Homeຂ່າວພາຍ​ໃນຜູ້​ລອດ​ຊີວິດ 3 ຄົນ ຈາກ​​ເຮືອບິນ​ຕົກ​ຢູ່​ແຂວງ​ຊຽງ​ຂວາງ ​ເສຍ​ຊີວິດ​ແລ້ວ 1 ຄົນ

ຜູ້​ລອດ​ຊີວິດ 3 ຄົນ ຈາກ​​ເຮືອບິນ​ຕົກ​ຢູ່​ແຂວງ​ຊຽງ​ຂວາງ ​ເສຍ​ຊີວິດ​ແລ້ວ 1 ຄົນ

Published on

ອີງ​ຕາມ​ຂ່າວ​ຈາກ​ໜັງສືພິມ ປກສ ​ໃນ​ວັນ​ທີ 2 ມິຖຸນາ​ນີ້ ​ໃຫ້​ຮູ້​ວ່າ: ຮ້ອຍ​ເອກ ຄຳ​ຫລ້າ ສີ​ບົວ​ຄຳ ພະນັກງານ​ກອງ​ບັນຊາ​ການ​ປ້ອງ​ກັນ​ສູນ​ກາງ ​ເຊິ່ງ​ເປັນ​ໜຶ່ງ​ໃນ​ສາມ​ຄົນທີ່​ລອດ​ຊີວິດ​ຈາກ​ອຸປະຕິ​ເຫດ​ເຮືອບິນ​ຕົກ​ຢູ່​ແຂວງ​ຊຽງ​ຂວາງ ​ເມື່ອ​ວັນ​ທີ 17 ພຶດສະພາ​ຜ່ານ​ມານັ້ນ ​ແມ່ນ​ໄດ້​ເສຍ​ຊີວິດ​ແລ້ວ ​ໃນ​ວັນ​ທີ 30 ພຶດສະພາ​ນີ້ ​ແລະ ພິທີຊາ​ປະ​ນາ​ກິດ​ສົບ​​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 31 ພຶດ ສະພາ 2014 ​ໂດຍ​ມີ​ຄະນະ​ນຳ​ຂັ້ນ ສູງ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂົ້າຮ່ວມ​.

ຮ້ອຍ ​ຕີ ຄຳ​ຫລ້າ ສີ​ບົວ​ຄຳ ເປັນ​ໃກ້ຊິດຂອງ​ທ່ານ ທອງ​ບັນ ແສງ​ອາພອນ ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ທີ່​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ຍົນ​ຕົກ​ໃນ​ຂະນະ​ເດີນທາງ​ໄປ​ປະຕິບັດ​ໜ້າ​ ທີ່ຢູ່​ແຂວງ​ຊຽງ​ຂວາງ.

ຂອບໃຈຂ່າວຈາກລາວພັດທະນາ ແລະຮູບປະກອບຈາກ ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...