spot_img
Homeຂ່າວການສຶກສາຮົງກາລີຈະເພີ່ມທຶນການສຶກສາຂຶ້ນເປັນ 50 ທຶນໃຫ້ແກ່ນັກສຶກສາລາວປີ 2017-2019

ຮົງກາລີຈະເພີ່ມທຶນການສຶກສາຂຶ້ນເປັນ 50 ທຶນໃຫ້ແກ່ນັກສຶກສາລາວປີ 2017-2019

Published on

ໃນວັນທີ 22 ມິຖຸນາ 2016 ນີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອິສະວານ ທາລອຊ໌ (IstvánTarlós), ເຈົ້າຄອງນະຄອນຫລວງບູດາແປສ໌, ປະເທດຮົງກາຣີ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວນີ້, ທ່ານ ສະເຫລີມໄຊ ກົມມະສິດໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ອິສະວານ ທາລອຊ໌ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມສປປລາວຄັ້ງນີ້ ແລະ ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ພ້ອມໄດ້ປຶກສາຫາລືທິດທາງການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆນຳກັນ ເປັນຕົ້ນແມ່ນການຮ່ວມມືດ້ານກະສິກຳ ແລະ ລ້ຽງສັດ, ການສຶກສາ, ເສດຖະ ກິດ-ການຄ້າ, ການເງິນ, ດ້ານການຄຸ້ມຄອງນ້ຳແລະ ອື່ນໆ. ພ້ອມນັ້ນ,ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງຮົງກາຣີ ໃນໄລຍະຜ່ານມາ ເຊັ່ນ: ການຊ່ວຍສ້າງຊັບພະຍາກອນມະນຸດ ໂດຍສືບຕໍ່ໃຫ້ທຶນການສຶກສາແກ່ນັກສຶກສາລາວປີລະ 15 ທຶນ ແລະ ຈະເພີ່ມທຶນການສຶກສາຂຶ້ນເປັນ 50 ທຶນ ໃນໄລຍະປີ 2017-2019, ການໃຫ້ເງິນກູ້ຢືມ ເພື່ອນຳໃຊ້ເຂົ້າໃນການພັດທະນາຂະແໜງກະສິກຳ ແລະ ການລ້ຽງສັດກໍຄືການຊ່ວຍ ເຫລືອໃນດ້ານອື່ນໆ.

ທ່ານ ອິສະວານ ທາລອຊ໌ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຢືນຢັນວ່າຈະສຸມທຸກຄວາມພະຍາຍາມ ປະກອບສ່ວນຊຸກຍູ້ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດໃຫ້ແໜ້ນແຟ້ນ ແລະ ມີປະສິດທິຜົນສູງຂຶ້ນ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...