມະຕິວ່າຈະຢູ່ ຫຼື ອອກຈາກການເປັນສະມາຊິກສະຫະພາບເອີຣົບ (ອີຢູ).

ນັກວິເຄາະກ່າວວ່າ ບັນດານັກລົງທຶນຄາດເດົາວ່າ ມີສິດທິເລືອກຕັ້ງໃນອັງກິດຈະປ່ອນບັດສະແດງຄວາມເຫັນໃຫ້ອັງກິດເປັນສະມາຊິກໃນອີຢູ ຊຶ່ງມີສະມາຊິກ 28ປະເທດຕໍ່ໄປ ເຖິງວ່າຜົນສຳຫຼວດຄວາມຄິດເຫັນລະບຸວ່າ ຄະແນນທີ່ຕ້ອງການໃຫ້ອັງກິດຢູ່ ແລະ ໃຫ້ອອກຈາກອີຢູສູສີກັນຫຼາຍ ນັກວິເຄາະດ້ານການຕະຫຼາດບໍລິສັດໄອຈີທີ່ມີສຳນັກງານໃນອົດສະຕຣາລີ ກ່າວວ່າ ຕະຫຼາດໝັ້ນໃຈວ່າອັງກິດຈະລົງມະຕິຢູ່ຕໍ່ໃນອີຢູ ແລະ ຄິດເປັນຜົນກະທົບທີ່ມີຕໍ່ຕະຫຼາດຈະໜ້ອຍກວ່າທີ່ຫຼາຍຝ່າຍຄາດກັນໄວ້ ຢ່າງໃດກໍຕາມ ຍັງຄອງມີທ່າອຽງຄວາມກັງວົນ ແລະ ຄວາມຜັນຜວນສູງໃນຕະຫຼາດຊ່ວງ 24 ຊົ່ວໂມງນີ້ ການຊື້ຂາຍຊ່ວງທ່ຽງໃນຕະຫຼາດໂຕກຽວ ຄ່າເງິນປອນເທົ່າກັບ 1.484 ໂດລາສະຫະລັດ ຊຶ່ງເປັນລະດັບສູງສຸດເມື່ອທຽບໂດລາສະຫະລັດໃນປີນີ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...