Homeຂ່າວຕ່າງປະເທດບຣາຊິລເຜີຍມີຜູ້ເສຍຊີວິດຈາກໄຂ້ຫວັດໃຫຍ່ພັນອັນຕະລາຍນັບພັນຄົນໃນປີນີ້

ບຣາຊິລເຜີຍມີຜູ້ເສຍຊີວິດຈາກໄຂ້ຫວັດໃຫຍ່ພັນອັນຕະລາຍນັບພັນຄົນໃນປີນີ້

Published on

ເຈົ້າໜ້າທີ່ສາທາລະນະສຸກບຣາຊິລເຜີຍວ່າ ໄຂຫວັດໃຫຍ່ສາຍພັນໃໝ່ອັນຕະລາຍເອຊ 1 ເອັນ ​1 ເຮັດໃຫ້ຜູ້ເສຍຊີວິດກວ່າ 1.000 ຄົນນັບຕັ້ງແຕ່ຕົ້ນປີນີ້ ຂະນະທີ່ບຣາຊິລຍັງຜະເຊີນບັນຫາເສດຖະກິດການເມືອງ ແລະ ໄວຣັສຊິກາລະບາດ.

ບຣາຊິລຈະເປັນເຈົ້າພາບຈັດການແຂ່ງຂັນກີລາໂອລິມປິກໃນອີກ 2 ເດືອນນີ້ ແຕ່ເຈົ້າໜ້າທີ່ສາທາລະນະສຸກມີລາຍງານຜູ້ເສຍຊີວິດ 1.003 ຄົນຈາກໄຂ້ຫວັດໃຫຍ່ສາຍພັນເອຊ 1 ເອັນ 1 ຊຶ່ງເປັນສາຍພັນທີ່ເຮັດໃຫ້ມີຜູ້ເສຍຊີວິດຕັ້ງແຕ່ປີ 2010 ຈຳນວນ 2.060 ຄົນ ເຈົ້າໜ້າທີ່ລັດຖະບານກວ່າວ່າ ມີລາຍງານຜູ້ຕິດເຊື້ອໄວຣັສໄຂ້ຫວັດໃຫຍ່ເອຊ 1 ເອັນ 1 ຈຳນວນ 5.214 ຄົນຊ່ວງລະຫວ່າງວັນທີ 3 ມັງກອນ -​11 ມິຖຸນາປີນີ້ ຊຶ່ງມີລາຍງານຜູ້ຕິດເຊື້ອລະຫວ່າງເດືອນພຶດສະພາ-ມິຖຸນາ ແລະ ເປັນຊ່ວງທີ່ສະພາບອາກາດເລີ່ມເຢັນລົງ ໂດຍມີລາຍງານໃນເກືອບ 27 ລັດທີ່ມີການແຜ່ລະບາດ ແຕ່ສ່ວນໃຫຍ່ພົບໝ້າແໜ້ນໃນພື້ນທີ່ພາກໃຕ້ ຊຶ່ງມີລາຍງານຜູ້ຕິດເຊື້ອ 2.606 ຄົນ ແລະ ເສຍຊີວິດ 540 ຄົນ.

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...