Homeຂ່າວຕ່າງປະເທດມີຜູ້ເສຍຊີວິດ 6 ຄົນຈາກຝົນຕົກໜັກໃນພື້ນທີ່ແຜ່ນດິນໄຫວຍີ່ປຸ່ນ

ມີຜູ້ເສຍຊີວິດ 6 ຄົນຈາກຝົນຕົກໜັກໃນພື້ນທີ່ແຜ່ນດິນໄຫວຍີ່ປຸ່ນ

Published on

ສະຖານີໂທລະພາບເອັນເອຊເຄຂອງຍີ່ປຸ່ນລາຍງານວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະນັກສຶກສາສູນຫາຍ 1 ຄົນໃນມື້ນີ້ ເນື່ອງຈາກຝົນຕົກໜັກຫຼາຍເປັນປະວັດຕິການ ເຮັດໃຫ້ເກີດນໍ້າຖ້ວມ ແລະ ດິນຖະຫຼົ່ມຫຼາຍຈຸດໃນພື້ນທີ່ທາງພາກຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນຊຶ່ງປະສົບໄພແຜ່ນດິນໄຫວເມື່ອ 2 ເດືອນກ່ອນ.

ທາງການແນະນຳໃຫ້ປະຊາຊົນຫຼາຍແສນຄົນອົບພະຍົບອອກຈາກພື້ນທີ່ບາງສ່ວນຂອງເກາະຄິວຊູທາງຕອນໃຕ້ສຸດຂອງຍີ່ປຸ່ນ ຊຶ່ງມີຜູ້ເສຍຊີວິດ 49 ຄົນຈາກແຜ່ນດິນໄຫວເມື່ອເດືອນເມສາ ເຮັດໃຫ້ຊັ້ນດິນອ່ອນຍິ່ງຂຶ້ນ ແລະ ສ່ຽງຕໍ່ດິນຖະຫຼົ່ມຕາມມາ ຜູ້ເສຍຊີວິດບາງລາຍເປັນເພາະດິນຖະຫຼົ່ມທັບເຮືອນໃນແຂວງຄຸມາໂມໂຕະ ຫຼັງຈາກທີ່ບາງແຫ່ງຜະເຊີນກັບຝົນຕົກໜັກເກວ່າ 4 ນິ້ວພາຍໃນເວລາພຽງ 1 ຊົ່ວໂມງ ນາຍົກລັດຖະມົນຕີຊິນໂຊ ອາເບະ ເດິນທາງມາຕິດຕາມສະຖານະການທີ່ແຂວງຄຸມາໂມໂຕະໃນມື້ນີ້ ເພື່ອເລີ່ມຫາສຽງເລືອກຕັ້ງສະມາຊິກວຸທິສະພາທີ່ກຳນົດມີຂຶ້ນໃນເດືອນໜ້າ ເຈົ້າໜ້າທີ່ຍີ່ປຸ່ນເຕືອນວ່າ ຈະມີດິນຖະຫຼົ່ນໃນບາງພື້ນທີ່ບໍລິເວນຊັ້ນດິນທີ່ຊຸດຢູ່ແລ້ວຈາກແຜ່ນດິນໄຫວຂະໜາດ 7,3 ເມື່ອເດືອນເມສາ ແລະ ມີປະຊາຊົນຫຼາຍພັນຄົນທີ່ຍັງຕ້ອງອາໄສຢູ່ໃນສູນພັກອາໄສຊົ່ວຄາວ ໂດຍມີອາຟເຕີຊ໊ອກຕາມມາຫຼາຍຄັ້ງ ຊຶ່ງລວມເຖິງໃນເຊົ້າມື້ນີ້.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...