spot_img
Homeມູມໄອທີລາວມາເບິ່ງ 6 ອຸປະກອນສາລະພັດປະໂຫຍດຂອງ Doraemon ທີ່ມີຢູ່ແທ້ໃນໂລກເຮົາ!

ມາເບິ່ງ 6 ອຸປະກອນສາລະພັດປະໂຫຍດຂອງ Doraemon ທີ່ມີຢູ່ແທ້ໃນໂລກເຮົາ!

Published on

image

ສຳລັບ Doraemon ຖືວ່າເປັນ Manga (ມັງງະ) ແລະ Anime (ອະນິເມະ) ຊື່ດັງຈາກປະເທດຍີ່ປຸ່ນ ບໍ່ວ່າຈະເປັນເດັກນ້ອຍຫຼືຜູ້ໃຫຍ່ກໍຕ້ອງຮູ້ຈັກກັນດີຫຼືເຄີຍເບິ່ງມາກ່ອນແນ່ນອນ, ໂດຍຈຸດເດັ່ນຂອງເລື່ອງກໍຄົງໜີບໍ່ພົ້ນອຸປະກອນສາລະພັດປະໂຫຍດທັງຫຼາຍຂອງໂດຣາເອມອນ. ເຊິ່ງແນ່ນອນວ່າມື້ນີ້ເຮົາຈະມານຳສະເໜີອຸປະກອນສາລະພັດປະໂຫຍດທີ່ມີຢູ່ແທ້ເທິງໂລກເຮົາ! ມາເບິ່ງນຳກັນເລີຍວ່າມີຫຍັງແດ່

1. ເຄື່ອງປຣິ້ນ 3 ມິຕິ

ໃນເລື່ອງ Doraemon: ສາມາດແປງສິ່ງທີ່ເຮົາແຕ້ມໄວ້ໃຫ້ກາຍເປັນຂອງແທ້ຕາມຂະໜາດຂອງຮູບທີ່ແຕ້ມ

image

ຂອງແທ້: ເຄື່ອງປຣິ້ນ 3 ມິຕິຂອງແທ້ນັ້ນການໃຊ້ງານຖືວ່າຂ້ອນຂ້າງຄ້າຍກັນກັບໃນເລື່ອງ Doraemon ຄືສາມາດຫຼອມແລະສ້າງສິ່ງຂອງໄດ້ຕາມການສະແກນພາບຈາກຕົ້ນແບບ ພຽງແຕ່ຈະມີເລື່ອງຂອງການຄຳນວນຄວາມຕື້ນເລິກຂອງອົງສາ ແລະປະລິມານວັດສະດຸເຂົ້າມາກ່ຽວຂ້ອງພໍສົມຄວນ

image

2. ວຸ້ນແປພາສາ

ໃນເລື່ອງ Doraemon: ເມື່ອກິນເຂົ້າໄປຈະສາມາດຟັງຄົນທີ່ເວົ້າພາສາອື່ນເຂົ້າໃຈ ລວມທັງສາມາດສື່ສານກັບຄົນໆນັ້ນໄດ້ອີກ.

image

ຂອງແທ້: ອາດຈະບໍ່ໄດ້ມາໃນຮູບແບບອາຫານແຕ່ການໃຊ້ງານຖືວ່າໃກ້ຄຽງກັນສຳລັບ Wordlens ແອັບພລິເຄຊັ່ນທີ່ໄວ້ໃຊ້ແປພາສາ ເຊິ່ງວິທີການນັ້ນພຽງແຕ່ເຮົາຖ່າຍຮູບໂຕໜັງສືທີ່ເຮົາຕ້ອງການຈະແປດ້ວຍແອັບພລິເຄຊັ່ນນີ້ ພຽງເທົ່ານີ້ຈາກພາສາທີ່ເຮົາອ່ານບໍ່ອອກກໍຈະກາຍເປັນພາສາທີ່ເຮົາອ່ານໄດ້ໃນພິບຕາ.

image

3. ກ້ອງປ່ຽນຊຸດ

ໃນເລື່ອງ Doraemon: ເປັນກ້ອງທີ່ໄວ້ໃຊ້ສຳລັບປ່ຽນຊຸດໃນແບບທີ່ຕ້ອງການ ເຊິ່ງວິທີໃຊ້ນັ້ນພຽງແຕ່ແຕ້ມແບບເສື້ອຫຼືຫາຮູບເສື້ອຜ້າແລ້ວໃສ່ເຂົ້າໄປໃນກ້ອງ ແລ້ວຈຶ່ງຖ່າຍໄປຫາຄົນທີ່ຕ້ອງການປ່ຽນຊຸດ ເທົ່ານີ້ກໍຈະໄດ້ຊຸດທີ່ຕ້ອງການແລ້ວ.

image

ຂອງແທ້: ຖ້າຈະເວົ້າເຖິງຄວາມໃກ້ຄຽງໃນເລື່ອງ Doraemon ແລ້ວ ສິ່ງທີ່ເປັນໄປໄດ້ຫຼາຍທີ່ສຸດກໍຄືແອັບພລິເຄຊັ່ນ DressUp App ເຊິ່ງວິທີການເຮັດວຽກນັ້ນ ພຽງແຕ່ເຮົາຖ່າຍຮູບເສື້ອຜ້າດ້ວຍແອັບນີ້ ຈາກນັ້ນຮູບເສື້ອຜ້າທີ່ເຮົາໄດ້ຖ່າຍໄປກໍຈະກາຍມາເປັນຕົວຢ່າງໃຫ້ເຮົາໄດ້ລອງໃສ່ເບິ່ງໃນແອັບພລິເຄຊັ່ນ  ນອກນີ້ເຮົາກໍຍັງສາມາດປັບຂະໜາດ ແລະສີຂອງເສື້ອຜ້າໄດ້ໃນແອັບອີກນຳ.

4. ຄອບເຕີ້ໄມ້ໄຜ່

ໃນເລື່ອງ Doraemon: ໃບພັດຂະໜາດນ້ອຍທີ່ສາມາດພາຜູ້ທີ່ໃສ່ລອຍກາງອາກາດໄດ້ຢ່າງຕ້ອງການ ອີກທັງຍັງຊ່ວຍປະຢັດເວລາໃນການເດີນທາງອີກນຳ

image

ຂອງແທ້: ແນ່ນອນວ່າໃນໂລກແຫ່ງຄວາມເປັນຈິງບໍ່ມີໃບພັດຂະໜາດນ້ອຍອັນໃດທີ່ສາມາດຮັບນ້ຳໜັກຄົນໄດ້ແບບນັ້ນ ແຕ່ສິ່ງທີ່ເຮົາມານຳສະເໜີນີ້ຄິດສະວ່າໃກ້ຄຽງກໍແລ້ວກັນ ສຳລັບເຮລິຄອບເຕີ້ຂະໜາດນ້ອຍນາມວ່າ GEN H4 ທີ່ມີລາຄາຢູ່ທີ່ 85,000 ຫຼຽນສະຫະລັດ

image

5. ຜ້າຄຸມລ້ອງຫົນ

ໃນເລື່ອງ Doraemon:  ຈະບໍ່ມີໃຜເຫັນສິ່ງທີ່ຜ້າຜືນນີ້ຄຸມຢູ່

image

ຂອງແທ້: ໃນໂລກແຫ່ງຄວາມຈິງນັ້ນຈະຖືກເອີ້ນວ່າຜ້າ Retro – Reflective  ທີ່ເຮັດໃຫ້ສິ່ງທີ່ຖືກຜ້າຄຸມຢູ່ນັ້ນລ້ອງຫົນ ນັ້ນກໍເພາະວ່າສາຍຕາຂອງເຮົານັ້ນຈະຖືກຕົວະດ້ວຍພາບສະທ້ອນຈາກດ້ານຫຼັງວັດຖຸທີ່ເກີດຂຶ້ນຈາກການຕົກກະທົບຂອງແສງທີ່ສ່ອງລົງໄປໃນຜືນຜ້າ ແຕ່ກໍມີຂໍ້ເສຍຄືເຮົາຈະເຫັນພາບລ້ອງຫົນນີ້ສະເພາະໄລຍະໄກເທົ່ານັ້ນ

image

6. ຊ້ອງແຫ່ງຄວາມຝັນ

ໃນເລື່ອງ Doraemon: ສາມາດຮັບຊົມຄວາມຝັນຂອງຄົນອື່ນໄດ້

image

ຂອງແທ້: ສຳລັບສິ່ງທີ່ໃກ້ຄຽງກໍຄົງເປັນເຄື່ອງທີ່ມີຊື່ວ່າ NeuroSky ເຊິ່ງຈະເປັນການວັດຄື້ນຄວາມຖີ່ຂອງສະໝອງ ແລະຈະຕີຄ່າອອກມາເປັນໂຕເລກເບິ່ງວ່າຜູ້ທີ່ສວມໃສ່ຢູ່ນັ້ນກຳລັງຝັນຢູ່ໃນຮູບແບບໃດ (ຝັນຮ້າຍ, ຝັນດີ ຫຼືວ່າຝັນເລິກ)

image

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...